ຫວຽດນາມຜະລິດວັກຊີນ Sputnik V ຂັ້ນທົດລອງໄດ້ສຳເລັດ


ວາໄບໂອເທັກ (VABIOTECH) ບໍລິສັດໃນຫວຽດນາມ ແລະ  ກອງທຶນ ອາດີໄອເອັຟ (RDIF) ຂອງລັດເຊຍ ໄດ້ອອກຖະແຫຼງການຮ່ວມກັນໃນວັນທີ 22 ກໍລະກົດ 2021 ທີ່ຜ່ານມາວ່າ ຫວຽດນາມສາມາດຜະລິດວັກຊີນປ້ອງກັນເຊື້ອພະຍາດອັກເສບປອດ ໂຄວິດ-19 ຍີ່ຫໍ້ Sputnik V ຂັ້ນທົດລອງໄດ້ແລ້ວ  ເຊິ່ງທັງສອງພາກສ່ວນແມ່ນເປັນຜູ້ສະໜັບສະໜູນຫຼັກໃນການຜະລິດຄັ້ງນີ້. ນອກຈາກນັ້ນໃນການຖະແຫຼງຍັງກ່າວຕື່ມວ່າ ຕົວຢ່າງຈາກວັກຊີນດັ່ງກ່າວຈະຖືກສົ່ງໄປໃຫ້ສະຖາບັນ ມາເລຍາຂອງລັດເຊຍ ເພື່ອເປັນການກວດສອບຄຸນະພາບຂອງຢາ.

ພ້ອມກັນນັ້ນ, ລັດຖະບານຫວຽດນາມຍັງອະນຸມັດໃຫ້ບໍລິສັດ ທີ ແອນ ທີ (T&T) ເຊິ່ງເປັນບໍລິສັດເອກະຊົນໃນຫວຽດນາມ ໃຫ້ເຮັດການເຈລະຈາຂໍຊື້ວັກຊີນ Sputnik V ຂອງລັດເຊຍຈຳນວນ 40 ລ້ານໂດສອິກດ້ວຍ.

ວັກຊີນ Sputnik V ແມ່ນວັກຊີນທີ່ຜະລິດດ້ວຍໄວຣັສທີ່ຖືກເຮັດໃຫ້ອ່ອນກຳລັງລົງແລ້ວ ແລະ ເຮັດໃຫ້ບໍ່ສາມາດສ້າງພະຍາດໄດ້ ແລ້ວນຳມາຕັດຕໍ່ກັບພັນທຸກຳຂອງໄວຣັສໂຄໂລນ່າ ເພື່ອທີ່ຈະເຮັດໃຫ້ຢາດັ່ງກ່າວໄປກະຕຸ້ນຮ່າງກາຍໃຫ້ສ້າງພູມຕ້ານທານ ໂດຍທີ່ຕ້ອງສັກ 2 ເຂັມ ຫ່າງກັນ 3 ອາທິດ ແລະ ວັກຊີນນີ້ ແມ່ນສາມາດສັກໄດ້ຕັ້ງແຕ່ຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ແລະ ຍັງສາມາດສັກໃຫ້ແກ່ຜູ້ທີ່ມີອາຍຸ 60 ປີຂຶ້ນໄປໄດ້ ເຊິ່ງຜົນກະທົບສ່ວນໃຫຍ່ຕາມການລາຍງານ ແມ່ນໜ້ອຍຫຼາຍ ແລະ ບໍ່ຮຸນແຮງ.

ປັດຈຸບັນ, ຫວຽດນາມມີຜູ້ຕິດເຊື້ອສະສົມຫຼາຍກວ່າ 70.000 ຄົນ, ເສຍຊີວິດ 370 ຄົນ ແລະ ໄດ້ຮັບການປິ່ນປົວແລ້ວ 13,421 ຄົນ.

ທີ່ມາ:

ພາບ: NDTV, The Guardian

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/