ແພດເຜີຍ 1 ໃນ 5 ຂອງຜູ່ປ່ວຍໂຄວິດສ່ຽງປ່ວຍທາງຈິດ


ຜົນການສຶກສາພົບວ່າຜູ່ປ່ວຍທີ່ລອດຊີວິດຈາກໂຄວິດ-19 ຈຳນວນ 1 ໃນ 5 ຄົນ ມີສະພາວະຊຶມເສົ້າ ແລະ ນອນບໍ່ຫຼັບພາຍໃນ 90 ວັນ ຫຼັງປ່ວຍ.

ຜູ່ປ່ວຍທີ່ຫາຍປ່ວຍຈາກໂຄວິດ-19 ຍັງມີຄວາມສ່ຽງຕໍ່ສະພາວະຄວາມບົກພ່ອງທາງສະໝອງທີ່ສູງຂຶ້ນ, ໄວຣັສອາດຈະສົ່ງຜົນກະທົບໂດຍກົງຕໍ່ສະໝອງ ຫຼື ອາດຈະຜ່ານລະບົບຄຸ້ມກັນ.

ການວິໄຈຂອງມະຫາວິທະຍາໄລອັອກຝອດຍັງພົບວ່າ ຜູ່ປ່ວຍທີ່ມີບັນຫາທາງຈິດຕະເວດຢູ່ກ່ອນແລ້ວ ມີຄວາມສ່ຽງທີ່ຈະປ່ວຍເປັນໂຣກໂຄວິດ-19 ເພີ່ມຂຶ້ນເຖິງ 65%.

ໂຣກໂຄວິດ-19 ໄພຮ້າຍທີ່ຄົນທັງໂລກຕ່າງກໍຢ້ານກົວ ຍັງຄົງເປັນໂຣກເລິກລັບທີ່ບໍ່ມີໃຜລະບຸທີ່ມາໄດ້ຊັດເຈນ, ເຊິ່ງນອກຈາກໂຣກນີ້ຈະພາກຊີວິດຄົນທົ່ວໂລກໄປແລ້ວຫຼາຍກວ່າ 1.3 ລ້ານຄົນ ແລະ ຕິດເຊື້ອໄປແລ້ວ 54 ລ້ານຄົນ ຜົນວິໄຈຫຼາຍອັນກ່ຽວກັບໂຣກນີ້ຍັງພົບວ່າ ແມ່ນແຕ່ຜູ່ປ່ວຍໂຄວິດ-19 ຈະຫາຍຈາກໂຣກນີ້ແລ້ວ ແຕ່ກໍຍັງມີຜົນກະທົບຕໍ່ຮ່າງກາຍໃນໄລຍະຍາວຕາມມາອີກຫຼາຍດ້ານ ບໍ່ວ່າຈະເປັນປອດ ລວມທັງອະໄວຍະວະພາຍໃນອື່ນໆ ທີ່ໄດ້ຮັບຄວາມເສຍຫາຍ ຫຼື ແມ່ນແຕ່ຜົນກະທົບທາງສະໝອງ. ໂດຍລ່າສຸດການວິໄຈຂອງມະຫາວິທະຍາໄລອັອກຝອດຂອງອັງກິດຍັງພົບຜົນທີ່ໜ້າຕົກໃຈ ໂດຍພົບວ່າ ມີຄວາມສ່ຽງທີ່ 1 ໃນ 5 ຂອງຜູ່ປ່ວຍໂຄວິດ-19 ຈະມີອາການປ່ວຍທາງຈິດຕາມມາພາຍໃນ 90 ວັນ ເຊິ່ງຖືວ່າຫຼາຍກວ່າກຸ່ມຜູ່ປ່ວຍດ້ວຍໂຣກອື່ນໆເຖິງ 2 ເທົ່າ.

ອາຈານ ພອລ ແຮຣິສັນ ຜູ່ຊ່ຽວຊານທາງດ້ານຈິດຕະເວດສາດຂອງມະຫາວິທະຍາໄລອັອກຝອດ ລະບຸວ່າ ອາການທາງຈິດນີ້ເກີດຂຶ້ນຈະໄລ່ໄປຕັ້ງແຕ່ພາວະວິຕົກກັງວົນ, ພາວະຊຶມເສົ້າ ແລະ ນອນບໍ່ຫຼັບ, ນອກຈາກນີ້ ຍັງມີຄວາມສ່ຽງສູງທີ່ຈະເປັນໂຣກສະໝອງເສື່ອມ ເນື່ອງຈາກສະໝອງໄດ້ຮັບຄວາມເສຍຫາຍຕາມມາອີກດ້ວຍ ພ້ອມຊີ້ແຈງວ່າ ແພດ ແລະ ນັກວິທະຍາສາດທົ່ວໂລກ ຄວນຈະຮີບດ່ວນສືບສວນຫາສາເຫດ ແລະ ຄົ້ນຫາວິທີການຮັກສາອາການປ່ວຍທາງຈິດ ເຊິ່ງເປັນຜົນພວງມາຈາກໂຄວິດ-19 ຢ່າງຮີບດ່ວນ ເນື່ອງຈາກຈຳນວນຜູ່ປ່ວຍດ້ວຍໂຣກທາງຈິດນີ້ເພີ່ມຂຶ້ນເລື້ອຍໆ ຫຼາຍເກີນກວ່າແພດຈະຮັບໄຫວ.

ຜົນການວິໄຈນີ້ ຖືກຕີພິມໃນວາລະສານການແພດ ເດິແລນເຊັດ ໄຊຄາເອຍທຣີ (The Landcet Psychiatry) ໂດຍລວມເອົາຂໍ້ມູນຈາກພົນລະເມືອງໃນອາເມຣິກາຈໍານວນ 69 ລ້ານຄົນ ໃນນີ້ມີຜູ່ປ່ວຍໂຄວິດ-19 ຫຼາຍກວ່າ 62,000 ຄົນ, ໂດຍຜົນການສຶກສາຍັງພົບອີກວ່າ ຜູ່ທີ່ມີບັນຫາທາງຈິດຕະເວດຢູ່ກ່ອນແລ້ວ ຈະມີຄວາມສ່ຽງຈະໄດ້ຮັບການບົ່ງພະຍາດວ່າ ປ່ວຍເປັນໂຣກໂຄວິດ-19 ເພີ່ມຂຶ້ນອີກ 65%.

ຈາກການຕິດຕາມຜູ່ປ່ວຍຂອງທີມວິໄຈເປັນເວລາ 3 ເດືອນຫຼັງຈາກກວດພົບໂຄວິດ-19 ແລ້ວນຳຂໍ້ມູນຂອງຄົນກຸ່ມນີ້ໄປປຽບທຽບກັບກຸ່ມຕົວຢ່າງຫຼາຍພັນຄົນທີ່ເຈັບປ່ວຍກດ້ວຍໂຣກອື່ນໆເຊັ່ນ: ໄຂ້ຫວັດໃຫຍ່, ໂຣກນິ້ວໃນໄຕ ຫຼື ໂຣກກະດູກຫັກ ທີມວິໄຈພົບສັດສ່ວນຂອງອາການປ່ວຍທາງຈິດດັ່ງນີ້:

ພົບຜູ່ປ່ວຍທາງຈິດ 18% ຂອງຜູ່ປ່ວຍໂຄວິດ-19

ພົບຜູ່ປ່ວຍທາງຈິດ 13% ຂອງຜູ່ປ່ວຍໄຂ້ຫວັດໃຫຍ່

ພົບຜູ່ປ່ວຍທາງຈິດ 12.7% ຂອງຜູ່ປ່ວຍກະດູກຫັກ

ແຕ່ວ່າຖ້າບໍ່ນັບລວມກຸ່ມຜູ່ທີ່ມີປະຫວັດປ່ວຍເປັນໂຣກຈິດຕະເວດຢູ່ກ່ອນແລ້ວ ຈະຄິດເປັນອັດຕາສ່ວນດັ່ງນີ້:

ພົບຜູ່ປ່ວຍທາງຈິດ 5.8% ຂອງຜູ່ປ່ວຍໂຄວິດ-19

ພົບຜູ່ປ່ວຍທາງຈິດ 2.8% ຂອງຜູ່ປ່ວຍໄຂ້ຫວັດໃຫຍ່

ພົບຜູ່ປ່ວຍທາງຈິດ 2.5% ຂອງຜູ່ປ່ວຍກະດູກຫັກ

ສຳຫຼັບອາການສ່ວນໃຫຍ່ຂອງຜູ່ປ່ວຍທີ່ໄດ້ຮັບການບົ່ງມະຕິພະຍາດວ່າເປັນໂຣກວິຕົກກັງວົນ ຈະມີພາວະທີ່ຜິດປົກກະຕິໃນການປັບຕົວ ຫຼັງຈາກມີປັດໄຈກົດດັນ ເຮັດໃຫ້ເກີດຄວາມຕຶງຄຽດຈົນບໍ່ສາມາດປັບຕົວໄດ້ຢ່າງເໝາະສົມ ແລະ ສົ່ງຜົນກະທົບຕໍ່ການດຳເນີນຊີວິດປະຈຳວັນ.

ສ່ວນພາວະການວິຕົກກັງວົນທົ່ວໄປ  ຜູ່ປ່ວຍຈະມີຄວາມຄຽດ ຫຼື ກັງວົນຫຼາຍເກີນໄປໃນຫຼາຍເລື່ອງ ບາງຄັ້ງອາດບໍ່ສາມາດລະບຸຫາສາເຫດຂອງຄວາມກັງວົນໄດ້ ສົ່ງຜົນໃຫ້ນອນບໍ່ຫຼັບ, ບໍ່ມີສະມາທິ ແລະ ອາດຈະກະທົບຕໍ່ການໃຊ້ຊີວິດປະຈຳວັນ ແລະ ສຸດທ້າຍກໍປ່ວຍທາງຈິດ ຫຼັງຈາກທີ່ປະສົບເຫດການສະເທືອນໃຈຮຸນແຮງ ເຊິ່ງເປັນໂຣກຄວາມຜິດປົກກະຕິທາງຈິດໃຈຫຼັງຈາກຜ່ານເຫດການບໍ່ດີໃນຊີວິດ, ນອກຈາກນີ້ຍັງພົບບັນຫາຄວາມຜິດປົກກະຕິທາງດ້ານອາລົມ ແຕ່ມີອັດຕາພຽງເລັກໜ້ອຍ.

ທີ່ມາ: https://www.thairath.co.th/news/foreign/1977916