ແຫຼ່ງຜະລິດພະລັງງານໄຟຟ້າຈາກກັງຫັນລົມ ແຫ່ງທຳອິດໃນ ສປປ ລາວ ຈະເລີ່ມຜະລິດກະແສໄຟຟ້າໃນປີ 2023 ນີ້

ແຫຼ່ງຜະລິດພະລັງງານໄຟຟ້າ

ພະລັງງານໄຟຟ້າທີ່ໄດ້ຈາກກັງຫັນລົມ ຖືເປັນອີກໜຶ່ງພະລັງງານສະອາດ ແລະ ເປັນອີກວິທີທີ່ຫຼາຍປະເທດນິຍົມໃຊ້ກັນໃນການຜະລິດໄຟຟ້າ ເພື່ອລົດຜ່ອນການນຳໃຊ້ພະລັງງານເຊື້ອໄຟ ແລະ ພະລັງງານຊະນິດອື່ນໆ ທີ່ມີຢູ່ຢ່າງຈໍາກັດ, ເຊິ່ງແຫຼ່ງຜະລິດພະລັງງານໄຟຟ້າຈາກກັງຫັນລົມ ແຫ່ງທຳອິດໃນ ສປປ ລາວ ຈະເລີ່ມຜະລິດກະແສໄຟຟ້າໃນກາງປີ 2023 ນີ້ທີ່ ເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື.

ໂຄງການຜະລິດໄຟຟ້າຈາກກັງຫັນລົມ 600 ເມກາວັດ ໄດ້ຮັບການພັດທະນາໂດຍ ບໍລິສັດ ອິມແພັກ ເອັນເນີຈີເອເຊຍ ດີວີລົບເມັ້ນ ຈໍາກັດ ເຊິ່ງໄດ້ຮັບການອະນຸມັດເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບ ລັດຖະບານລາວ ໃນປີ 2011 ເພື່ອດໍາເນີນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເທັກນິກ ໂດຍມີການຕິດຕັ້ງເສົາວັດແທກເກັບຂໍ້ມູນລົມ 5 ຈຸດ ເປັນເວລາ 9 ປີ. ມາຮອດວັນນທີ 07 ສິງຫາ 2015 ເຈົ້າຂອງໂຄງການຈຶ່ງໄດ້ຮັບການອະນຸມັດເຊັນສັນຍາພັດທະນາໂຄງການ ຫຼື PDA. ຕໍ່ມາ ລັດຖະບານ ໄດ້ອະນຸມັດໃຫ້ເຊັນສັນຍາສຳປະທານໂຄງການ (CA).

ເພື່ອຮັບປະກັນເຮັດໃຫ້ ໂຄງການສາມາດກໍ່ສ້າງສໍາເລັດ ແລະ ເປີດຜະລິດກະແສໄຟຟ້າ (COD) ໃນປີ 2025, ບໍລິສັດຈະເລີ່ມລົງມືກໍ່ສ້າງວຽກໂຄງລ່າງພື້ນຖານ ໃນໄຕມາດທີ 1 ປີ 2023 ແລະ ພ້ອມກັນນັ້ນກໍຈະລິເລີ່ມນໍາອຸປະກອນກັງຫັນລົມຊຸດທໍາອິດເຂົ້າມາເພື່ອຕິດຕັ້ງ ແລະ ໃຫ້ສາມາດຜະລິດໄຟຟ້າໄດ້ໃນໄຕມາດ 3 ປີ 2023. ໂຄງການດັ່ງກ່າວນີ້ຈະໃຊ້ເວລາການກໍ່ສ້າງ 3 ປີ (ລວມທັງການກໍ່ສ້າງໂຄງການສາຍສົ່ງ), ມີອາຍຸສໍາປະທານໂຄງການ 25 ປີ ແລະ ມີມູນຄ່າການລົງທຶນຂອງໂຄງການທັງໝົດ 900 ລ້ານໂດລາສະຫະລັດ (ລວມທັງມູນຄ່າການກໍ່ສ້າງແລ້ວສາຍສົ່ງ 500 ກິໂລໂວນ ຈາກສະຖານີໄຟຟ້າກັງຫັນລົມ ຫາ ຊາຍແດນ ລາວ-ຫວຽດນາມ).

ແຫຼ່ງຜະລິດພະລັງງານໄຟຟ້າ
(ຮູບປະກອບຈາກອິນເຕີເນັດ)

ໂຄງການດັ່ງກ່າວ ເປັນໂຄງການທີ່ແນໃສ່ການພັດທະນາແບບຍືນຍົງ ໂດຍໂຄງການຈະໃຊ້ພະລັງງານຈາກລົມນໍາມາຜະລິດກະແສໄຟຟ້າ ເຊິ່ງເປັນພະລັງງານທີ່ສະອາດ ແລະ ເປັນພະລັງງານທົດແທນທີ່ມີຄວາມຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເພື່ອລົດຜ່ອນການນຳໃຊ້ພະລັງງານເຊື້ອໄຟ ແລະ ພະລັງງານຊະນິດອື່ນໆ ທີ່ມີຢູ່ຢ່າງຈໍາກັດ, ພ້ອມກັນນັ້ນ ຍັງຈະຊ່ວຍລົດຜ່ອນການປ່ອຍທາດອາຍພິດເຮືອນແກ້ວ ເຊິ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ເກີດມີສະພາວະໂລກຮ້ອນ.

ໂຄງການຜະລິດໄຟຟ້າຈາກກັງຫັນລົມແຫ່ງທໍາອິດແຫ່ງນີ້ ຈະປະກອບມີການຕິດຕັ້ງເສົາຈຳນວນ 148 ຕົ້ນ (ນໍາໃຊ້ເນື້ອທີ່ 0,272 ຮຕ/ຕົ້ນ), ມີ 2 ລະດັບຄື: ເສົາກັງຫັນລົມສູງ 140 ແມັດ, ມີກຳລັງການຜະລິດໄຟຟ້າ 4 ເມກາວັດ ຕໍ່ຕົ້ນ, ຄວາມໄວຂອງລົມຕ່ຳສຸດ 2,5 ແມັດ ຕໍ່ວິນາທີ, ຄວາມໄວຂອງລົມສູງສຸດ 9,7 ແມັດ ຕໍ່ວິນາທີ, ນຳໃຊ້ຮຸ່ນໃບພັດ 3 ໃບ, ມີຄວາມຍາວຂອງໃບພັດ 80,8 ແມັດ, ເສັ້ນຜ່າສູນກາງ 165 ແມັດ, ເນື້ອທີ່ໃບພັດ 21,362 ຕາແມັດ; ແລະ ເສົາກັງຫັນລົມ ສູງ 110 ແມັດ, ມີກຳລັງການຜະລິດໄຟຟ້າ 4,5 ເມກາວັດ ຕໍ່ຕົ້ນ, ຄວາມໄວຂອງລົມຕ່ຳສຸດ 3 ແມັດ ຕໍ່ວິນາທີ, ຄວາມໄວຂອງລົມສູງສຸດ 10,5 ແມັດ ຕໍ່ວິນາທີ, ນຳໃຊ້ຮຸ່ນໃບພັດ 3 ໃບ, ມີຄວາມຍາວຂອງໃບພັດ 83,9 ແມັດ, ເສັ້ນຜ່າສູນກາງ 171 ແມັດ, ເນື້ອທີ່ໃບພັດ 22,965 ຕາແມັດ. ນອກຈາກນັ້ນ ຍັງຈະມີການກໍ່ສ້າງເສັ້ນທາງທີ່ມີຄວາມກວ້າງ 6 ແມັດ ພ້ອມທັງສ້າງຮ່ອງລະບາຍນໍ້າລຽບຕາມເສັ້ນທາງ ແລະ ລະບົບສາຍເກັບໄຟຟ້າຂະໜາດ 35 ກິໂລໂວນ ແບບຝັງດິນເບື້ອງລະ 1 ແມັດ ລວມເປັນ 8 ແມັດ ເພື່ອເຂົ້າຫາເສົາກັງຫັນລົມ ແລະ ຈຸດເກັບໄຟຟ້າຈາກຈາກກັງຫັນລົມ ຈຳນວນ 148 ຕົ້ນ ເພື່ອເຊື່ອມຕໍ່ສະຖານີໄຟຟ້າຍ່ອຍ 110 ກວ ທັງ 5 ສະຖານີ ພາຍໃນພື້ນທີ່ໂຄງການ. ຫຼັງຈາກນັ້ນຈະໄດ້ສ້າງສາຍສົ່ງເທິງພື້ນດິນຂະໜາດແຮງສູງ 115 ກວ ແລະ 35 ກວ ເພື່ອເກັບໄຟຟ້າຈາກທັງ 5 ສະຖານີຍ່ອຍມາເຊື່ອມຕໍ່ກັບສະຖານີຫຼັກ 500 ກວ ຂອງໂຄງການ.

ແຫຼ່ງຜະລິດພະລັງງານໄຟຟ້າ
(ຮູບປະກອບຈາກອິນເຕີເນັດ)

ປັດຈຸບັນໂຄງການໄດ້ວ່າຈ້າງ ບໍລິສັດ ອິນໂນກຣີນ ເອັນຈິເນຍຣິ້ງ ຈຳກັດ (ສປປ ລາວ) ແລະ ກຣີນເນີ ຄອນຊາວເຕີນ ຈຳກັດ (ປະເທດຣາຊະອານາຈັກໄທ) ພ້ອມກັນດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແລະ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ.

ຂອບໃຈຂໍ້ມູນຈາກ: https://bit.ly/3LdAG8b

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/