ເດືອນທັນວາ 2022 ອັດຕາເງິນເຟີ້ເພີ່ມສູງເຖິງ 39,3% ສູງສຸດໃນຮອບປີ

ເດືອນທັນວາ 2022

ສະພາບອັດຕາເງິນເຟີ້ຂອງ ສປປ ລາວ ສືບຕໍ່ເພີ່ມສູງຂຶ້ນຕໍ່ເນື່ອງໃນປີ 2022, ຫຼ້າສຸດເດືອນທັນວາ ເພີ່ມຂຶ້ນສູງສຸດໃນຮອບປີ ຢູ່ທີ່ 39,3%, ຈາກການເພີ່ມຂຶ້ນຂອງໝວດຄົມມະນາຄົມ ແລະ ຂົນສົ່ງ, ອາຫານ, ໝວດຮັກສາສຸຂະພາບ, ຈາກປັດໄຈການອ່ອນຄ່າຂອງເງິນກີບເມື່ອທຽບກັບສະກຸນເງິນເຊັ່ນ: ເງິນໂດລາ, ບາດ ແລະ ຢວນ ທີ່ກະທົບໃສ່ສິນຄ້ານຳເຂົ້າລວມທັງສິນຄ້ານຳເຂົ້າທີ່ເປັນປັດໄຈການຜະລິດ ຈຶ່ງເຮັດໃຫ້ສິນຄ້າມີລາຄາສືບຕໍ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.

ອີງຕາມບົດລາຍງານສະພາບອັດຕາເງິນເຟີ້ ປະຈຳເດືອນທັນວາ 2022 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ວ່າ: ອັດຕາເງິນເຟີ້ລວມເດືອນທັນວາ 2022 ທຽບ ປີຕໍ່ປີ ຫຼື ທຽບກັບເດືອນດຽວກັນຂອງປີຜ່ານມາ ຍັງສືບຕໍ່ເພີ່ມຂຶ້ນ ເຊິ່ງຢູ່ໃນລະດັບ 39,3% (ເດືອນພະຈິກ 2022 ແມ່ນ 38,5%). ໃນນີ້, ໝວດທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງກວ່າໝູ່ແມ່ນໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 50,4%, ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 45,9%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 42,1%, ໝວດອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 32,2%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 32,1%, ແລະ ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 25,3%.

ເດືອນທັນວາ 2022

ທັງນີ້, ການປ່ຽນແປງປີຕໍ່ປີ ຫຼື ອັດຕາເງິນເຟີ້ລວມຂອງ ສປປ ລາວ ເດືອນທັນວາ 2022 ທຽບກັບເດືອນດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 39,3% ເຊິ່ງມີການເໜັງຕີງຂອງໝວດສິນຄ້າ ແລະ ບໍລິການດັ່ງລຸ່ມນີ້: ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 45,9%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 23,6%, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 24,1%, ໝວດທີ່ພັກອາໄສ, ນ້ໍາປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 24,2%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 32,1%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 42,1%, ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນສູງເຖິງ 50,4%,  ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 12,9%, ໝວດການບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 19,8%, ໝວດການສຶກສາ ເພີ່ມຂຶ້ນ 13,1%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 32,2% ແລະ ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 25,3%.

ເດືອນທັນວາ 2022

ນັບແຕ່ປີ 2022 ມາ ອັດຕາເງິນເຟີ້ຂອງ ສປປ ລາວ ໄດ້ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເລີ່ມເດືອນມັງກອນ 2022 ອັດຕາເງິນເຟີ້ຢູ່ທີ່ 6,25%, ກຸມພາ 7,31%, ມີນາ 8,54%, ເມສາ 9,87%, ພຶດສະພາ 13,81%, ມິຖຸນາ 23,60%, ກໍລະກົດ 25,55%, ສິງຫາ 30,01%, ກັນຍາ 34,05%, ຕຸລາ 36,75%, ພະຈິກ 38,46% ແລະ ເດືອນທັນວາ ອັດຕາເງິນເຟີ້ໄດ້ເພີ່ມຂຶ້ນສູງສຸດໃນຮອບປີ ຢູ່ທີ່ 39,27%.

ຂອບໃຈຂໍ້ມູນຈາກ:

https://bit.ly/3CtyoMQ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/