ຈີນຮັບບົດເປັນກາວໃຈ ຟື້ນຄວາມສຳພັນ ຊາອຸດີ ອາຣະເບຍ-ອີຣານ ທີ່ຂັດແຍ້ງກັນມາດົນ ໃຫ້ພ້ອມກັບມາເປີດສະຖານທູດ ອີກຄັ້ງ

ລັດຖະບານ ຊາອຸດີອາຣະເບຍ ແລະ ລັດຖະບານຂອງອີຣານ 2 ປະເທດຍັກໃຫຍ່ໃນເອເຊຍຕາເວັນອອກກາງ ໄດ້ອອກຖະແຫຼງການຮ່ວມກັນວ່າ ຈະກັບມາຟື້ນຄວາມສຳພັນທາງການທູດນຳກັນອີກເທື່ອໜຶ່ງ ແລະ ພ້ອມເປີດສະຖານທູດເຊິ່ງກັນ ແລະ ກັນ ພາຍຫຼັງຕັດຂາດຄວາມສຳພັນທາງການທູດຕໍ່ກັນໄປເມື່ອ 7 ປີ ກ່ອນ. ຫຼັງທັງສອງປະເທດໄດ້ມາປະຊຸມທີ່ປັກກິ່ງ ປະເທດຈີນ ພາຍໃຕ້ການຊຸກຍູ້ຂອງລັດຖະບານຈີນ.

ໂດຍຕົວແທນຈາກທັງ 2 ປະເທດ ບິນມາປະຊຸມກັນທີ່ນະຄອນຫຼວງປັກກິ່ງ ປະເທດຈີນ ຕັ້ງແຕ່ວັນທີ 6 ມີນາ ແລະ ໄດ້ໃຊ້ເວລາປະຊຸມປຶກສາຫາລືກັນເຖິງ 4 ມື້. ຈົນມາຮອດວັນທີ 10 ມີນາ ທັງສອງຈຶ່ງໄດ້ອອກຖະແຫຼງການຮ່ວມກັນວ່າ: “ຊາອຸດີອາຣະເບຍ ແລະ ອີຣານໄດ້ເຊັນສັນຍາສະບັບໜຶ່ງເຊິ່ງມີເນື້ອໃນລວມເຖິງການເຫັນດີໃຫ້ຟື້ນຟູສາຍພົວພັນທາງການທູດສອງຝ່າຍ, ເປີດສະຖານທູດ ແລະ ສຳນັກງານ ຜູ້ຕາງໜ້າຂອງແຕ່ລະຝ່າຍຄືນໃໝ່ ຊ້າສຸດພາຍໃນສອງເດືອນ ເພື່ອວາງແຜນແຕ່ງຕັ້ງເອກອັກຄະລັດຖະທູດຂອງກັນ ແລະ ກັນ ພ້ອມທັງປຶກສາຫາລືການເພີ່ມທະວີການພົວພັນລະຫວ່າງສອງຝ່າຍ”

ນອກນີ້ທັງສອງຝ່າຍຍັງໄດ້ເນັ້ນໜັກເຖິງບົດບາດ ແລະ ຄວາມສຳຄັນຂອງຈີນທີ່ຊ່ວຍຊຸກຍູ້ໃຫ້ການສານສຳພັນຄັ້ງນີ້ເກີດຂຶ້ນຈິງ ໂດຍ ທາງ ຊາອຸດີອາຣະເບຍ ລະບຸວ່າ: “ຂໍ້ລິເລີ່ມທີ່ສະເໜີໂດຍຜູ້ນຳຈີນແມ່ນໄດ້ຢຶດໝັ້ນຫຼັກການມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ, ສົ່ງເສີມຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນກໍຄືຂອງໂລກ”

ຈີນຮັບບົດເປັນກາວໃຈ-ຟື້ນຄວາມສຳພັນ

ສ່ວນທາງຂອງ ອີຣານກໍລະບຸວ່າ: “ຈີນໄດ້ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນໃນການສະໜັບສະໜູນປະເທດອື່ນ ເສີມຂະຫຍາຍສາຍພົວພັນດ້ານການຮ່ວມມື ແລະ ການພັດທະນາ”

ຕະຫຼອດໄລຍະທີ່ຜ່ານມາ ທັງ ຊາອຸດີອາຣະເບຍ ແລະ ປະເທດ ອີຣານ ຕ່າງກໍກ່າວຫາກັນໄປກ່າວຫາກັນມາ ວ່າອີກຝ່າຍເປັນຜູ້ລົດຜ່ອນສະຖຽນລະພາບ ຂອງພາກພື້ນ, ເປັນໄພຄຸກຄາມດ້ານຄວາມໝັ້ນຄົງທີ່ຮ້າຍແຮງ ແລະ ຕ່າງກໍຢືນຢູ່ຄົນລະຟາກສະເໝີ ໃນທຸກໆເລື່ອງ ເຊັ່ນ ຂໍ້ຂັດແຍ້ງໃນ ເຍເມນ, ເລບານອນ ແລະ ຊີເຣຍ.

ໂດຍຄວາມສຳພັນຂອງທັງສອງໄດ້ຂາດສະບັ້ນລົງ ແລະ ຕັດສາຍພົວພັນກັນຕັ້ງແຕ່ປີ 2016 ຫຼັງຜູ້ປະທ້ວງຊາວອີຣານບຸກເຂົ້າສະຖານທູດ ຊາອຸດີອາຣະເບຍໃນນະຄອນຫຼວງ ເຕຫະຣານ ຂອງປະເທດອີຣານ ເພື່ອຕອບໂຕ້ທາງການ ຊາອຸດີອາຣະເບຍ ທີ່ປະຫານຊີວິດນັກໂທດ 47 ຄົນ ທີ່ເປັນຊາວອີຣານ.

ຈີນຮັບບົດເປັນກາວໃຈ-ຟື້ນຄວາມສຳພັນ

ອັນໂຕນີໂອ ກູເຕີເຣັສ (Antonio Guterres) ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ອອກຖະແຫຼງການຜ່ານໂຄສົກຂອງທ່ານໂດຍສະແດງຄວາມຊົມເຊີຍຕໍ່ຊາອຸດີອາຣະເບຍ ແລະ ອີຣານ ໄດ້ຟື້ນຟູສາຍພົວພັນທາງການທູດລະຫວ່າງສອງປະເທດ, ພ້ອມກັບລະບຸວ່າ ມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງຊາອຸດີອາຣາເບຍ ກັບ ອີຣານ ຈະມີຜົນດີຕໍ່ການຊຸກຍູ້ສະຖຽນລະພາບຂອງເຂດອ່າວເປີເຊຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/