ບຸນປີໃໝ່ລາວເປັນອີກໜຶ່ງເທສະການເເຫ່ງຄວາມມ່ວນຊື່ນ ເເຕ່ກໍເເອບເເຝງມາດ້ວຍໂຣກໄພໄຂ້ເຈັບຕ່າງໆ, ເຊິ່ງໃນເທສະການດັ່ງກ່າວເຮົາອາດຈະມີການຫຼິ້ນນ້ຳກັນ ສະນັ້ນຈຶ່ງຄວນລະວັງໃນເລື່ອງຂອງການຫຼິ້ນນ້ຳໃຫ້ຫຼາຍຂຶ້ນ ເພາະບໍ່ຮູ້ວ່ານ້ຳທີ່ໃຊ້ຫົດກັນນັ້ນເອົາມາຈາກໃສເເດ່ ອາດຈະມີເຊື້ອໂຣກ ຫຼື ສິ່ງສົກກະປົກເຈືອປົນມາກັບນ້ຳທີ່ສາມາດເຮັດໃຫ້ເຮົາເກີດອາການຕິດເຊື້ອ ເເລະ ບໍ່ສະບາຍໄດ້.
- ໄວຣັສຕັບອັກເສບ A
ໂດຍເຊື້ອໄວຣັສນີ້ສາມາດຕິດຕໍ່ກັນຜ່ານທາງນ້ຳລາຍ. ໃນໄລຍະບຸນປີໃໝ່ລາວການຫຼິ້ນນ້ຳອາດຈະພາໃຫ້ເກີດພຶດຕິກຳສ່ຽງເຊັ່ນ: ການໃຊ້ຈອກກິນນ້ຳຮ່ວມກັນ ຫຼື ໃຊ້ບ່ວງຮ່ວມກັນ.
- ຕາອັກເສບ
ຖ້ານ້ຳທີ່ໃຊ້ມາຫຼິ້ນນັ້ນບໍ່ສະອາດ ມີການປົນເປື້ອນຂອງເຊື້ອໂຣກເຊັ່ນ: ເຊື້ອແບັກທີເຣັຍ, ໄວຣັສ, ເຊື້ອຣາ, ລວມທັງສິ່ງສົກກະປົກຕ່າງໆ. ອາດຈະເຮັດໃຫ້ດວງຕາຂອງເຮົາອັກເສບ ບວມ ຫຼື ເປັນໜອງ, ຕາເເດງ, ເຍື່ອຫຸ້ມຕາອັກເສບ, ເປັນແຜໃນແກ້ວຕາ ແລະ ຕາກຸ້ງຍິງ.

- ເຊື້ອຣາ
ເພາະອາກາດຮ້ອນ ນໍ້າທີ່ບໍ່ສະອາດ ແສງແດດທີ່ເເຮງ ແລະ ມົນລະພິດຕ່າງໆທີ່ເກີດຂຶ້ນອ້ອມຮອບ ທັງໝົດມີຜົນກະທົບທາງລົບຕໍ່ຜິວໜັງກໍ່ໃຫ້ເກີດໂຣກ ເເລະ ເຊື້ອຣາທີ່ມັກຢູ່ຕາມບໍລິເວນຕ່າງໆຂອງຮ່າງກາຍເຊັ່ນ: ນິ້ວມື, ນິ້ວຕີນ, ຂາໜີບ ເເລະ ບໍລິເວນຂໍ້ພັບຕ່າງໆ
- ຖອກທ້ອງ
ເກີດຈາກການຕິດເຊື້ອແບັກທີເຣຍ ເຊື້ອໄວຣັສທີ່ປົນເປື້ອນອາຫານ ລະດູຮ້ອນແມ່ນລະດູທີ່ເຊື້ອພະຍາດແຜ່ຂະຫຍາຍໄດ້ງ່າຍ ເຮັດໃຫ້ເກີດຄວາມສ່ຽງສູງ

- ໄຂ້ຫວັດໃຫຍ່, ປອດອັກເສບ
ເກີດຈາກການຕິດເຊື້ອ ລະບົບທາງເດີນຫາຍໃຈ ເຊິ່ງການຫຼິ້ນນໍ້າເຮັດໃຫ້ອຸນຫະພູມຮ່າງກາຍລົດລົງ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/