ອິນເດຍ ຈັດເທສະການກືນປາຄໍ່ໂຕເປັນໆ ອ້າງຊ່ວຍປິ່ນປົວໂຣກຫອບຫືດ


ຊາວອິນເດຍຈຳນວນຫຼາຍໃນເມືອງໄຮເດີຣາບັດ ລັດເຕລັງຄານາ ທາງຕອນໃຕ້ຂອງປະເທດອິນເດຍ ເຂົ້າຮ່ວມເທສະການປະຈຳປີຂອງຕົ້ນເດືອນ ມິຖຸນາ ຈຸດເລີ່ມຕົ້ນຂອງລະດູມໍລະສຸມທີ່ເອີ້ນວ່າ “ເທສະການປຣະສະທຳ” ຈັດໂດຍຕະກູນບາທິນີໂກດ ເຊິ່ງອ້າງວ່າໃຫ້ການປິ່ນປົວດ້ວຍປາມາຕັ້ງແຕ່ສະໄໝບັນພະບູລຸດ.

ຜູ້ເຂົ້າຮ່ວມຈະບໍ່ມີຄ່າໃຊ້ຈ່າຍໃດໆ ແລ້ວຈະກິນລູກປາຄໍ່ສົດໆທີ່ມີຂະໜາດບໍ່ເກີນ 5 ຊັງຕີແມັດ ທີ່ມີສະໝຸນໄພສີເຫຼືອງຢູ່ນຳ ໂດຍມີຄວາມເຊື່ອວ່າປາຄໍ່ສົດໆເຫຼົ່ານີ້ ຈະຊ່ວຍທຳຄວາມສະອາດຫຼອດອາຫານໄປຈົນເຖິງກະເພາະເຊິ່ງຈະເປັນການຊ່ວຍປິ່ນປົວໂຣກຫອບຫືດ ແລະ ໂຣກທາງເດີນທາງຫາຍໃຈຕ່າງໆໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/