ໜຸ່ມອິນເດຍ ເອົາລົດໃໝ່ໄປສູດຢູ່ວັດ ແຕ່ເຜີຢຽບຄັນເລັ່ງຕຳເສົາວັດ!


ໜຸ່ມອິນເດຍ ກຳລັງເອົາລົດໃໝ່ອອກຫ້າງໄປສູດເອົາເລີກເອົາໄຊທີ່ວັດ ແຕ່ຫຼັງສູດແລ້ວເປັນທີ່ຮຽບຮ້ອຍ ກໍເຜີຢຽນຄັນເລັ່ງຜິດ ເຮັດໃຫ້ລົດພຸ່ງເຂົ້າໄປຕຳເສົາວັດຈົນດ້ານໜ້າເສຍຫາຍ ແຕ່ໃນຄວາມໂຊກຮ້າຍກໍຍັງມີຄວາມໂຊກດີ ເຖິງວ່າລົດຈະເພ ແຕ່ກໍບໍ່ມີໃຜໄດ້ຮັບບາດເຈັບ.

ໂດຍເລື່ອງລາວເກີດຂຶ້ນໃນວັດສີມຸຊານາມ ເຂດຄັດດາລໍ ລັດ ທະມິນນາທູ ປະເທດອິນເດຍ ເຊິ່ງທ້າວ ສຸທາກາ ເຈົ້າຂອງລົດໄດ້ຂຶ້ນໄປໃນລົດຫຼັງຈາກແລ້ວພິທີ ເພື່ອກວດເບິ່ງຄວາມຮຽບຮ້ອຍໂດຍມີໝູ່ເກາະຢູ່ປະຕູລົດ ແຕ່ດ້ວຍຄວາມບໍ່ຕັ້ງໃຈເຮັດໃຫ້ເຜີໄປຢຽບຄັນເລັ່ງຈົນເຮັດໃຫ້ລົດພຸ່ງລົງຈາກຂັ້ນໄດ ແລ້ວໄປຕຳເອົາເສົາວັດ.

ແຕ່ຍັງເຄາະດີທີ່ທັງສອງປອດໄພ ແຕ່ທີ່ເຈັບໃຈໄປກວ່ານັ້ນຄືການຕ້ອງເອົາລົດໄປແປງ ແນ່ນອນວ່າຕ້ອງເປັນເງິນມະຫາສານ ແລະ ຄົງຈະເອົາລົດກັບມາສູດອີກຄັ້ງ ເພາະວ່າລົດທີ່ພຸ່ງໄປຕຳເສົານັ້ນໜ້າລົດມຸ່ນອັບຍັບກັນເລີຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/