ເຄີຍສົງໄສບໍ່ວ່າ ເປັນຫຍັງເຮົາຄືລືມສິ່ງຕ່າງໆ? ຫຼາຍຄົນອາດຈະຄິດວ່າ ສະໝອງເຮົາມີພື້ນທີ່ເກັບໜ້ອຍເຮົາຈຶ່ງມັກລືມນັ້ນລືມນີ້
ແຕ່ແທ້ໆແລ້ວ ນັກວິທະຍາສາດບອກເຮົາວ່າເຮົາຍັງບໍ່ພົບ “ຂີດຈຳກັດ” ເລື່ອງຄວາມຊົງຈຳຂອງມະນຸດເລີຍ ໝາຍຄວາມວ່າສະໝອງມະນຸດເຮົາສາມາດເກັບຮັກສາຄວາມຊົງຈຳເອົາໄວ້ເກືອບຈະເອີ້ນໄດ້ວ່າ ບໍ່ມີທີ່ສິ້ນສຸດ ຫຼື ເວົ້າງ່າຍໆຄື ເຮົາໜ້າຈະ “ຈື່ໄດ້ທຸກເລື່ອງ” ບາງຄົນອາດຈະສົງໄສຂຶ້ນມາວ່າ ຖ້າເປັນແບບນັ້ນ ແລ້ວເປັນຫຍັງເຮົາຄືລືມ.
![](https://laox.la/wp-content/uploads/2020/11/ເດເກ-1024x672.jpg)
The Persistence and Transience of Memory ງານວິໄຈທີ່ຕີພິມໃນວາລະສານ Neuron ບອກວ່າທີ່ຈິງແລ້ວຂັ້ນຕອນການ “ລືມ” (ຫຼືຄືການ “ລົບຄວາມຈຳ”) ນັ້ນເປັນຂັ້ນຕອນທີ່ຈຳເປັນຫຼາຍສຳລັບເຮົາ ເຮົາອາດຈະຄິດວ່າ ຄວາມຊົງຈຳສົມບູນແບບຄືການບໍ່ລືມອີຫຍັງເລີຍ ແຕ່ຖ້າຈະເຮັດໃຫ້ເຮົາຢູ່ໃນໂລກນີ້ ແລ້ວຍັງສາມາດຮັບມື ແລະ ສຳຫຼວດໂລກນີ້ຕໍ່ໄປໄດ້ ຂັ້ນຕອນການລືມນັ້ນສຳຄັນຫຼາຍ.
![](https://laox.la/wp-content/uploads/2020/11/ດກຫດກ-1024x680.jpg)
ຢ່າງທຳອິດກໍຄື “ການລືມຂໍ້ມູນເກົ່າ” ນັ້ນ ເຮັດໃຫ້ເຮົາມີປະສິດທິພາບເພີ່ມຫຼາຍຂຶ້ນ, Neurogenesis-mediated forgetting minimizes proactive interference ຄືງານວິໄຈອີກອັນນຶ່ງທີ່ນັກວິທະຍາສາດເຝິກໜູໃຫ້ຍ່າງໃນເຂົາວົງກົດ ເມື່ອຍ່າງແລ້ວ
ຈາກນັ້ນກໍປ່ຽນຕຳແຫນ່ງຕ່າງໆໃນເຂົາວົງກົດໃໝ່ ແລ້ວກໍວາງຢາໜູບາງສ່ວນ ເພື່ອເຮັດໃຫ້ມັນລືມຂໍ້ມູນເຂົາວົງກົດ.
ຜົນປາກົດວ່າ ໜູທີ່ລືມເຂົາວົງກົດເກົ່າໄປແລ້ວນັ້ນ ສາມາດຮຽນຮູ້ເຂົາວົງກົດໃໝ່ໄດ້ໄວຂຶ້ນກວ່າໜູທີ່ຍັງຈື່ເຂົາວົງກົດເກົ່າຫຼາຍ ນັ້ນເປັນເພາະວ່າຄວາມຊົງຈຳເກົ່າທີ່ຍັງຢູ່ນັ້ນ ເຮັດໃຫ້ເຮົາຕ້ອງເສຍເວລາ “ປະມວນຜົນ” ຂໍ້ມູນເກົ່າຊໍ້າໆ ທັງທີ່ຂໍ້ມູນພວກນັ້ນບໍ່ເປັນປະໂຫຍດອີກຕໍ່ໄປແລ້ວ
ດັ່ງນັ້ນ “ການລືມຂໍ້ມູນເກົ່າ” ຈຶ່ງສຳຄັນຫຼາຍສຳລັບການໃຊ້ຊີວິດຂອງເຮົາ ເພາະມັນຊ່ວຍໃຫ້ເຮົາບໍ່ຕ້ອງກັບໄປຜ່ານວິທີການຂໍ້ມູນລົ້ນເກີນ ໂດຍຄ່ອຍໆປຽບທຽບຂໍ້ມູນນຶ່ງໆ ກັບຂໍ້ມູນເກົ່າໆທີ່ມີຢູ່ທັງໝົດອີກ.ຈຸດນີ້ສຳຄັນຫຼາຍເພາະມັນຄືນຶ່ງໃນວິທີທີ່ນັກວິທະຍາສາດໃຊ້ສ້າງ “ປັນຍາປະດິດ” ຫຼື “AI” ຂຶ້ນມາ.
![](https://laox.la/wp-content/uploads/2020/11/ດຫກດກ-1024x682.jpg)
ນັກວິທະຍາສາດພົບວ່າ ຖ້າໃຫ້ AI ຈຶື່ຈຳທຸກເລື່ອງລາວ ມັນຈະເຮັດວຽກໄດ້ຊ້າລົງ ຫຼື ບາງຄັ້ງກໍເຮັດວຽກບໍ່ໄດ້ເລີຍ. ມີການທົດລອງໂດຍສອນໃຫ້ຄອມພິວເຕີຈື່ໃບໜ້າຂອງຄົນຫຼາຍພັນຄົນ ໂດຍຈົດຈຳແຕ່ລັກສະນະສະເພາະຂອງໃບໜ້າຄົນເຫຼົ່ານັ້ນເກັບໄວ້ ເຊັ່ນ: ຄົນໃດມີຕາສີຟ້າ, ຕາສີນ້ຳຕານ, ຮິມສົບໜາ ຫຼື ບາງ ແລະອື່ນໆ ແຕ່ເມື່ອນຳໃບໜ້າ “ໃໝ່” ທີ່ບໍ່ໄດ້ມີລັກສະນະຄືກັບໃບໜ້າຕ່າງໆທີ່ເວົ້າມາໃຫ້ຄອມພິວເຕີເບິ່ງ ມັນກັບບໍ່ສາມາດຮັບຮູ້ໄດ້ວ່ານັ້ນຄືໃບໜ້າ ເພາະມັນ ໄປເສຍເວລາຢູ່ກັບລາຍລະອຽດພວກນັ້ນເຊັ່ນ: ຕາສີຫຍັງ, ປາກໜາ ຫຼືບາງ
ເພື່ອແກ້ບັນຫານີ້ ນັກວິໄຈຕ້ອງໃຊ້ວິທີທີ່ເອີ້ນວ່າ Regularization ໂດຍບັງຄັບໃຫ້ລະບົບ “ລືມ” ຂໍ້ມູນໃນລາຍລະອຽດບາງສ່ວນ ຈົນເຫຼືອຢູ່ແຕ່ “ຂໍ້ມູນທີ່ເປັນແກ່ນ” (Core Inforation) ເຊັ່ນ: ໜ້າຕ້ອງມີຕາສອງຕາ ມີປາກ ມີດັງ ກ່ອນ ບໍ່ແມ່ນຮີບຮ້ອນລົງໄປຫາລາຍລະອຽດເລີຍໃນທັນທີ.
ສະໝອງຂອງເຮົາກໍເຊັ່ນກັນ ສະໝອງມີຄວາມຊົງຈຳສອງແບບຄື Episodic memory ຫຼື ເລື່ອງທີ່ເກີດຂຶ້ນມາເປັນເລື່ອງໆ ກັບຄວາມຊົງຈຳທີ່ເປັນຄວາມຮູ້ໂດຍທົ່ວໄປ ເອີ້ນວ່າ Semantic memory ຄວາມຊົງຈຳແບບທຳອິດຈະຈາງຫາຍໄປໄວກວ່າ ເຊັ່ນ: ເຮົາບໍ່ຈຳເປັນຕ້ອງຈື່ໄດ້ວ່າ ເມື່ອຫົກອາທິດກ່ອນນີ້ເຮົາໃສ່ເສື້ອສີຫຍັງ ແຕ່ການຮູ້ວ່າການລີດເສື້ອເຮັດແນວໃດ ຫຼື ເສື້ອຢູ່ບ່ອນໃດໃນຕູ້ເສື້ອຜ້າ ຄືສິ່ງທີ່ສະໝອງເຮົາເລືອກຈະເກັບຮັກສາໄວ້.
![](https://laox.la/wp-content/uploads/2020/11/ດກດຫ.jpg)
ນັກປະສາດສາດ ພົບວ່າ ການລົບຄວາມຊົງຈຳໃນສະໝອງເກີດຂຶ້ນໄດ້ດ້ວຍການສ້າງເຊວປະສາດໃໝ່ໆມາ “ທັບ” ຫຼື ແທນທີ່ເຊວປະສາດເກົ່າ ເຮັດໃຫ້ເຊວປະສາດຫຼືໂຕເຊື່ອມລະຫວ່າງເຊວປະສາດເກົ່າມີການອ່ອນແອລົງ ເຊິ່ງແທ້ໆແລ້ວກໍຄ້າຍການຂຽນຂໍ້ມູນໃໝ່ທັບລົງພື້ນທີ່ເກັບຂໍ້ມູນຂອງຄອມພິວເຕີຄືກັນ.
ຈະເຫັນໄດ້ວ່າ ການລືມ ນັ້ນສຳຄັນກັບຊີວິດເຮົາຫຼາຍ ໂດຍສະເພາະຖ້າຢາກກ້າວໄປຂ້າງໜ້າ (move on) ຫຼື ເຄື່ອນຕໍ່ໄປຂ້າງໜ້າໄດ້, ສະຫຼຸບແລ້ວ ຖ້າລືມບໍ່ໄດ້ ກໍກ້າວໄປຕໍ່ບໍ່ໄດ້ນັ້ນເອງ
ທີ່ມາ: https://adaybulletin.com/know-hereshow-forget-to-move-on/46818