ສຸດຊຶ້ງໃຈ! ເດັກຍິງຮ້ອງເພງປະກວດ The Voice  ພ້ອມກັບໃຊ້ພາສາມື ເພື່ອໃຫ້ນ້ອງທີ່ພິການຫູໄດ້ເບິ່ງນຳ

ສຸດຊຶ້ງໃຈ-ເດັກຍິງຮ້ອງເພງ

ບໍ່ນ້ຳຕາແຕກທັນທີເມື່ອໄດ້ເຫັນຄິບທີ່ກຳລັງມີກະແສເທິງໂລກອອນລາຍໃນຕອນນີ້ ກັບລາຍການປະກວດ The Voice Kids ຂອງເຢຍລະມັນ ທີ່ເຮັດໃຫ້ກຳມະການ ພ້ອມກັບຜູ້ຊົມທີ່ຢູ່ໃນລາຍການຮ້ອງໄຫ້ເສຍນ້ຳຕາກັນອອກມາດ້ວຍຄວາມຊຶ້ງໃຈ.

ສຸດຊຶ້ງໃຈ-ເດັກຍິງຮ້ອງເພງ

ເມື່ອວັນທີ 10 ມີນາ 2023 ທີ່ຜ່ານມາ ມີເດັກຍິງ ອາຍຸ 11 ປີ ທີ່ມີຊື່ວ່າ ຟີຍາ ນ້ອງໄດ້ເຂົ້າຮ່ວມການແຂ່ງຂັນຮ້ອງເພງໃນລາຍການ The Voice Kids ຂອງເຢຍລະມັນ ໂດຍເພງທີ່ນ້ອງໄດ້ນຳເອົາມາຮ້ອງຄື ເພງ Flashlight ຂອງ Jessie J ໃນຮອບ Blind Audition.

ສຸດຊຶ້ງໃຈ-ເດັກຍິງຮ້ອງເພງ

ຖ້າຫາກຮ້ອງແບບທຳມະດາອາດຈະບໍ່ເຮັດໃຫ້ຄະນະກຳມະການ ແລະ ຜູ້ຊົມຮ້ອງໄຫ້ໄດ້ ແຕ່ສິ່ງທີ່ນ້ອງຟີຍາເຮັດຄືການໃຊ້ພາສາມືປະກອບເຂົ້າກັບການຮ້ອງເພງ ໃນຕອນທຳອິດນ້ອງໄດ້ຮັບສຽງຕົບມືໄປທົ່ວຫ້ອງອັດ ແຕ່ການໃຊ້ພາສາມືເອງກໍສ້າງຄວາມສົງໄສໃຫ້ແກ່ຜູ້ຊົມຢ່າງຫຼວງຫຼາຍ. ຈົນໃນທີ່ສຸດນ້ອງໄດ້ເປີດເຜີຍຂໍ້ທີ່ຫຼາຍຄົນສົງໄສວ່າ “ນ້ອງຕ້ອງການມອບການສະແດງທີ່ແສນພິເສດນີ້ໃຫ້ກັບ ເອມິເລຍ ເຊິ່ງເປັນນ້ອງສາວທີ່ພິການຫູ ແລະ ຕົນເອງເລີ່ມຮຽນພາສາມືພ້ອມກັບການຮ້ອງເພງໄປນຳຕະຫຼອດ ໜຶ່ງໃນນັ້ນກໍແມ່ນ ເພງ Flashlight ຂອງ Jessie J.

ສຸດຊຶ້ງໃຈ-ເດັກຍິງຮ້ອງເພງ

ທາງດ້ານ Meyer-Landrut ທີ່ເປັນ 1 ໃນຄະນະກຳມະການ ກໍຫ້າມນ້ຳຕາເອົາໄວ້ບໍ່ຢູ່ພ້ອມກັບບອກຄວາມຮູ້ສຶກວ່າ “ຂ້ອຍບໍ່ສາມາດເຊົາໄຫ້ໄດ້ແທ້ໆ ມັນເປັນການສະແດງທີ່ສຸດແສນພິເສດອີ່ຫຼີ ແລະ ນ້ອງຟີຍາ ຍັງຕ້ອງໄດ້ຈື່ເນື້ອເພງ 2 ຮອບເພື່ອເອົາມາສະແດງຄວາມມະຫັດສະຈັນນີ້ອອກມາ” ຖືວ່າເປັນອີກໜຶ່ງຄວາມປະທັບໃຈເລີຍກໍວ່າ ເປັນອີກໜຶ່ງຊີນທີ່ເອິ້ນນ້ຳຕາໄດ້ອີ່ຫຼີ ມັນມີຄວາມອົບອຸ່ນເຕັມໄປໝົດ ເຊິ່ງເປັນຄວາມອົບອຸ່ນທີ່ຟີຍາ ມີໃຫ້ນ້ອງສາວ.

ຮັບຊົມຄິບ https://www.youtube.com/watch?v=qAgaDlgcdbU

 ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/