ລາຄານ້ຳມັນໂລກດິ່ງລົງສູ່ລະດັບກ່ອນເກີດສົງຄາມອີຣານ ຍ້ອນການສະໜອງຈາກຕາເວັນອອກກາງເພີ່ມຂຶ້ນຢ່າງໄວວາ ຫຼັງມີຂໍ້ຕົກລົງເບື້ອງຕົ້ນໃນການຢຸດຕິຄວາມຂັດແຍ່ງລະຫວ່າງ ສະຫະລັດ-ອິດສະຣາແອນ ແລະ ອີຣານ ເຊິ່ງການກັບມາເປີດເສັ້ນທາງຂົນສົ່ງພະລັງງານທີ່ສຳຄັນນີ້ ຈະຊ່ວຍຜ່ອນຄາຍຄວາມກົດດັນດ້ານຕົ້ນທຶນພະລັງງານ ແລະ ສົ່ງຜົນດີຕໍ່ລະບົບເສດຖະກິດໂລກໂດຍກົງ.
ທ່າອ່ຽງການຫຼຸດລົງຂອງລາຄານ້ຳມັນດິບໃນຕະຫຼາດໂລກຍັງຄົງມີຢ່າງຕໍ່ເນື່ອງ ໂດຍສັນຍານ້ຳມັນດິບເບຣນທ໌ (Brent) ສັນຍາສົ່ງມອບເດືອນສິງຫາ ມາຢູ່ທີ່ 73.03 ໂດລາຕໍ່ບາເຣລ ໃນຂະນະທີ່ນ້ຳມັນດິບ West Texas Intermediate (WTI) ຂອງສະຫະລັດ ຢູ່ທີ່ 70.68 ໂດລາຕໍ່ບາເຣລ ເຊິ່ງທັງສອງສັນຍາແມ່ນເລີ່ມໃກ້ກັບລາຄາກ່ອນວິກິດຕັ້ງແຕ່ວັນທີ 27 ກຸມພາ ຜ່ານມາ. ເຊິ່ງຕອນນັ້ນ ນ້ຳມັນດິບເບຣນທ໌ (Brent): ປະມານ 72.68 ໂດລາຕໍ່ບາເຣລ ແລະ ນ້ຳມັນດິບ WTI (West Texas Intermediate): ປະມານ 69.58 ໂດລາຕໍ່ບາເຣລ
ນອກຈາກນີ້ ການທີ່ລາຄານ້ຳມັນດິບເບຣນທ໌ສັນຍາເດືອນສິງຫາ ມີລາຄາຕ່ຳກວ່າສັນຍາເດືອນກັນຍາ ຍັງເປັນສັນຍານທີ່ຊີ້ໃຫ້ເຫັນວ່າ ປະລິມານນ້ຳມັນໃນຕະຫຼາດໄລຍະສັ້ນມີຢູ່ຢ່າງຫຼວງຫຼາຍ ແລະ ຄວາມກັງວົນດ້ານການຂາດແຄນພະລັງງານໄດ້ເລີ່ມຜ່ອນຄາຍລົງແລ້ວ.
ປັດໄຈສຳຄັນທີ່ເຮັດໃຫ້ລາຄານ້ຳມັນປັບຕົວຫຼຸດລົງ ເກີດຂຶ້ນຫຼັງຈາກ ທ່ານ ຄຣິສ ໄຣທ໌ (Chris Wright) ລັດຖະມົນຕີກະຊວງພະລັງງານສະຫະລັດ ໄດ້ເປີດເຜີຍໃນກອງປະຊຸມເວທີປຶກສາຫາລືວ່າ ປະລິມານການຂົນສົ່ງນ້ຳມັນຜ່ານຊ່ອງແຄບຮໍມູຊ໌ (Strait of Hormuz) ເລີ່ມກັບຄືນສູ່ລະດັບດຽວກັນກັບກ່ອນເກີດສົງຄາມ ໂດຍມີນ້ຳມັນຢ່າງໜ້ອຍ 20 ລ້ານບາເຣລ ຖືກຂົນສົ່ງຜ່ານຊ່ອງແຄບນີ້ໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ ເຖິງວ່າການຟື້ນຟູຄວາມປົດໄພໃຫ້ກັບມາເປັນປົກກະຕິ 100% ອາດຕ້ອງໃຊ້ເວລາອີກສອງສາມອາທິດ ເພື່ອກວດກູ້ລະເບີດຝັງດິນກໍຕາມ.
ພ້ອມດຽວກັນນີ້ ການທີ່ ອີຣານ ກຽມຈະເພີ່ມຍອດຂາຍນ້ຳມັນ ຫຼັງຈາກໄດ້ຮັບການຜ່ອນຜັນມາດຕະການຂວ້ຳບາດຊົ່ວຄາວຈາກສະຫະລັດ ຍັງເປັນອີກໜຶ່ງແຮງຂັບເຄື່ອນທີ່ຊຸກດັນໃຫ້ລາຄານ້ຳມັນດິບທົ່ວໂລກປັບຕົວຫຼຸດລົງຢ່າງຮາບຊື່.
ສຳລັບຂໍ້ຕົກລົງເບື້ອງຕົ້ນໃນອາທິດຜ່ານມາ ເພື່ອຢຸດຕິສົງຄາມລະຫວ່າງ ສະຫະລັດ-ອິດສະຣາແອນ ກັບ ອີຣານ ທີ່ເລີ່ມຕົ້ນມາຕັ້ງແຕ່ວັນທີ 28 ກຸມພາ ນັ້ນ ໄດ້ກຳນົດໄລຍະເວລາການເຈລະຈາໄວ້ 60 ວັນ ເພື່ອແກ້ໄຂບັນຫາທີ່ຊັບຊ້ອນ ເຊັ່ນ ໂຄງການນິວເຄຼຍຂອງອີຣານ ໂດຍທາງສະຫະລັດໝັ້ນໃຈວ່າ ນ້ຳມັນຈະຍັງຄົງສາມາດຂົນສົ່ງຜ່ານຊ່ອງແຄບນີ້ໄດ້ ຕໍ່ໃຫ້ຂໍ້ຕົກລົງດັ່ງກ່າວຈະບໍ່ມີຜົນບັງຄັບໃຊ້ຕໍ່ໄປກໍຕາມ.
ເຖິງຢ່າງໃດກໍຕາມ ຍັງຄົງມີປະເດັນຄວາມເຫັນທີ່ບໍ່ລົງຮອຍກັນ ເມື່ອ ອີຣານ ປະກາດແຜນການເກັບ “ຄ່າບໍລິການທາງທະເລ” ສຳລັບເຮືອທີ່ຜ່ານຊ່ອງແຄບ ໃນຂະນະທີ່ ສະຫະລັດ ໂຕ້ແຍ້ງວ່າເປັນເສັ້ນທາງເດີນເຮືອສາກົນທີ່ບໍ່ຄວນມີການເກັບຄ່າທຳນຽມ ບວກກັບການທີ່ ກອງກຳລັງພິທັກປະຕິວັດອິດສະລາມຂອງອີຣານ (IRGC) ໄດ້ອອກມາເຕືອນ ແລະ ຂົ່ມຂູ່ຈະດຳເນີນການຢ່າງເດັດຂາດ ກັບເຮືອລຳໃດກໍຕາມທີ່ໃຊ້ເສັ້ນທາງເດີນເຮືອຊົ່ວຄາວ ທີ່ປະເທດໂອມານ ແລະ ອົງການການເດີນເຮືອສາກົນ (IMO) ຮ່ວມກັນເປີດຂຶ້ນ ໂດຍບໍ່ໄດ້ຮັບອະນຸຍາດຈາກອີຣານ.
#LaoXperts #ລາຄານ້ຳມັນໂລກ #ເສດຖະກິດໂລກ #ພະລັງງານ #ຂ່າວຕ່າງປະເທດ #ສົງຄາມອີຣານ #ຊ່ອງແຄບຮໍມູຊ໌


