ການທີ່ເປັນໂສດໃນອາຍຸ 30 ປີ ບໍ່ແມ່ນເລື່ອງແປກ ຫຼື ການທີ່ຍັງບໍ່ໄດ້ແຕ່ງງານໃນຕອນອາຍຸ 30 ປີ ນັ້ນ ບໍ່ແມ່ນເລື່ອງຜິດປົກກະຕິ ເຊິ່ງການເປັນໂສດກໍຍັງມີອີກຫຼາຍຄົນໃນທົ່ວໂລກ ແລະ ຍັງມີໝູ່ບາງຄົນທີ່ໂສດໄປພ້ອມໆກັນ. ໃນການໂສດນັ້ນ ຕ່າງກໍມີທັງຂໍ້ດີຫຼາຍໆຢ່າງ ບໍ່ວ່າຈະເປັນດ້ານສຸຂະພາບ, ດ້ານການຮ່ຳຮຽນ ຫຼື ທາງດ້ານວຽກງານ. ນອກຈາກນີ້ແລ້ວ ຍັງມີຄວາມເປັນອິດສະຫຼະໃນສິ່ງທີ່ເຮົາຄວນຈະເຮັດ.
Marcia Inhorn ເປັນນັກວິຊາການດ້ານມະນຸດວິທະຍາຈາກ Yale University ໄດ້ອະທິບາຍວ່າໃນໄລຍະທີ່ຜ່ານມານີ້ ມີການນິຍົມເກີດຂຶ້ນຢ່າງໜຶ່ງກັບຄົນຮຸ່ນໃໝ່ໆ ໃນຫຼາຍປະເທດທົ່ວໂລກເປັນເທຣນທີ່ມີຊື່ວ່າ: Waithood ຫຼື ພາວະການບໍ່ຟ້າວແຕ່ງງານ ແລະ ບໍ່ຟ້າວຜູກມັດໂຕເອງແບບຄົນໃນສະໄໝກ່ອນ.

Waithood ເກີດຂຶ້ນໃນຫຼາຍໆປັດໄຈ ມີປັດໄຈທີ່ສຳຄັນຄືປັດໄຈທາງດ້ານການເງິນ ແລະ ເສດຖະກິດ ຄົນຮຸ່ນໃໝ່ຫຼາຍຄົນຍັງບໍ່ຟ້າວທີ່ຈະມີການຜູກມັດໂຕເອງ ຫຼື ການທີ່ຈົດໃບຢັ້ງຢືນເປັນຜົວເມຍ.
ພ້ອມກັນນີ້ຄົນທີ່ມີອາຍຸ 30 ປີ ຫຼາຍຄົນກໍຍັງເຊື່ອວ່າການແຕ່ງງານນັ້ນ ອາດຈະມີພາລະຕ່າງໆທີ່ຈະແບກຮັບ ໂດຍສະເພາະທາງດ້ານການເງິນທີ່ຈະມີການໃຊ້ຈ່າຍເພີ່ມຂຶ້ນ, ບໍ່ພຽງເທົ່ານັ້ນ ຍັງມີປັດໄຈອື່ນໆເປັນຕົ້ນເລື່ອງຂອງການນິຍົມທີ່ຫຼາກຫຼາຍ ແລະ ປ່ຽນໄປຈາກສະໄໝກ່ອນ. ນອກຈາກນີ້ ການທີ່ເປັນໂສດໃນອາຍຸທີ່ຫຼາຍນັ້ນ ບໍ່ໄດ້ແປວ່າຈະເປັນເລື່ອງເສຍຫາຍປະການໃດ ແຕ່ເປັນຂໍ້ດີທີ່ເຮັດໃຫ້ເຮົາຢູ່ກັບໂຕເອງໄດ້ ແລະ ມີທີ່ເພິ່ງທາງໃຈໃນຫຼາຍໆຮູບແບບ ກໍສາມາດຊ່ວຍໄດ້ເຊັ່ນດຽວກັນ.

ໃນເທຣນ Waithood ເຮັດໃຫ້ຫຼາຍຄົນຮູ້ສຶກວ່າ ການທີ່ມີຄົນຮັກໃນຕອນທີ່ເຮົາອາຍຸຫຼາຍ ມັນບໍ່ແມ່ນທາງເລືອກດຽວທີ່ຈະເຮັດໃຫ້ມີຄວາມສຸກ ແຕ່ກໍບໍ່ແມ່ນເລື່ອງຜິດ ຫຼື ແປກ ທີ່ຄົນເຮົາຈະແຕ່ງງານ ຫຼື ບໍ່ແຕ່ງງານໃນອາຍຸ 30 ປີ ເຊິ່ງມັນຂຶ້ນຢູ່ກັບປັດໄຈຂອງໃຜແຕ່ລະຄົນ.
ຂອບໃຈຂໍ້ມູນຈາກ:
Being 30 and single isn’t bad luck, it’s a global marriage problem — Quartz (qz.com)