ຮູ້ຈັກກັບ ກິລາໝາກແລ້ ກິລາກາຍະກຳພື້ນເມືອງລາວທີ່ມີມາແຕ່ດຶກດຳບັນ ແລະ ຖືກບັນຈຸເຂົ້າໃນການແຂ່ງຂັນກິລາແຫ່ງຊາດ ເປັນຄັ້ງທີ 2

ຮູ້ຈັກກັບ-ກິລາໝາກແລ້-ກິລາກາຍະກຳ

ກິລາໝາກແລ້ ແມ່ນກິລາກາຍະກຳພື້ນເມືອງລາວມາແຕ່ດຶກດຳບັນ ທີ່ເປັນມໍລະດົກຕົກທອດມາແຕ່ປູ່ຍ່າຕານາຍ ເຊິ່ງມັນໄດ້ຕິດພັນກັບວິຖີຊີວິດຂອງປະຊາຊົນລາວບັນດາເຜົ່າ ແລະ ໄດ້ຈັດການແຂ່ງຂັນໃນງານບຸນປະເພນີຕ່າງໆຄວບຄູ່ກັບການສະແດງສິລະປະ-ວັນນະຄະດີພື້ນເມືອງລາວ ເປັນການສ້າງຄວາມເບີກບານມ່ວນຊື່ນຕາມຊີວິດດັ້ງເດີມຈາກຮຸ່ນສູ່ຮຸ່ນກັນມາ.

ຮູ້ຈັກກັບ-ກິລາໝາກແລ້-ກິລາກາຍະກຳ

ເຊິ່ງວິທີການຫຼິ້ນໃນເບື້ອງຕົ້ນກໍຄື ດີດໝາກແລ້ໜ່ວຍແຂ່ງຂັນຂອງຕົນໃຫ້ໄປຕໍາຖືກໜ່ວຍຕັ້ງຄູ່ຂອງຕົນຟົ້ງອອກໄປກາຍກາດແມ່ນໄດ້ 1 ຄະແນນ, ມີທ່າພິເສດຄື: ໝາກເຂົ້ານອ້ຍ, ແລ່ນດີ, ໝາກບິດ ແລະ ໝາກເຕະ. ຖ້າຜູ້ໃດສາມາດສົ່ງໝາກແລ້ຂອງຕົນແຕ່ເສັ້ນຫົວໂຮງໄປຕຳຖືກໜ່ວຍຕັ້ງຄູ່ຂອງຕົນຟົ້ງອອກໄປກາຍກາດໃນບາດນັ້ນໄດ້ 2 ຄະແນນ.

ຮູ້ຈັກກັບ-ກິລາໝາກແລ້-ກິລາກາຍະກຳ

ຈົນມາຮອດປີ 2009 ກະຊວງສຶກສາທິການ ແລະ ກິລາ ໄດ້ມີການສ້າງຕັ້ງ ສະຫະພັນກິລາໝາກແລ້ຂຶ້ນຢ່າງເປັນທາງການ ເພື່ອທີ່ຈະປົກປັກຮັກສາ ແລະ ສົ່ງເສີມໃຫ້ກິລາໝາກແລ້ອັນເປັນມໍລະດົກຂອງຄົນລາວມາແຕ່ດົນນານນັ້ນໃຫ້ຄົງຢູ່ຄຽງຄູ່ກັບກິລາພື້ນເມືອງລາວປະເພດອື່ນໆ ພ້ອມທັງໃຫ້ຟື້ນຟູຮຽບຮຽງຄືນບັນດາທ່າຫຼິ້ນຂອງກິລາໝາກແລ້ດັ້ງເດີມຂອງແຕ່ລະເຂດແຂວງມາໂຮມກັນແລ້ວຄັດເລືອກເອົາທ່າທີ່ເໝາະສົມກັບຍຸກປັດຈຸບັນ ແລ້ວຍັງໄດ້ມີການປັບເປັນກົດລະບຽບອັນດຽວກັນເພື່ອໃຫ້ສາມາດແຂ່ງຂັນກັນທົ່ວປະເທດ.

ຮູ້ຈັກກັບ-ກິລາໝາກແລ້-ກິລາກາຍະກຳ

ໃນທີ່ສຸດ ກິລາໝາກແລ້ ຖືກບັນຈຸເຂົ້າໃນການແຂ່ງຂັນກິລາແຫ່ງຊາດຄັ້ງທຳອິດ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 10 ເມື່ອປີ 2014 ທີ່ແຂວງ ອຸດົມໄຊ ແລະ ຄັ້ງທີ 2 ກໍຄື ໃນການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ 11 ທີ່ຊຽງຂວາງປີນີ້.

ຮູ້ຈັກກັບ-ກິລາໝາກແລ້-ກິລາກາຍະກຳ

ສຳລັບການແຂ່ງຂັນໝາກແລ້ ໃນງານມະຫະກຳກິລາແຫ່ງຊາດຄັ້ງນີ້ ແມ່ນຈັດຂຶ້ນລະຫວ່າງວັນທີ 8-12 ທັນວາ 2022 ທີ່ສະໂມສອນກິລາໃນຮົ່ມ ວິທະຍາໄລຄູຄັງໄຂ ເມືອງແປກ ແຂວງຊຽງຂວາງ ເຊິ່ງມີຄະນະນຳ, ຄູເຝິກ ແລະ ນັກກິລາ ຈາກ 12 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ປະກອບມີ: ແຂວງຊຽງຂວາງ ເຈົ້າພາບ, ແຂວງຜົ້ງສາລີ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງຫົວພັນ, ແຂວງໄຊຍະບູລີ, ແຂວງວຽງຈັນ, ແຂວງສາລະວັນ, ແຂວງຈຳປາສັກ, ແຂວງເຊກອງ, ແຂວງອັດຕະປື ແລະ ນະຄອນຫຼວງວຽງຈັນ; ມີການຊິງໄຊທັງໝົດ 12 ຫຼຽນຄໍາ ໃນ 12 ລາຍການ ຄື: ທີມ 4 ລາຍການ, ຄູ່ 4 ລາຍການ ແລະ ປະເພດດ່ຽວ 4 ລາຍການ. ໃນນີ້ສະເພາະແຂວງຫົວພັນ ສົ່ງນັກກິລາເຂົ້າຮ່ວມຄົບທຸກລາຍການ ຈຳນວນ 16 ຄົນ.

ຮູ້ຈັກກັບ-ກິລາໝາກແລ້-ກິລາກາຍະກຳ

ຜ່ານການແຂ່ງຂັນຕົວຈິງຜົນປາກົດວ່າ ແຂວງອຸດົມໄຊ ເຮັດຜົນງານໄດ້ດີກວ່າໝູ່ ຄອງເຈົ້າຫຼຽນຄໍາໂດຍກວາດໄດ້ 4 ຫຼຽນຄໍາ ແລະ 2 ຫຼຽນທອງ, ແຂວງຫົວພັນ ໄດ້ 3 ຫຼຽນຄໍາ, 2 ຫຼຽນເງິນ ແລະ 1 ຫຼຽນທອງ, ເຈົ້າພາບແຂວງຊຽງຂວາງ ໄດ້ 1 ຫຼຽນຄໍາ, 3 ຫຼຽນເງິນ ແລະ 1 ຫຼຽນທອງ, ແຂວງບໍ່ແກ້ວ 1 ຫຼຽນຄໍາ, 2 ຫຼຽນເງິນ ແລະ 1 ຫຼຽນທອງ, ແຂວງສາລະວັນ 1 ຫຼຽນຄໍາ, 1 ຫຼຽນເງິນ ແລະ 1 ຫຼຽນທອງ, ແຂວງເຊກອງ 1 ຫຼຽນຄໍາ ແລະ 1 ຫຼຽນທອງ, ນະຄອນຫຼວງວຽງຈັນ 1 ຫຼຽນຄໍາ, ແຂວງຫຼວງນໍ້າທາ 1 ຫຼຽນເງິນ ແລະ 2 ຫຼຽນທອງ, ແຂວງວຽງຈັນ 1 ຫຼຽນເງິນ ແລະ 1 ຫຼຽນທອງ, ຜົ້ງສາລີ 1 ຫຼຽນເງິນ ແລະ ແຂວງອັດຕະປື ໄດ້ 2 ຫຼຽນທອງ.

ຮູ້ຈັກກັບ-ກິລາໝາກແລ້-ກິລາກາຍະກຳ

ຂອບໃຈຂໍ້ມູນຈາກ: https://bit.ly/3Wh55Va

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/