Squid Game ເປັນຊີຣີ້ອີກເລື່ອງທີ່ກຳລັງເປັນທີ່ນິຍົມໃນ Netflix ມີຈຸດເດັ່ນຄື ເປັນເລື່ອງທີ່ນຳເອົາເກມການຫຼິ້ນຂອງເດັກນ້ອຍເກົາຫຼີມາໃຫ້ຜູ້ໃຫຍ່ຫຼິ້ນແຂ່ງກັນ ຖ້າຫາກໃຜບໍ່ຜ່ານ ຫຼື ເຮັດຜິດກະຕິກາ ຄົນນັ້ນກໍຈະຕົກຮອບທັນທີ. ຜົນຕອບຮັບໃນເລື່ອງນີ້ແມ່ນດີເກີນຄາດ ມີຜູ້ຮັບຊົມເປັນຈຳນວນຫຼາຍ, ໄດ້ທັງມຸມມອງຄວາມຄິດໄປໃນຫຼາຍທິດທາງ.
ໃນເລື່ອງຈະປະກອບດ້ວຍ 9 ຕອນ, ເຊິ່ງແຕ່ລະຕອນຈະມີເກມ ໃຫ້ໄດ້ລຸ້ນແບບຈິງຈັງ ເບິ່ງເກມຄືຈະງ່າຍ ແຕ່ເມື່ອໄດ້ມາລົງມືປະຕິບັດ ບວກກັບການແຂ່ງກັບເວລາ ແລະ ກະຕິກາທີ່ຕ້ອງໃຊ້ການຕັດສິນໃຈທີ່ເດັດຂາດ ບາງຕອນກໍລຸ້ນແລ້ວລຸ້ນອີກ ວ່າພວກເຂົາຈະໃຊ້ວິທີໃດເພື່ອຜ່ານເກມໄປໃຫ້ໄດ້.

ເກມແກະແຜ່ນນ້ຳຕານ: ຜູ້ຫຼິ້ນແຕ່ລະຄົນຈະໄດ້ຮັບກ່ອງປິດສະໜາ ຕາມຮູບທີ່ພວກເຂົາເລືອກ ເຊິ່ງບໍ່ຮູ້ເລີຍວ່າຕົນເອງຈະໄດ້ຫຼິ້ນເກມແກະນ້ຳຕານ, ໃນກະຕິກາຄືການແກະແຜ່ນນໍ້າຕານໃຫ້ອອກມາຄືກັບຮູບຊົງທີ່ຕົນເອງໄດ້ເລືອກ ໂດຍທີ່ຕ້ອງບໍ່ແຕກ, ອຸປະກອນການແກະແມ່ນມີພຽງເຂັມ, ກຳນົດເວລາພາຍໃນ 5 ນາທີ ຖ້າຫາກເຮັດແຕກ ຫຼື ເສຍຮູບຊົງ ກໍຈະຕົກຮອບທັນທີ.

ເກມແກະນ້ຳຕານນີ້ ຫຼາຍຄົນທີ່ຮັບຊົມກໍກຳລັງນິຍົມນຳມາເຮັດຕາມ, ມີທັງໃນ TikTok ແລະ ຫຼາຍຊ່ອງທາງ ທີ່ຫຼາຍຄົນຮັບຊົມຈາກ Squid Game ແລ້ວນຳມາເຮັດຢູ່ນອກຈໍ. ເປັນອີກເກມທີ່ກຳລັງນິຍົມເຮັດຕາມກັນ ແລະ ກໍມີການສອນວິທີການເຮັດອີກພ້ອມ.

ຂອບໃຈຂໍ້ມູນຈາກ: https://bit.ly/3zAiHiE
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/