ງານເປີດຕົວສິນຄ້າໃໝ່ຂອງ Samsung: Galaxy Unpacked – Get ready to unfold ຈະຈັດຂຶ້ນໃນວັນທີ 11 ສິງຫາ 2021


Samsung: Galaxy Unpacked – Get ready to unfold ງານເປີດຕົວສິນຄ້າ ແລະ ນະວັດຕະກຳໃໝ່ຈາກ Samsung ຈະຈັດຂຶ້ນໃນວັນທີ 11 ສິງຫາ 2021 ເວລາ 21:00ມ (ຕາມເວລາຂອງປະເທດລາວ) ເຊິ່ງພາຍໃນງານຄາດວ່າຈະມີການເປີດຕົວສະມາດໂຟນຈໍພັບ Galaxy Z Fold 3 ແລະ Galaxy Z Flip 3 ພ້ອມດ້ວຍສິນຄ້າອື່ນໆຈາກ Samsung.

ເຊິ່ງງານ Galaxy Unpacked ຄັ້ງນີ້ຈັດຂຶ້ນເປັນຄັ້ງທີ 4 ແລ້ວ ໂດຍທຳອິດແມ່ນຈັດຂຶ້ນເມື່ອຕົ້ນປີທີ່ໄດ້ເປີດຕົວສະມາດໂຟນເຮືອທຸງ ຊີຣີ Galaxy S21, ຫູຟັງ Galaxy Bud Pro, Galaxy Smart Tag ແລະ ບິກ S Pen/ S Pen Pro. ສ່ວນຄັ້ງທີ 2 ຈັດຂຶ້ນໃນວັນທີ 17 ມີນາ ເພື່ອເປີດຕົວສະມາດໂຟນຊີຣີ Galaxy A52 ແລະ A72. ຄັ້ງທີ 3 ເມື່ອວັນທີ 28 ເມສາ ເພື່ອເປີດຕົວສິນຄ້າປະເພດໂນດບຸກເຊັ່ນ: Galaxy Book, Book Odyssey, Book Pro ແລະ Book Pro 360.

ການຖ່າຍທອດສົດຈະອອກສາຍໃນຊ່ອງທາງ streaming online ຕ່າງໆຂອງ Samsung ເອງ ບໍ່ວ່າຈະເປັນ YouTube , Website ເຊິ່ງຄາດວ່ານອກຈາກຜະລິດຕະພັນທີ່ໄດ້ກ່າວມານັ້ນ ທາງ Samsung ເອງກໍອາດຈະມີອີກຫຼາຍໆຢ່າງມາເອົາໃຈລູກຄ້າ ແລະ ສາວົກຂອງຕົນເອງຢ່າງແນ່ນອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/