ກຸ່ມປະເທດ G7 ມອບເງິນຈຳນວນ 1.55 ໝື່ນລ້ານໂດລາໃຫ້ຫວຽດນາມ ເພື່ອລົດການໃຊ້ຖ່ານຫີນພາຍໃນປະເທດ

ກຸ່ມປະເທດ-g7-ມອບເງິນຈຳນວນ-1-55

ເມື່ອວັນທີ 14 ທັນວາ 2022 ສຳນັກຂ່າວຕ່າງປະເທດລາຍງາຍວ່າ ກຸ່ມປະເທດອຸດສາຫະກຳ G7 ຮ່ວມມືກັບປະເທດນໍເວ ແລະ ເດັນໝາກ ໄດ້ອະນຸມັດຂໍ້ຕົກລົງໃນການຈັດສັນເງິນທຶນມູນຄ່າ 1,55 ໝື່ນລ້ານໂດລາ ໃຫ້ກັບຫວຽດນາມ ເພື່ອເປັນແຮງຊຸກຍູ້ໃນການເດີນໜ້າລົດການໃຊ້ຖ່ານຫີນພາຍໃນປະເທດ ແລະ ປ່ຽນມາສູ່ການໃຊ້ພະລັງງານໝູນວຽນໃຫ້ໄວຂຶ້ນກວ່າເກົ່າ.

ກຸ່ມປະເທດ-g7-ມອບເງິນຈຳນວນ-1-55

ໂດຍວັດຖຸປະສົງຂອງການມອບເງິນທຶນໃນຄັ້ງນີ້ກໍຄືການຊ່ວຍເຫຼືອຫວຽດນາມໃຫ້ສາມາດປ່ອຍແກ໊ສເຮືອນແກ້ວເປັນສູນໄດ້ພາຍໃນປີ 2050 ເຊິ່ງເປັນເປົ້າໝາຍທີ່ຜູ້ຊ່ຽວຊານລະບຸວ່າ ທຸກປະເທດທົ່ວໂລກຕ້ອງຮ່ວມມືກັນ ເພື່ອປ້ອງກັນບໍ່ໃຫ້ອຸນຫະພູມໂລກສູງເກີນ 1,5 ອົງສາ.

ກຸ່ມປະເທດ-g7-ມອບເງິນຈຳນວນ-1-55

ຂໍ້ຕົກລົງ Just Energy Transition Partnership ແມ່ນຂໍ້ຕົກລົງດ້ານສິ່ງແວດລ້ອມສະບັບທີ່ເຮັດຮ່ວມກັບຫວຽດນາມ ແລະ ນັບເປັນຂໍ້ຕົກລົງດ້ານສິ່ງແວດລ້ອມສະບັບທີ 3 ທີ່ກຸ່ມປະເທດ G7 ໄດ້ລົງນາມຮ່ວມກັບຊາດອື່ນໆ ໂດຍຂໍ້ຕົກລົງນີ້ແມ່ນມີຂຶ້ນທ່າມກາງກະແສການກົດດັນໃຫ້ບັນດາຊາດຮັ່ງມີ ທີ່ມີອັດຕາການປ່ອຍແກ໊ສເຮືອນແກ້ວສູງ ເລັ່ງໃຫ້ຄວາມຊ່ວຍເຫຼືອປະເທດກຳລັງພັດທະນາໃນການຮັບມືກັບພາວະໂລກປ່ຽນແປງ ລວມເຖິງການປ່ຽນມາໃຊ້ພະລັງງານສະອາດທີ່ຈຳເປັນຕ້ອງໃຊ້ເງິນທຶນສູງ.

ກຸ່ມປະເທດ-g7-ມອບເງິນຈຳນວນ-1-55

ສຳລັບເງິນທຶນຈຳນວນ 1,55 ໝື່ນລ້ານໂດລານີ້ແມ່ນມາຈາກ ພາກລັດ ແລະ ນັກລົງທຶນພາກເອກະຊົນ ໂດຍຈະມີການຈັດສັນໃຫ້ຫວຽດນາມຕະຫຼອດໄລຍະ 3-5 ປີຂ້າງໜ້າ ເຊິ່ງຄາດວ່າຂໍ້ຕົກລົງນີ້ຈະຊ່ວຍໃຫ້ຫວຽດນາມມີອັດຕາການປ່ອຍແກ໊ສເຮືອນແກ້ວສູງສຸດໄດ້ພາຍໃນປີ 2030 ພ້ອມນັ້ນຍັງຕັ້ງເປົ້າໄວ້ວ່າພາຍໃນປີ 2030 ຈະມີອັດຕາການໃຊ້ພະລັງງານໝູນວຽນຢູ່ທີ່ 47% ຂອງພະລັງງານທັງໝົດ.

ກຸ່ມປະເທດ-g7-ມອບເງິນຈຳນວນ-1-55

ຫວຽດນາມນັ້ນ ເປັນໜຶ່ງໃນຊາດທີ່ມີຍອດການໃຊ້ຖ່ານຫີນສູງສຸດໃນ 20 ອັນດັບທຳອິດຂອງໂລກ ໂດຍກ່ອນໜ້ານີ້ຫວຽດນາມມີກຳນົດຈະລົງນາມໃນຂໍ້ຕົກລົງ Energy Transition Partnership ກັບກຸ່ມປະເທດ G7 ໃນການປະຊຸມສຸດຍອດ COP27 ເມື່ອເດືອນພະຈິກທີ່ຜ່ານມາ ແຕ່ວ່າການເຈລະຈາກໍໄດ້ຢຸດລົງກ່ອນທີ່ການປະຊຸມຈະເປີດສາກຂຶ້ນ ແຕ່ເພື່ອເປັນການໂນ້ມນ້າວໃຫ້ຫວຽດນາມກັບມາສະໜັບສະໜູນຂໍ້ສະເໜີນີ້ ໂດຍສະພາຢູໂຣບ ແລະ ອັງກິດໄດ້ພະຍາຍາມສະເໜີເງິນເພີ່ມໃຫ້ກັບຫວຽດນາມຫຼາຍຄັ້ງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/