“ທີ່ຮັກ ຢາກໃຫ້ເຈົ້າໄດ້ຮູ້
When there was me and you
My world was wonderful
ຍັງຈົດຈຳ ຊ່ວງເວລາທີ່ແສນສັ້ນ
ຂອງເຮົານັ້ນໄດ້ສຸກສັນ ກາລະຄັ້ງໜຶ່ງເຮົາເຄີຍຮັກກັນ…”

ປະໂຫຍກທີ່ຂຽນໄປນັ້ນແມ່ນທ່ອນ Chorus ຈາກເພງ My dear (ທີ່ຮັກ) ເຊິ່ງຮ້ອງ ແລະ ແຕ່ງໂດຍ ມີນ້າ ຫຼື Mina-ka ສາວນ້ອຍຜູ້ເຕັມໄປດ້ວຍຄວາມໜ້າຮັກ ທີ່ມາພ້ອມກັບຄວາມສາມາດອັນຫຼາກຫຼາຍບໍ່ວ່າຈະເປັນ ການແຕ້ມຮູບ, ການສະແດງ, ຮ້ອງເພງ ລວມໄປເຖິງການຂຽນເພງເອງ.
ເຮົາລອງມາຮູ້ຈັກກັບ ມີນ້າ ຜ່ານບົດສຳພາດທີ່ສະແດງໃຫ້ເຫັນເຖິງຄວາມໜ້າຮັກ ແລະ ຄວາມສາມາດຕ່າງໆຂອງສາວນ້ອຍຄົນນີ້ກັນເລີຍ.
- ໃຫ້ມີນ້າຊ່ວຍແນະນຳຕົນເອງໃຫ້ແຟນເພຈ LaoX ເຮົາໄດ້ຮູ້ຈັກແດ່ເນາະ?
“ສະບາຍດີ ຊື່ ມີນ້າ ສະຖາພອນ ພຸດສະຫວັດ ອາຍຸ 21ປີ, ປັດຈຸບັດສຶກສາຢູ່ທີ່ Donghua University of Shanghai ຢູ່ຊຽງໄຮ້ປະເທດຈີນ ສາຂາ Digital Media Art – Animation.
ແຕ່ຍ້ອນໂຄວິດເປັນເຫດ ຕອນນີ້ຈຶ່ງໄດ້ກັບມາຢູ່ລາວ ແລະ ຮຽນ Online ແທນ”
- ກ່ອນໜ້າທີ່ຈະມີຜົນງານເພງ My dear (ທີ່ຮັກ) ມີນ້າໄດ້ເຮັດຫຍັງມາກ່ອນບໍ?
“ກ່ອນຈະມາຮອດຜົນງານເພງນີ້ ມີນ້າ ເປັນທັງນັກຄອສເພ, ນັກສະແດງ ແລະ ໄອດໍ້ມາກ່ອນ ໂດຍຜົນງານເດັ່ນໆທີ່ເປັນທີ່ຮູ້ຈັກຫຼາຍສຸດກໍແມ່ນ ຊີຣີ່ເລື່ອງ ຮັກນີ້ສີບົວພາກ2 ແລະກໍວົນວຽນໄປມາຢູ່ໃນວົງການມາກໍຖືວ່າດົນສົມຄວນ”

- ຢາກໃຫ້ເລົ່າເຖິງຈຸດເລີ່ມຕົ້ນໃນການມາເປັນນັກຮ້ອງ?
“ກ່ອນຈະຕັດສິນໃຈເຂົ້າມາໃນຄ້າຍ Newgen Entertainment ອ້າຍຕ້ອມທີ່ເປັນປະທານກໍຕິດຕໍ່ຫາຫຼາຍເທື່ອ ແຕ່ຍ້ອນວ່າຕອນນັ້ນມີນ້າຍັງຮຽນຢູ່ຕ່າງປະເທດເລີຍບໍ່ໄດ້ເຂົ້າເທື່ອ ເພາະຢ້ານຈະເຮັດວຽກເຕັມທີ່ບໍ່ໄດ້. ເພາະການລະບາດຂອງພະຍາດໂຄວິດນີ້ແຫຼະ ເຮັດໃຫ້ມີນ້າໄດ້ຢູ່ລາວດົນຂຶ້ນ ແລະ ກໍເປັນໄລຍະທີ່ກຳລັງເຮັດເພງ My dear (ທີ່ຮັກ) ຢູ່ພໍດີ ແຕ່ເພງກໍບໍ່ສຳເລັດຈັກເທື່ອ. ຈົນມີນ້າໄດ້ເຂົ້າມາຢູ່ໃນຄ້າຍ Newgen Entertainment ໃນທີ່ສຸດຜົນງານເພງຂອງມີນ້າກໍສຳເລັດ. ຕ້ອງຂອບໃຈທາງຄ້າຍ ແລະ ອ້າຍຕ້ອມ ທີ່ຊ່ວຍໃຫ້ເພງ My Dear (ທີ່ຮັກ) ໄດ້ອອກສູ່ສາທາລະນະ”
- ເຫັນວ່າເພງນີ້ມີນ້າເປັນຄົນແຕ່ງເອງເລີຍ, ຢາກໃຫ້ເລົ່າເຖິງແຮງບັນດານໃຈໃນການຂຽນເພງນີ້ອອກມາ?
“ເພງນີ້ເປັນເພງທີ່ມີນ້າແຕ່ງເອງຕັ້ງແຕ່ຕອນທີ່ຍັງຢູ່ຊຽງໄຮ້ ຕອນນັ້ນມີນ້າຢາກຂຽນເພງແນວທີ່ເຮັດໃຫ້ຄົນຟັງງົງ, ເປັນເພງທີ່ຕີຄວາມໝາຍຍາກໆແດ່ ບວກກັບມີນ້າໄດ້ສັງເກດເຫັນຄົນອ້ອມຂ້າງຫຼາຍຄົນທີ່ເລີກກັບຄົນຮັກ ຫຼືຜິດນຳໝູ່ແລ້ວມັກລືມສິ່ງດີໆຕອນທີ່ຫຼິ້ນນຳກັນ, ຢູ່ນຳກັນ ເພາະວ່າຄວາມເສົ້າ ແລະ ຄຽດເຂົ້າມາລຶບມັນໝົດ ມີນ້າເລີຍຂຽນເພງເສົ້າທີ່ໃຫ້ກຳລັງໃຈ ແລະ ເວົ້າເຖິງເລື່ອງນີ້ໂດຍສະເພາະ. ເພາະສຳລັບມີນ້າ ເວລາທີ່ຜິດຖຽງນຳຄົນອື່ນ ມັກຈະຊັ່ງຊາສະເໝີວ່າເວລາທີ່ຢູ່ນຳກັນແບບມີຄວາມສຸກ ກັບ ເວລາທີ່ຜິດຖຽງກັນ ຕອນໃດຮູ້ສຶກດີກວ່າກັນ.”
- ສຳລັບ ມີນ້າ ຖ້າໃຫ້ເລືອກລະຫວ່າງ ການສະແດງ ແລະ ການເຮັດວຽກຕາມສາຍທີ່ຮຽນມາ ຄິດວ່າຈະເລືອກຫຍັງດີ?
“ຍອມຮັບວ່າຕອນນີ້ຍັງເຄິ່ງໆກາງໆ ເພາະຍັງຮຽນບໍ່ຈົບ ແຕ່ກໍຍັງຈະເຮັດວຽກໃນວົງການໄປເລື້ອຍໆ ແລະເຮັດວຽກທີ່ເຮົາຮັກໄປນຳ”
- ສຸດທ້າຍນີ້ມີນ້າຢາກຝາກຫຍັງເຖິງແຟນເພຈ LaoX ທີ່ກຳລັງອ່ານບົດສຳພາດນີ້ຢູ່ບໍ?
“ໂດຍ, ມີນ້າກໍຢາກຝາກຜົນງານເພງທຳອິດຂອງມີນ້າ ເພງ My dear ທີ່ຮັກ ເຊິ່ງສາມາດໂຫລດມາຟັງໄດ້ຕາມ Spotify, JOOX ແລະ TikTok ໄດ້ເລີຍ ແລະ ຕອນນີ້ກໍມີ Official MV ແລ້ວສາມາດເບິ່ງໄດ້ທາງ YouTube: Newgen Entertainment.
ຂອບໃຈທຸກຄົນທີ່ຮັບຟັງຜົນງານນ້ອຍໆທີ່ມີນ້າຕັ້ງໃຈສຸດໆ ແລະ ຂໍໃຫ້ຜົນງານເພງ My dear ທີ່ຮັກ ເຂົ້າໄປຢູ່ໃນອ້ອມເອິກອ້ອມໃຈທຸກຄົນເດີ້”
ຮັບຊົມ MV ເພງ My Dear ທີ່ຮັກ – Mina-ka:
ສາມາດຕິດຕາມ ມີນ້າ ໄດ້ທີ່:
Facebook: Minär Phoutsavath
IG: _ _giot_ _
ສຳພາດ ແລະ ຮຽບຮຽງ: ເຊັນໄປ – 27/07/2021.
ຮູບພາບຈາກ: Minär Phoutsavath
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/