ອຳລາອາລະບ້ຳສຸດທ້າຍໃນຊື່ The Weeknd ກ່ອນທີ່ຈະປ່ຽນມາໃຊ້ຊື່ແທ້ Abel Tesfaye


ສ້າງຄວາມຮືຮາໄປທົ່ວໂລກເມື່ອ Abel Tesfaye ຫຼືທີ່ເຮົາຮູ້ຈັກດີໃນນາມ The Weeknd ເຈົ້າຂອງເພງສຸດໂດ່ງດັງຫຼາຍໆເພງບໍ່ວ່າຈະເປັນເພງ “Blinding Lights” ແລະ “Die for You” ປະກາດຈະປ່ຽນຊື່ຈາກ The Weeknd ມາເປັນ Abel Tesfaye ເຊິ່ງເປັນຊື່ແທ້ຂອງເຈົ້າຕົວຢູ່ແລ້ວ ເຊິ່ງບັນຊີໃນ Instagram ແລະ Twitter ໄດ້ຖືກປ່ຽນເປັນທີ່ຮຽບຮ້ອຍ ຍັງມີແຕ່ Facebook ເທົ່ານັ້ນທີ່ຍັງໃຊ້ຊື່ເກົ່າ.

ໂດຍທີ່ຊື່ The Weeknd ຖືກຕັ້ງຂຶ້ນມາຈາກ ອາທິດສຸດທ້າຍທີ່ລາວອອກຈາກເຮືອນໄປກັບໝູ່ໜຶ່ງອາທິດເຕັມໆ ແບບບໍ່ໄດ້ເມືອເຮືອນເລີຍ ໂດຍສາຍາໃນວົງການເພງຈະ ຕັດຕົວ E ອອກເພື່ອບໍ່ໃຫ້ຊ້ຳກັບວົງດົນຕີສັນຊາດແຄນາດາທີ່ໃຊ້ຊື່ The Weekend ໄປແລ້ວນັ້ນເອງ.

ສ່ວນສາເຫດທີ່ປ່ຽນທາງ The Weeknd ໄດ້ໃຫ້ສຳພາດທາງ W Magazine ວ່າຕົນເອງກຳລັງກຽມທີ່ຈະປ່ຽນແປງ ແລະ ສ້າງຕົວຕົນໃໝ່ໃນຖານະນັກດົນຕີ ໂດຍບົດສຳພາດໄດ້ກ່າວວ່າ “ຂ້ອຍວ່າຕອນນີ້ເສັ້ນທາງຂອງຂ້ອຍກຳລັງຈະໄປໄດ້ດ້ວຍດີ ແລະ ມັນກໍເດີນທາງມາຈົນສະຖານທີ່ທີ່ຈະພ້ອມປິດສາກ The Weeknd ແລ້ວ ແຕ່ຂ້ອຍກໍຍັງຄົງເຮັດດົນຕີຕໍ່ໄປ ອາດຈະເປັນໃນຖານະ Abel Tesfaye ຫຼື ບໍ່ກໍໃນຖານະ The Weeknd ແຕ່ຢ່າງໃດກໍຕາມຂ້ອຍກໍຍັງຢາກລຶບ The Weeknd ອອກຢູ່ດີ ແລະ ໃນທ້າຍທີ່ສຸດຂ້ອຍຈະພະຍາຍາມຖິ້ມສິ່ງເກົ່າໆ ເພື່ອຈະກ້າວສູ່ສິ່ງໃໝ່ໆຢ່າງແນ່ນອນ” ພ້ອມກັບເນັ້ນຍ້ຳວ່າ “ອາລະບ້ຳທີ່ຂ້ອຍກຳລັງເຮັດຢູ່ອາດຈະເປັນການສະເຫຼີມສະຫຼອງຄັ້ງສຸດທ້າຍໃນຖານະ The Weeknd ແລະ ນີ້ແມ່ນສິ່ງທີ່ຂ້ອຍຕ້ອງເຮັດ ໃນຖານະ The Weeknd ເຊິ່ງຂ້ອຍກໍໄດ້ເຮັດຕາມທີ່ເວົ້າທຸກຢ່າງແລ້ວ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/