ເປັນຫຍັງເວລາດື່ມກາເຟ ຈຶ່ງຮູ້ສຶກເຈັບທ້ອງທັນທີ?


ການເລີ່ມຕົ້ນຍາມເຊົ້າທີ່ສົດຊື່ນຂອງຫຼາຍໆຄົນໃນການໄປເຮັດວຽກ ຫຼື ອອກໄປເຮັດກິດຈະກໍາໃນແຕ່ລະມື້ ຄົງຈະຫຼີກບໍ່ພົ້ນການດື່ມກາເຟໃນຍາມເຊົ້າ ເພື່ອເປັນການກະຕຸ້ນຮ່າງກາຍໃຫ້ມີການຕື່ນຕົວ ແລະ ຮູ້ສຶກຄືກັບວ່າໄດ້ເຕີມເຕັມພະລັງງານໃຫ້ກັບຮ່າງກາຍ.

ແຕ່ສຳລັບບາງຄົນແລ້ວ ເມື່ອຫຼັງຈາກດື່ມກາເຟເຂົ້າໄປ ນອກຈາກວ່າຈະເປັນການກະຕຸ້ນໃຫ້ຮ່າງກາຍມີຄວາມຕື່ນຕົວແລ້ວນັ້ນ, ມັນຍັງໄປກະຕຸ້ນໃຫ້ລະບົບຂັບຖ່າຍຂອງຮ່າງກາຍເຮັດວຽກໄດ້ໄວຍິ່ງຂຶ້ນ, ນັ້ນຈຶ່ງເປັນເຫດຜົນທີ່ຫຼາຍຄົນຕ້ອງແລ່ນຫາຫ້ອງນໍ້າທັນທີ ຫຼັງຈາກດື່ມກາເຟພາຍໃນເວລາບໍ່ເທົ່າໃດນາທີ.

ແລ້ວກາເຟມີສ່ວນເຮັດໃຫ້ເຮົາມີອາການເຈັບທ້ອງໄດ້ຄືແນວໃດ?

ກາເຟ ແມ່ນມີສ່ວນໃນການກະຕຸ້ນຮໍໂມນຂອງລະບົບການເຮັດວຽກໃນລຳໄສ້ທີ່ຊື່ວ່າ: ແກສທຣິນ (Gastrin), ໃນກາເຟເອງກໍມີສານອົງປະກອບທີ່ແຕກຕ່າງກັນຫຼາຍເຖິງ 1.000 ຊະນິດ ແລະ ເມື່ອເຮົາດື່ມກາເຟເຂົ້າໄປ ມັນຈະປ່ອຍກົດໃນກະເພາະ ເພື່ອໃຫ້ຮ່າງກາຍສົ່ງສັນຍານການເພີ່ມລະດັບຂອງກົດແກສທຣິນໃນລຳໄສ້ເພີ່ມຂຶ້ນ, ຫຼັງຈາກນັ້ນມັນຈະເຂົ້າໄປກະຕຸ້ນການຫົດຂອງກ້າມຊີ້ນໃນລຳໄສ້ ກໍຄືການບີບຕົວຂອງກ້າມຊີ້ນ (Peristalsis) ເຮັດໃຫ້ເກີດການຂົນສົ່ງອາຫານ, ພ້ອມກັບຂອງແຫຼວໃນລຳໄສ້ ແລະ ມີການຂັບຖ່າຍໃນເວລາຕໍ່ມາ. ເຊິ່ງອາການເຫຼົ່ານີ້ສາມາດເກີດຂຶ້ນໄດ້ບໍ່ວ່າເຮົາຈະດື່ມກາເຟແບບປົກກະຕິ ຫຼື ແບບທີ່ບໍ່ມີຄາເຟອີນ ມັນກໍສາມາດເຮັດໃຫ້ທ່ານມີອາການເຈັບທ້ອງໄດ້ເຊັ່ນດຽວກັນ.

ປະເພດຂອງກາເຟໃນປັດຈຸບັນກໍມີຫຼາກຫຼາຍທາງຣົດຊາດທີ່ຄົນເຮົາເລືອກດື່ມຂຶ້ນກັບຄວາມມັກຂອງແຕ່ລະຄົນ, ເຊັ່ນບາງຄົນອາດຈະມັກກາເຟທີ່ມີຣົດຊາດຄວາມຫວານ, ມັນ ເພື່ອເພີ່ມຄວາມກົມກ່ອມ ແລະ ເຮັດໃຫ້ການດື່ມບໍ່ມີຣົດຊາດຂົມຈົນເກີນໄປ. ແນ່ນອນວ່າການເພີ່ມຣົດຊາດໃນການໃສ່ນົມ ຫຼື ຄຣີມໃນກາເຟນັ້ນ ບໍ່ພຽງແຕ່ຈະເປັນການປັບຣົດຊາດທີ່ແຕກຕ່າງໃນກາເຟ ມັນຍັງເປັນການກະຕຸ້ນການເຮັດວຽກໃຫ້ລຳໄສ້ຂັບຖ່າຍໄດ້ໄວກວ່າກາເຟທຳມະດາ. ເພາະໃນນົມ ຫຼື ຄຣີມ ແມ່ນຈະມີ ສານ ແລັກໂຕສ (Lactose) ທີ່ມີຜົນຕໍ່ການເຄື່ອນໄຫວຂອງລຳໄສ້, ເຮັດໃຫ້ຜູ້ທີ່ມີອາການຍ່ອຍສານແລັກໂຕສໄດ້ຍາກ ເກີດອາການທ້ອງອືດ, ມີແກສໃນກະເພາະ ແລະ ເກີດອາການຖອກທ້ອງ ພາຍຫຼັງ 30 ນາທີທີ່ກິນສານແລັກໂຕສເຂົ້າໄປ.

ເວລາໃດທີ່ດື່ມກາເຟແລ້ວສາມາດເກີດອາການເຈັບທ້ອງໄດ້ຫຼາຍທີ່ສຸດ?

ໂດຍປົກກະຕິແລ້ວຮ່າງກາຍຈະເກີດການຂັບຖ່າຍໃນ ເຊົ້າ ເຊິ່ງຮ່າງກາຍຈະເກີດປາກົດການ gastrocolic relex ທີ່ລະບົບກະເພາະອາຫານມີກົນໄກໃນການສົ່ງສັນຍານໃນການກະຕຸ້ນໃຫ້ລຳໄສ້ໃຫຍ່ເກີດການຂັບຖ່າຍ ເພື່ອໃຫ້ຮ່າງກາຍສາມາດຮອງຮັບອາຫານທີ່ຈະກິນໃນຄັ້ງຕໍ່ໄປ. ເຊິ່ງປາກົດການນີ້ກໍມັກຈະເກີດຂຶ້ນໃນ ຍາມເຊົ້າເປັນສ່ວນໃຫຍ່ ຈຶ່ງເປັນເຫດໃຫ້ເວລາທີ່ເຮົາດື່ມກາເຟໃນຍາມເຊົ້ານັ້ນ ອາດເກີດມີອາການເຈັບທ້ອງຖ່າຍໄດ້ຫຼາຍກວ່າເວລາອື່ນ.

ເມື່ອອ່ານມາຮອດນີ້ແລ້ວທ່ານອາດຈະເຫັນເຖິງປະສິດທິພາບ ແລະ ຜົນດີຂອງການດື່ມກາເຟ, ໂດຍສະເພາະຫາກທ່ານໃດທີ່ມີອາການຂັບຖ່າຍຍາກ ອາດຈະລອງເອົາວິທີການດື່ມກາເຟໃນຍາມເຊົ້ານີ້ໄປນໍາໃຊ້ ເພື່ອເຮັດໃຫ້ການຂັບຖ່າຍຂອງທ່ານເປັນລະບົບ ແລະ ກົງຕໍ່ເວລາດີຍິ່ງຂຶ້ນ. ທັງນີ້ທັງນັ້ນ, ກໍບໍ່ໄດ້ໝາຍຄວາມວ່າທ່ານຈະຕ້ອງມຸ່ງເນັ້ນພຽງແຕ່ດື່ມກາເຟເທົ່ານັ້ນ ລະບົບການຂັບຖ່າຍທີ່ດີ ພ້ອມກັບສຸຂະພາບທີ່ແຂງແຮງ ກໍຄວນຈະມາຈາກການກິນທີ່ກົງຕໍ່ເວລາ, ການຮັບປະທານສານອາຫານທີ່ດີ, ການດື່ມບໍລິສຸດນໍ້າໃຫ້ຫຼາຍ, ແລະ ການອອກກຳລັງກາຍເປັນປະຈຳ.

ແຫຼ່ງທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/