ປົກເວັບ 36

ປະຊາຊົນຟີລິບປິນພວມຫັນມາຕິດຕັ້ງໂຊລາເຊວເທິງຫຼັງຄາເຮືອນຢ່າງລົ້ນຫຼາມ ເພື່ອໜີຈາກວິກິດຄ່າໄຟຟ້າທີ່ແພງທີ່ສຸດໃນອາຊຽນ, ດັນໃຫ້ປະເທດກາຍເປັນຜູ້ໃຊ້ຈ່າຍຊື້ແຜງໂຊລາເຊວອັນດັບໜຶ່ງຂອງໂລກ. ປາກົດການນີ້ບໍ່ພຽງແຕ່ຊ່ວຍຫຼຸດພາລະຄ່າໃຊ້ຈ່າຍໃນຄົວເຮືອນ ແຕ່ຍັງເປັນການສ້າງແຮງສະເທືອນສຳຄັນຕໍ່ການປ່ຽນແປງໂຄງສ້າງພະລັງງານຂອງປະເທດ.

ນັບຕັ້ງແຕ່ມີຄວາມຂັດແຍ້ງໃນຕາເວັນອອກກາງໃນໄລຍະທ້າຍເດືອນກຸມພາເປັນຕົ້ນມາ, ບໍລິສັດ Meralco ເຊິ່ງເປັນຜູ້ແຈກຢາຍໄຟຟ້າລາຍໃຫຍ່ທີ່ສຸດຂອງຟີລິບປິນ ໄດ້ປັບຂຶ້ນຄ່າໄຟຟ້າເຖິງ 10%. ປັດຈຸບັນ, ຄົວເຮືອນທົ່ວໄປຕ້ອງສູນເສຍລາຍຮັບປະມານ 12% ຕໍ່ເດືອນໄປກັບຄ່າໄຟຟ້າ ສຳລັບການຊົມໃຊ້ສະເລ່ຍ 200 ກິໂລວັດໂມງ ເຊິ່ງເປັນປະລິມານການຊົມໃຊ້ສະເລ່ຍຂອງຄອບຄົວທີ່ມີ 3 ຄົນ.

ຟີລິບປິນຖືເປັນໜຶ່ງໃນບໍ່ເທົ່າໃດປະເທດໃນອາຊີຕາເວັນອອກສຽງໃຕ້ ທີ່ແທບຈະບໍ່ມີນະໂຍບາຍເງິນອຸດໜູນພະລັງງານ ເຮັດໃຫ້ຄ່າໄຟຟ້າພາກຄົວເຮືອນມີລາຄາແພງທີ່ສຸດໃນພາກພື້ນ ໂດຍມີພຽງສິງກະໂປເທົ່ານັ້ນທີ່ມີລາຄາໃກ້ຄຽງ ແຕ່ອຳນາດການຊື້ຂອງປະຊາຊົນສິງກະໂປນັ້ນສູງກວ່າເຖິງ 13 ເທົ່າຕົວ. ວິກິດດັ່ງກ່າວຍັງຖືກຊໍ້າເຕີມດ້ວຍສະພາວະເງິນຕາທີ່ອ່ອນຄ່າ ເນື່ອງຈາກຟີລິບປິນຕ້ອງເພິ່ງພາການນຳເຂົ້າຖ່ານຫີນ ແລະ ກ໊າຊທຳມະຊາດເພື່ອຜະລິດໄຟຟ້າ ສົ່ງຜົນໃຫ້ໄພເງິນເຟີ້ພຸ່ງສູງຂຶ້ນ ແລະ ເຮັດໃຫ້ການເຕີບໂຕທາງເສດຖະກິດຊ້າລົງ.

Reuter ລາຍງານວ່າ, ສະຖານະການນີ້ໄດ້ປ່ຽນແປງພຶດຕິກຳຂອງຜູ້ບໍລິໂພກຢ່າງຊັດເຈນ. ທ່ານ Adrian Sabatera ວິສະວະກອນຊອຟແວ ໄວ 39 ປີ ທີ່ເຄີຍລັງເລຍ້ອນຕົ້ນທຶນທີ່ສູງ ໄດ້ຕັດສິນໃຈຈ່າຍເງິນ 570,000 ເປໂຊ (ປະມານ 9,300 ໂດລາສະຫະລັດ) ເພື່ອຕິດຕັ້ງໂຊລາເຊວ ພ້ອມທັງເຊື່ອໝັ້ນວ່າຊົນຊັ້ນກາງກວ່າໜຶ່ງສ່ວນສາມຂອງປະເທດຈະຫັນມາໃຊ້ລະບົບນີ້ໃນທີ່ສຸດ.

ສອດຄ່ອງກັບຂໍ້ມູນການນຳເຂົ້າແຜງໂຊລາເຊວຈາກປະເທດຈີນທີ່ພຸ່ງສູງເຖິງ 407 ລ້ານໂດລາສະຫະລັດ ໃນໄລຍະພຽງ 3 ເດືອນ (ຮອດເດືອນພຶດສະພາ) ເຊິ່ງເພີ່ມຂຶ້ນເຖິງ 145% ເມື່ອທຽບໃສ່ປີຜ່ານມາ.

ບໍລິສັດຕິດຕັ້ງໂຊລາເຊວເຊັ່ນ Philergy German Solar ລະບຸວ່າ ຍອດການສອບຖາມຈາກລູກຄ້າເພີ່ມຂຶ້ນຫຼາຍກວ່າ 2.5 ເທົ່າ ໂດຍມີບາງຊ່ວງທີ່ມີຜູ້ສົນໃຈຕິດຕໍ່ເຂົ້າມາສູງເຖິງ 3,000 ຄົນຕໍ່ມື້.

ເຖິງຢ່າງໃດກໍຕາມ ເສັ້ນທາງສູ່ການປ່ຽນຜ່ານດ້ານພະລັງງານນີ້ກໍບໍ່ໄດ້ໂຫຍໄປດ້ວຍກີບກຸຫຼາບ. ຄວາມຕ້ອງການທີ່ເພີ່ມຂຶ້ນຢ່າງມະຫາສານເຮັດໃຫ້ເກີດການກັກຕຸນອຸປະກອນ, ລາຄາຕົ້ນທຶນທີ່ຜັນຜວນ ແລະ ບັນຫາການກວດສອບຄຸນນະພາບທີ່ຍັງບໍ່ໄດ້ມາດຕະຖານ. ນອກຈາກນີ້, ຕົ້ນທຶນເບື້ອງຕົ້ນໃນການຕິດຕັ້ງຍັງຄົງສູງກວ່າລາຍຮັບສະເລ່ຍຕໍ່ປີຂອງຄົວເຮືອນທົ່ວໄປທີ່ຢູ່ປະມານ 353,200 ເປໂຊ.

ເຖິງແມ່ນວ່າລັດຖະບານຈະມີນະໂຍບາຍປ່ອຍກູ້ເງິນດອກເບ້ຍຕໍ່າ 5% ໃນວົງເງິນສູງສຸດ 500,000 ເປໂຊ ແຕ່ໂຄງການດັ່ງກ່າວພັດບໍ່ກວມເອົາກຸ່ມພະນັກງານເອກະຊົນ ເຮັດໃຫ້ໂອກາດອັນດີນີ້ຍັງຄົງເປັນສິ່ງທີ່ເອື້ອມເຂົ້າເຖິງໄດ້ຍາກສຳລັບຫຼາຍໆຄອບຄົວ ເຊິ່ງຍັງຄົງເປັນສິ່ງທ້າທາຍໃຫຍ່ທີ່ລັດຖະບານຟີລິບປິນຕ້ອງຫາທາງແກ້ໄຂຕໍ່ໄປ.

#ໂຊລາເຊວ #ວິກິດຄ່າໄຟຟ້າ #ຟີລິບປິນ #ພະລັງງານສະອາດ #ເສດຖະກິດອາຊຽນ #SolarEnergy

Comments are disabled