ຕະຫຼາດຫຼຽນ Cryptocurrency ຍັງຄົງມີຄວາມປັ່ນປ່ວນໜັກ ຫຼັງຈາກເມື່ອບໍ່ພໍເທົ່າໃດມື້ທີ່ Elon Musk ໄດ້ອອກມາວິຈານການນຳໃຊ້ພະລັງງານທີ່ເກີນຈຳເປັນສຳລັບການຂຸດຫຼຽນ Bitcoin ເຊິ່ງໃນມື້ນີ້ກໍໄດ້ເຮັດໃຫ້ມູນຄ່າຂອງ Cryptocurrency ເກືອບທຸກປະເພດ ມູນຄ່າລົດລົງສະເລ່ຍ 15%.
- XRP – 7%
- Cardano – 18%
- Dogecoin – 17%
- Binance Coin – 19%
- Ethereum – 17%
- Bitcoin – 14%
ອີກສາເຫດໜຶ່ງທີ່ເຮັດໃຫ້ Cryptocurrency ມີມູນຄ່າລົດລົງເຊັ່ນນີ້ ກໍຍ້ອນລັດຖະບານຈີນໄດ້ມີການສັ່ງແບນ ບໍ່ໃຫ້ມີການລົງທະບຽນຊື້ຂາຍ ແລະ ຮັບຊຳລະໃນທຸລະກຳຕ່າງໆ ໂດຍໃຫ້ເຫດຜົນວ່າ: “ມູນຄ່າຂອງ Cryptocurrency ມີການຝັນແປຂຶ້ນລົງຫຼາຍເກີນໄປ ແລະ ມີການເກັງກຳໄລ ເຊິ່ງອາດຈະສົ່ງຜົນກະທົບຕໍ່ຊັບສິນຂອງຜູ້ຄົນ ແລະ ບໍ່ເປັນໄປຕາມໂຄງສ້າງທາງດ້ານເສດຖະກິດທີ່ຄວນຈະເປັນ”
ໂດຍພາບລວມຈາກການຕົກລົງຂອງລາຄາທີ່ເຫັນໃນຕະຫຼາດໃນມື້ນີ້ Bitcoin ອາດຈະເປັນສະກຸນທີ່ໄດ້ຮັບຜົນກະທົບຫຼາຍ ເມື່ອເບິ່ງພາບລວມຈາກມື້ທີ່ເລີ່ມມີການເໜັງຕີງຂອງຕະຫຼາດ Cryptocurrency ເພາະຕົກລົງມາເຫຼືອພຽງ 39,480$ ຕໍ່ຫຼຽນ ຫຼື ຄິດເປັນ 39% ຈາກມູນຄ່າສູງສຸດ ທີ່ເຄີຍຂື້ນໄປຮອດ.
ການປ່ຽນແປງໃນເທື່ອນີ້ອາດຈະເຮັດໃຫ້ຄົນທີ່ຫາກໍເຂົ້າມາລົງທຶນໃນຕະຫຼາດ Cryptocurrency ອາດເກີດຄວາມຫວັ່ນໄຫວຕໍ່ການຜັນແປເຊັ່ນນີ້.
ຂອບໃຈຂໍ້ມູນຈາກ : https://www.facebook.com/longtunman/photos/a.113656345833649/1066690863863521/
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/