ລາຍງານເຜີຍ ແຜ່ນນໍ້າກ້ອນໃນຂວັ້ນໂລກໃຕ້ ຫົດຕົວລົງໜັກທີ່ສຸດໃນຮອບ 5 ປີ ເນື່ອງຈາກຜົນກະທົບຈາກສະພາວະໂລກຮ້ອນ

ລາຍງານເຜີຍ-ແຜ່ນນໍ້າກ້ອນ

ບົດ​ລາຍ​ງານ​ສະ​ພາບ​ອາ​ກາດ ​ແລະ​ ສິ່ງ​ແວດ​ລ້ອມ​ຫຼ້າ​ສຸດ​ໂດຍ EU Monitor ສະ​ແດງ​ໃຫ້​ເຫັນ​ວ່າ​ຂອບ​ເຂດ​ຂອງ​ແຜ່ນ​ນ​້​ໍາ​ກ້ອນທີ່ຂວັ້ນໂລກໃຕ້ ໄດ້​ລົດ​ລົງ​ຢ່າງໜັກ ເປັນສະຖິຕິ​ ນັບຕັ້ງແຕ່ ​ປີ 2017 ​ເປັນ​ຜົນ​ມາ​ຈາກ​ສະພາບ​ໂລກ​ຮ້ອນ ​ແລະ ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ອີງ​ຕາມ​ການ​ບໍ​ລິ​ການ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ Copernicus (C3S), ລະບຸວ່າແຜ່ນ​ນໍ້າກ້ອນ ຢູ່ຂວັ້ນໂລກໃຕ້ ໄດ້​ລົດ​ລົງ 34% ເມື່ອ​ທຽບ​ໃສ່​ກັບຄ່າ​ສະ​ເລ່ຍ​ເດືອນ​ກຸມ​ພາ​ໃນ​ຊຸມ​ປີ​ຜ່ານ​ມາ.

ຊາແມນທາ ເບີເກສ (Samantha Burgess), ຮອງຜູ້ອໍານວຍການ C3S, ຊີ້ໃຫ້ເຫັນວ່າ ຂໍ້ມູນຈາກດາວທຽມໃນໄລຍະ 45 ປີທີ່ຜ່ານມາ, ນ້ຳກ້ອນໃນທະເລ ແອນຕາກຕິກ ປັດຈຸບັນຢູ່ໃນລະດັບຕໍ່າສຸດ. ສິ່ງນີ້ອາດຈະສະທ້ອນເຖິງພາວະໂລກຮ້ອນທີ່ຮຸນແຮງຂຶ້ນ ປະລິມານຂອງນໍ້າກ້ອນຢູ່ຂວັ້ນໂລກແມ່ນລົດລົງຢ່າງໄວວາ. ລວມ​ທັງ​ບັນຫາ​ລະດັບ​ນ້ຳ​ທະ​ເລ ​ແລະ ​ການ​ເຊາະ​ເຈື່ອນ​ຢູ່​ຝັ່ງ​ທະ​ເລ​ອາດ​ຈະ​ເພີ່ມ​ຂຶ້ນ​ເຊັ່ນ​ກັນ.

ລາຍງານເຜີຍ-ແຜ່ນນໍ້າກ້ອນ

ຜູ້ຊ່ຽວຊານດ້ານສິ່ງແວດລ້ອມ ອະທິບາຍວ່າ ປະມານ 90% ຂອງພະລັງງານຂອງດວງຕາເວັນ, ເມື່ອແຜ່ນນໍ້າກ້ອນສີຂາວ ມັນຈະສະທ້ອນບາງພະລັງງານນັ້ນກັບຄືນສູ່ອະວະກາດ. ແຕ່ໃນທາງກັບກັນ ເມື່ອພະລັງງານແສງຕາເວັນຕົກຢູ່ເທິງພື້ນທະເລ ຫຼື ມະຫາສະໝຸດທີ່ບໍ່ມີນໍ້າກ້ອນ ຫຼື ມີສີເຂັ້ມກວ່າ ພະລັງງານເກືອບທັງໝົດຈະຖືກດູດຊຶມ ສົ່ງຜົນໃຫ້ອຸນຫະພູມນ້ໍາທະເລເພີ່ມຂຶ້ນ ແລະ ກ່ຽວຂ້ອງໂດຍກົງກັບສາເຫດຂອງພາວະໂລກຮ້ອນ ເຊັ່ນດຽວກັນ.

ນັ້ນໝາຍຄວາມວ່າການທີ່ບໍ່ມີແຜ່ນນໍ້າກ້ອນ ຫຼື ແຜ່ນນໍ້າກ້ອນນັ້ນລົດລົງ ກໍເປັນອີກໜຶ່ງສາເຫດ ແລະ ປັດໄຈ ທີ່ຊ່ວຍເລັ່ງໃຫ້ ສະພາວະໂລກຮ້ອນ ນັ້ນເພີ່ມຄວາມຮຸນແຮງຂຶ້ນຕື່ມອີກ.

ລາຍງານເຜີຍ-ແຜ່ນນໍ້າກ້ອນ

ນອກຈາກນັ້ນ, ຜູ້ຊ່ຽວຊານຍັງເປີດເຜີຍວ່າ ທັງຂວັ້ນໂລກເໜືອ ແລະ ຂວັ້ນໂລກໃຕ້ ມີຄວາມອົບອຸ່ນປະມານ 3 ອົງສາ ຫຼາຍກວ່າອຸນຫະພູມໃນທ້າຍສະຕະວັດທີ 19, ໂດຍແຜ່ນນໍ້າກ້ອນເຫຼົ່ານັ້ນ ສືບຕໍ່ຫົດຕົວລົງມາຕະຫຼອດໄລຍະຫຼາຍປີທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/