ສະຫຼຸບ ການຖະແຫຼງຂ່າວງານຊິງຮາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປລາວ 2021


ງານຊິງຮາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2021 (ASEAN Business Award Laos 2021) ຫຼື ABA Laos 2021 ແມ່ນງານມອບຮາງວັນທຸລະກິດອາຊຽນດີເດັ່ນ ຂອງ ສປປ ລາວ ທີ່ຢູ່ພາຍໃຕ້ອົງປະກອບວຽກງານຂອງພາກພື້ນ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແລະ ການຈັດງານຮາງວັນທຸລະກິດດີເດັ່ນ ຂອງອາຊຽນ ໂດຍສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນນາມສະພາທີ່ປຶກສາທຸລະກິດອາຊຽນລາວ ໄດ້ຮ່ວມກັບໂຄງການ RECOTEVET ຂອງ GIZ ປະຈຳລາວ ເປັນຜູ້ຈັດງານ.

ພິທີມອບຮາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2021 (ASEAN Business Award Laos 2020) ຈະໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນວັນທີ 30 ພະຈິກ 2021, ການມອບຮາງວັນສຳລັບປີ 2021 ນີ້ເປັນການສ້າງແຮງບັນດານໃຈໃຫ້ແກ່ຫົວໜ່ວຍທຸລະກິດລາວ ເຊິ່ງດຳເນີນທຸລະກິດຕະຫລອດ ປີ 2020 ແລະ ຫລາຍປີຜ່ານມາ. ນອກນັ້ນຍັງເປັນການເຕົ້າໂຮມຫົວໜ່ວຍທຸລະກິດໃນ ສປປລາວ ເພື່ອປະກອບສ່ວນເຂົ້າໃນຂະບວນສ້າງສາພັດທະນາການເຊື່ອມໂຍງເສດຖະກິດກັບອາຊຽນ ແລະ ເປັນບາດກ້າວສໍາຄັນໃນການເຂົ້າສູ່ຕະຫຼາດເພື່ອນບ້ານ, ຕະຫຼາດອາຊຽນ ແລະ ຕະຫຼາດໂລກອີກດ້ວຍ.

ທຸລະກິດທີ່ຊະນະເລີດໄດ້ຮັບຮາງວັນ ຈາກ ABA Laos 2021 ຈະຖືກສົ່ງສະໝັກເຂົ້າແຂ່ງຂັນຕໍ່ໃນລະດັບອາຊຽນເຊິ່ງຈະໄດ້ພົບກັບບັນດາຫົວໜ່ວຍທຸລະກິດທີ່ມີຊື່ສຽງໃນລະດັບພາກພື້ນ.

ສ່ວນການປະກາດຜົນຜູ້ທີ່ໄດ້ຮັບຮາງວັນລະດັບພາກພື້ນແມ່ນຈະໄດ້ຈັດຂື້ນໃນໄລຍະການຈັດກອງກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ (ASEAN Business & Investment) ແລະ ກອງປະຊຸມສຸດຍອດອາຊຽນ (ASEAN Summit) ຄັ້ງທີ 37 ໃນທ້າຍປີ 2021, ທີ່ ປະເທດ ບູໄນ.ປະເພດຮາງວັນສຳລັບປີ 2021 ປະກອບມີ 3 ປະເພດຄື:

  • ປະເພດທີ 1 ຮາງວັນຂະແໜງບູລິມະສິດດີເດັ່ນ ປະກອບມີ 12 ຂະແໜງການເຊັ່ນ: ຂະແໜງກະສິກຳ, ຂະແໜງພະລັງງານ, ຂະແໜງປະມົງ, ຂະແໜງປຸງແຕ່ງອາຫານ ແລະ ເຄື່ອງດື່ມ, ຂະແໜງຫັດຖະກຳ, ຂະແໜງ ICT, ຂະແໜງພື້ນຖານໂຄງລ່າງ, ຂະແໜງຕັດຍິບ, ຂະແໜງທ່ອງທ່ຽວ, ຂະແໜງຂົນສົ່ງ ແລະ ໂລຈີດຕິກ, ຂະແໜງຂາຍຍົກ/ຂາຍຍ່ອຍ ແລະ ຂະແໜງຜະລິດຕະພັນໄມ້.
  • ປະເພດທີ 2 ແມ່ນຮາງວັນຂະແໜງທຸລະກິດ SME ດີເດັ່ນ (SME Excellence Award) ປະກອບມີ 5 ຂະແໜງການ ເພີ່ມມາໃໝ່ 1 ຂະແໜງ ການ ເຊັ່ນ: ຮາງວັນການຂະຫຍາຍໂຕທຸລະກິດດີເດັ່ນ, ການຈ້າງງານດີເດັ່ນ, ນະວັດຕະກຳດີເດັ່ນ, ການປະກອບສ່ວນຕໍ່ສັງຄົມ ແລະ ຮາງວັນການຫັນເປັນດິຈີຕອລດີເດັ່ນ (ຮາງວັນເພີ່ມມາໃໝ່)
  • ປະເພດທີ 3 ແມ່ນຮາງວັນພິເສດ ປະກອບມີ 8 ປະເພດຮາງວັນ ເພີ່ມມາໃໝ່ 1 ຂະແໜງການເຊັ່ນ: ຮາງວັນເພື່ອນມິດສປປລາວດີເດ່ັນ (ມີ 3 ຮາງວັນ), ຮາງວັນທຸລະກິດຄອບຄົວດີເດັ່ນ, ຮາງວັນທຸລະກິດເພື່ອສັງຄົມແບບຍືນຍົງ, ຮາງວັນທຸລະກິດສີຂຽວ, ຮາງວັນທຸລະກິດລິເລີ່ມ, ຮາງວັນນັກທຸລະກິດໜຸ່ມດີເດັ່ນ, ຮາງວັນຜູ້ປະກອບການແມ່ຍິງດີເດັ່ນ ແລະ ຮາງວັນການພັດທະນາສີມືແຮງງານດີເດັ່ນ (ຮາງວັນເພີ່ມມາໃໝ່ມີທັງໝົດ 10 ຮາງວັນ)

ສຳລັບການຄວາມໂປ່ງໃສໃນຂັ້ນຕອນການກວດສອບແບບຟອມ ແລະ ເອກະສານ ຂອງ ຜູ້ສະໝັກ ABA Laos 2021 ແມ່ນຈະຖືກກວດສອບໂດຍບໍລິສັດ KPMG (Laos) ຫຼັງຈາກນັ້ນກອງເລຂາຮັບຜິດຊອບງານຊິງຮາງວັນຈະໄດ້ເຊີນເອົາຕາງໜ້າຈາກສື່ມວນຊົນ, ຕາງໜ້າຈາກພາກລັດ, ຕາງໜ້າພາກທຸລະກິດ ແລະ ສະຖາບັນການສຶກສາ ເພື່ອເຂົ້າມາເປັນຄະນະກຳມະການຕັດສິນໃນທຸກໆຂະແໜງ ແລະ ແຕ່ລະປະເພດຮາງວັນ.

ທີ່ມາ: https://www.facebook.com/1519334918377064/posts/2851226451854564/

ພາບ: LNCCI, Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/