ເຊື່ອວ່າຜູ້ຊາຍຫຼາຍຄົນທີ່ມີແຟນຫຼືມີຄົນຮັກຕ້ອງເຄີຍພົບກັບເຫດການທີ່ມະນຸດແຟນກ່ອນເປັນປະຈຳເດືອນມີອາການຢາກຮ້າຍ, ປວດທ້ອງນ້ອຍ, ສິວຂຶ້ນ, ຫງຸດຫງິດງ່າຍ, ກິນຫຼາຍ, ອາລົມອ່ອນໄຫວປ່ຽນແປງງ່າຍ ເຮັດໃຫ້ຝ່າຍຊາຍຫຼາຍຄົນຕ້ອງຮັບມືດີໆ ເພາະບໍ່ສະນັ້ນຕ້ອງໄດ້ມີປາກສຽງກັນແນ່ນອນ.

ແຕ່ຜູ້ຊາຍຮູ້ບໍ່ວ່າ ແທ້ຈິງແລ້ວຜູ້ຍິງເຂົາເຈົ້າກໍບໍ່ໄດ້ຢາກເປັນແບບນັ້ນເລີຍ ພຽງແຕ່ໃນໄລຍະກ່ອນເປັນປະຈຳເດືອນຜູ້ຍິງຈະມີອາການທີ່ເອີ້ນວ່າ PMS ຫຼື Premenstrual Syndrome ເຊິ່ງເປັນອາການທາງກາຍພຶດຕິກຳ ແລະອາລົມທີ່ເກີດຂຶ້ນກ່ອນມີປະຈຳເດືອນ ເຊິ່ງອາດມີອາການໄດ້ເຖິງ 2 ອາທິດກ່ອນມີປະຈຳເດືອນ ອາການຈະດີຂຶ້ນແລະໝົດໄປເມື່ອປະຈຳເດືອນມາ 2-3 ມື້. ກຸ່ມອາການດັ່ງກ່າວຈັດຢູ່ໃນລະດັບບໍ່ຮຸນແຮງ ເຖິງຮຸນແຮງປານກາງ ໂດຍທົ່ວໄປຈະບໍ່ກະທົບຕໍ່ໜ້າທີ່ວຽກງານ, ແຕ່ຜູ້ຍິງບາງຄົນອາດມີອາການທີ່ຮຸນແຮງກວ່າ ທີ່ມີຊື່ເອີ້ນວ່າ PMDD ຫຼື Premenstrual Dysphoric Disorder.

- ສາເຫດຂອງການເກີດ PMS
ສາເຫດສຳຄັນແມ່ນເກີດຈາກການປ່ຽນແປງຂອງລະດັບຮໍໂມນເພດຍິງເອສໂຕຣເຈນ (Estrogen) ແລະ ໂປຣເຈສເຕີໂຣນ (Progesterone) ໃນໄລຍະລະຫວ່າງການຕົກໄຂ່ໃນແຕ່ລະຮອບເດືອນ (ປະມານ 7-10ມື້ກ່ອນມີປະຈຳເດືອນ) ແລະ ປັດໄຈອື່ນໆ ທີ່ເປັນສາເຫດໄດ້ແກ່ ການປ່ຽນແປງຂອງສານສື່ປະສາດໃນສະໝອງ, ບັນຫາຈາກຄວາມຄຽດ, ໂຣກທາງອາລົມ ເຊັ່ນ ໂຣກຊຶມເສົ້າ, ການຂາດສານພວກວິຕາມິນແລະເກືອແຮ່ ຫຼື ການດື່ມເຄື່ອງດື່ມທີ່ມີແອລກໍຮໍ ຫຼື ຄາເຟອີນເປັນປະຈຳ.
- ອາການຂອງ PMS ມີດັ່ງນີ້
- ອາການທາງດ້ານອາລົມແມ່ນຈະຫງຸດຫງິດ, ຄຽດ, ຢາກຮ້າຍງ່າຍ, ວິຕົກກັງວົນ, ກະວົນກະວາຍໃຈ, ອາລົມປ່ຽນແປງງ່າຍ.

- ອາການທາງດ້ານຮ່າງກາຍ: ເມື່ອຍງ່າຍ, ອ່ອນເພຍ, ມີອາການບວມຂອງຮ່າງກາຍ, ຢາກອາຫານຫຼາຍກວ່າປົກກະຕິເຮັດໃຫ້ນ້ຳໜັກຕົວເພີ່ມຂຶ້ນ, ເຈັບທ້ອງ, ບວມເຈັບບໍລິເວນເຕົ້ານົມ, ເປັນສິວ, ນອນຫຼາຍເກີນໄປ ແລະ ບາງຄົນມີອາການນອນບໍ່ຫຼັບ.

ໂດຍອາການທີ່ເຫັນໄດ້ຫຼາຍແມ່ນໄດ້ແກ່ ບວມ, ເຈັບເຕົ້ານົມ, ນ້ຳໜັກເພີ່ມ, ນອນບໍ່ຫຼັບ, ຮັບປະທານອາຫານຫຼາຍຂຶ້ນ, ສະມາທິສັ້ນ, ຫງຸດຫງິດງ່າຍ, ວິຕົກກັງວົນ, ຊຶມເສົ້າ ແລະ ອາລົມປ່ຽນໄປມາ.
- ອັນຕະລາຍຈາກ PMS ມີ ຫຼື ບໍ່?
ຄວາມຮຸນແຮງຂອງ PMS ສາມາດເພີ່ມລະດັບຈົນພັດທະນາເປັນ PMDD ໂດຍຈະມີຄວາມຮຸນແຮງທາງດ້ານອາລົມຫຼາຍກວ່າ PMS ຄື ມີອາລົມຮຸນແຮງ, ຄວບຄຸມອາລົມບໍ່ໄດ້, ຫົດຫູ່ຈິດໃຈ, ສິ້ນຫວັງ, ຮູ້ສຶກວ່າຕົນເອງບໍ່ມີຄ່າ, ຢາກຂ້າຕົວຕາຍ ຫຼື ຢາກທຳຮ້າຍຜູ້ອື່ນ ເຊິ່ງຈຳເປັນຕ້ອງປຶກສາແພດຜູ້ຊ່ຽວຊານສະເພາະທາງຢ່າງຮີບດ່ວນ.
- ອາການຂອງ PMDD
ຖ້າຢາກຮູ້ວ່າຕົນເອງເປັນ PMDD ຫຼື ບໍ່ໃຫ້ສັງເກດ 5 ຂໍ້ທາງລຸ່ມນີ້ ຖ້າຫາກວ່າກົງກັນແມ່ນເຈົ້າມີໂອກາດເປັນ PMMD ສະນັ້ນຈຶ່ງຈຳເປັນຕ້ອງໄດ້ປຶກສາກັບທ່ານໝໍຜູ້ຊ່ຽວຊານ.

- ຊຶມເສົ້າ, ໝົດຫວັງ, ຄິດທຳຮ້າຍຕົນເອງ
- ວິຕົກກັງວົນ ແລະ ຄຽດ
- ອາລົມປ່ຽນແປງງ່າຍ
- ອາລົມບໍ່ໝັ້ນຄົງຢາກຮ້າຍງ່າຍ
- ບໍ່ສົນໃຈຊີວິດປະຈຳວັນແລະບໍ່ສົນໃຈຄົນຮອບຂ້າງ
- ບໍ່ມີສະມາທິ
- ອ່ອນເພຍ
- ກິນຫຼາຍ, ກິນເລື້ອຍໆ
- ນອນບໍ່ຫຼັບ
- ບໍ່ສາມາດຄວບຄຸມອາລົມໄດ້
- ອາກາຍທາງກາຍໄດ້ແກ່: ເຈັບເຕົ້ານົມ, ປວດຫົວ, ປວດຂໍ້
- ການຮັກສາ ແລະ ການເບິ່ງແຍງສຸຂະພາບໂດຍລວມ
ກ່ອນອື່ນໝົດສຳລັບຜູ້ທີ່ມີອາການດັ່ງກ່າວ ຄວນເຮັດປຶ້ມບັນທຶກການມີປະຈຳເດືອນແລະຈົດລາຍລະອຽດຂອງອາການທີ່ເກີດຂຶ້ນທຸກຄັ້ງ ເພື່ອເປັນຂໍ້ມູນສຳລັບແພດໃນການບຳບັດໃນກໍລະນີບຸກຄົນທີ່ມີການຮ້າຍແຮງ.
1.ການປິ່ນປົວໂດຍບໍ່ໃຊ້ຢາ
- ແນະນຳໃຫ້ຫຼີກເວັ້ນກາເຟ, ຢາສູບ, ເຫຼົ້້າເບຍ, ຂອງຫວານ, ອາຫານທີ່ມີຣົດເຄັມ ແລະ ຣົດຊາດເຂັ້ມຂຸ້ນ
- ຮັບປະທານຜັກ ແລະ ໝາກໄມ້ ຢູ່ເປັນປະຈຳ
- ອອກກຳລັງກາຍປະມານໜຶ່ງຊົ່ວໂມງຕໍ່ມື້ ເນື່ອງຈາກການອອກກຳລັງກາຍເຮັດໃຫ້ຮ່າງກາຍຜະລິດສານເອັນໂດຟິນ (Endorphins) ເຊິ່ງເປັນສານທີ່ເຮັດໃຫ້ມີຄວາມສຸກແລະຊ່ວຍລົດຄວາມຄຽດ
- ຮັບປະທານວິຕາມິນ B6, ວິຕາມິນ E, ແຄລຊຽມ ແລະ ແມັກນີຊຽມ ຕາມຄຳແນະນຳຂອງທ່ານໝໍ

2.ການປິ່ນປົວໂດຍໃຊ້ຢາ
- ຄວນຮັບກຸ່ມຢາທີ່ປິ່ນປົວອາການຊຶມເສົ້າ, ຊ່ວຍລົດອາການຫງຸດຫງິດ, ເສົ້າ ຫຼື ອາລົມຮຸນແຮງ. ແຕ່ການທີ່ຈະຮັບຢາພວກນີ້ໄດ້ແມ່ນຕ້ອງຢູ່ໃນການເບິ່ງແຍງຂອງແພດໝໍ.
- ຢາແກ້ປວດຮັບປະທານຕາມອາການ
3.ການປິ່ນປົວໂດຍການໃຊ້ຮໍໂມນ
- ໃຊ້ຢາຮໍໂມນເພດຍິງທີ່ມີຮໍໂມນຕ່ຳເຊັ່ນ: ຢາຄຸມກຳເນີດ ເພື່ອປັບລະດັບຮໍໂມນໃນຮ່າງກາຍໃຫ້ສົມດຸນ ເຊິ່ງຈະຊ່ວຍລົດອາການທາງກາຍໄດ້

4.ການປິິ່ນປົວໂດຍການໃຊ້ຈິດບຳບັດ (psychotherapy)
ອ້າງອີງຈາກ:
- https://cutt.ly/FAmnEG8
- https://cutt.ly/WAmnZqf
- https://cutt.ly/fAmmikU
- https://cutt.ly/fAmmlXP
- https://cutt.ly/VAmmbWT
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/