ເບລາຣຸສ ຕັດສິນຈຳຄຸກ ເຈົ້າຂອງຮາງວັນໂນເບວສາຂາສັນຕິພາບ 2022 ຂໍ້ຫາ ລະດົມທຶນມາປະທ້ວງຂັບໄລ່ລັດຖະບານ

ເບລາຣຸສ

ເຈົ້າຂອງຮາງວັນ ໂນເບວສາຂາສັນຕິພາບ ປີ 2022 ອາເລັສ ເບຍລຽດສກີ້ (Ales Bialiatski) ​ແລະ ນັກ​ເຄື່ອນ​ໄຫວ​ດ້ານສິດທິ​ມະນຸດ​ຊາວ​ເບ​ລາຣຸສ 2 ຄົນ ຖືກສານ​ເບ​ລາຣຸສ​​ຕັດສິນ​ລົງ​ໂທດ​ຈຳ​ຄຸກ 10 ປີ​ໃນ​ວັນ​ສຸກ​ທີ 3 ກຸມພາ ທີ່ຜ່ານມານີ້ ​ໃນ​ຂໍ້​ຫາ​ລະດົມ​ທຶນ ​ແລະ ​ລັກລອບ​ເອົາ​ເງິນ​ເຂົ້າ​ປະ​ເທດ ​ແລະ ລະດົມເງິນທຶນເຂົ້າໃຊ້ໃນການປະທ້ວງຕໍ່ຕ້ານ, ​ຂັບ​ໄລ່ລັດຖະບານ ພາຍໃຕ້ການນຳຂອງ ​ປະທານາທິບໍດີ ອາເລັກຊານເດີ ລູຄາເຊັນໂກ (Alexander Lukashenko).

ນັກ​ເຄື່ອນ​ໄຫວ​ອີກ​ສອງ​ຄົນ​ທີ່ໄດ້​ຖືກ​ຕັດສິນ​ຈຳ​ຄຸກ​ຄື ວາລຽນຊິນ ສະເຕຟາໂນວິສ (Valiantsin Stefanovich) ໂດຍສານຕັດສິນ ​ຈຳ​ຄຸກ 9 ປີ, ​ແລະ  ອູລັດຊິເມຍ ລັບໂຄວິສ (Uladzimir Labkovich), ຖືກຕັດສິນຈຳຄຄຸກ 7 ປີ.

ເບລາຣຸສ

ພາຍຫຼັງມີການຕັດສິນດັ່ງກ່າວ ຜູ້ນໍາຝ່າຍຄ້ານຂອງເບລາຣຸສ ຊາວຽດລານາ ຊີຄາໂນສຄາຍາ (Sviatlana Tsikhanouskaya) ເຊິ່ງປັດຈຸບັນ ລີ້ໄພຢູ່ຕ່າງປະເທດ ​ໄດ້​ອອກ​ຄຳ​ກ່າວ​ປະນາມ​ເປັນ​ຄຳ​ຕັດສິນ​ທີ່​ໜ້າ​ຕົກ​ໃຈ​ທີ່​ສຸດ ພ້ອມກັບລະບຸວ່າ: “ພວກເຮົາຕ້ອງເຮັດທຸກສິ່ງທີ່ພວກເຮົາສາມາດເຮັດໄດ້ເພື່ອຕໍ່ສູ້ກັບຄວາມບໍ່ຍຸຕິທໍາທີ່ໜ້າອັບອາຍນີ້ ແລະ ຟື້ນຟູເສລີພາບຂອງພວກເຂົາໃຫ້ກັບຄືນມາ”

ເບລາຣຸສ

ໃນ​ຂະ​ນະ​ທີ່ ແອນນາເລນາ ເບີບັອກ (Annalena Berbok), ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເຢຍ​ລະ​ມັນ ກໍໄດ້ອອກມາປະນາມການກ່າວຫາ ແລະ ການຕັດສິນຂອງສານເບລາຣຸສເຊັ່ນກັນ. ໂດຍກ່າວວ່າມັນເປັນການຕັດສິນທີ່ຕະຫຼົກຫຼາຍ ທີ່ທັງ 3​ ຄົນ ຖືກຕັດສິນຈຳຄຸກຍ້ອນພວກເຂົາຕໍ່ສູ້ຮຽກຮ້ອງສິດທິ ສັກສີ ແລະ ເສລີພາບໃຫ້ແກ່ຊາວ ເບລາຣຸສ ເທົ່ານັ້ນເອງ.

ໃນປີ 2022 ອາເລັສ ເບຍລຽດສກີ້ ໄດ້ຮັບຮາງວັນໂນເບວສາຂາສັນຕິພາບ ຮ່ວມ​ກັບ​ອົງການ​ສິດທິ​ມະນຸດ​ຂອງຣັດ​ເຊຍ Memorial, ​ແລະ ​ສູນ​ກາງ​ເພື່ອ​ເສລີພາບ​ພົນລະ​ເມືອງ (CCL), ເຊິ່ງເປັນອົງການ​ສິດທິ​ມະນຸດ​ຂອງ​ຢູເຄຣນ ຫຼັງ​ຈາກ​ທີ່​ພະ​ຍາ​ຍາມ​ຮວບ​ຮວມ​ຂໍ້​ມູນ ​ແລະ ​ຫຼັກ​ຖານ​ກ່ຽວ​ກັບ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ ລວມທັງອາຊະຍາກຳສົງຄາມ.

ເບລາຣຸສ

ໂດຍ ອາເລັສ ເບຍລຽດສກີ້ ເປັນໜຶ່ງໃນນັກເຄື່ອນໄຫວດ້ານ ສິດທິມະນຸດ ທີ່ມີຊື່ສຽງ ເຊິ່ງມີລາຍງານວ່າ ອາເລັສ ເບຍລຽດສກີ້ ໄດ້ເຮັດການເກັບກຳຂໍ້ມູນ ແລະ ຫຼັກຖານການລະເມີດສິດທິມະນຸດໃນ ເບລາຣຸສ ຕັ້ງແຕ່ຊຸມປີ 1980 ກ່ອນທີ່ຈະກໍ່ຕັ້ງອົງກອນ Viasna (ໜ່ວຍງານທີ່ຮຽກຮ້ອງສິດທິມະນຸດໃນເບລາຣຸສ) ຂຶ້ນໃນປີ 1996 ຫຼັງການເຮັດປະຊາມະຕິເພື່ອຄວບລວມອຳນາດບໍລິຫານງານຂອງປະທານາທິບໍດີ ອາເລັກເຊນເດີ ລາຄາເຊັນໂກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/