ພົບແມວນ້ຳຕາຍສະສົມກວ່າ 2.500 ໂຕ ຕາມຊາຍຝັ່ງທະເລແຄສປຽນຂອງຣັດເຊຍ

ພົບແມວນ້ຳຕາຍສະສົມກວ່າ-2-500ໂຕ

ເມື່ອວັນທີ 5 ທັນວາ 2022 ສຳນັກຂ່າວຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ຣັດເຊຍໄດ້ພົບຊາກແມວນ້ຳທີ່ນອນຕາຍຕິດຊາຍຝັ່ງຕາມບໍລິເວນທະເລແຄສປຽນ (Caspian) ທາງຕອນໃຕ້ຂອງຣັດເຊຍ ເພີ່ມຂຶ້ນເປັນກວ່າ 2.500 ໂຕແລ້ວ ຫຼັງຈາກກ່ອນໜ້ານີ້ມີລາຍງານລະບຸວ່າມີປະມານ 700 ໂຕ ແຕ່ວ່າການສືບສວນເພີ່ມຕື່ມເຮັດໃຫ້ພົບກັບຊາກແມວນ້ຳຫຼາຍຂຶ້ນ ແລະການນັບຈຳນວນຕອນນີ້ແມ່ນຍັງບໍ່ສຳເລັດ.

ພົບແມວນ້ຳຕາຍສະສົມກວ່າ-2-500ໂຕ

ທາງດ້ານ Zaur Gapizov ຫົວໜ້າສູນປົກປ້ອງສິ່ງແວດລ້ອມແຄສປຽນ ລະບຸໃນຖະແຫຼງການວ່າ ແມວນໍ້າພວກນີ້ແມ່ນຕາຍຕັ້ງແຕ່ເມື່ອ 2 ອາທິດກ່ອນແລ້ວ ແຕ່ບໍ່ພົບຫຼັກຖານທີ່ບົ່ງຊີ້ວ່າພວກມັນຖືກຂ້າຫຼືຕິດອວນປະມົງແຕ່ຢ່າງໃດ.

ພົບແມວນ້ຳຕາຍສະສົມກວ່າ-2-500ໂຕ

ດ້ານກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມປະຈຳສາທາລະນະລັດດາເດສຖານ ເຊິ່ງເປັນເຂດປົກຄອງໃນພາກຕາເວັນອອກສຽງໃຕ້ສຸດຂອຣັດເຊຍ ກໍໄດ້ອອກມາເປີດເຜີຍຜ່ານ Telegram ວ່າ ຊາກແມວນ້ຳຈຳນວນຫຼວງຫຼາຍນີ້ຖືກພົບໃນບໍລິເວນປາກແມ່ນ້ຳ 2 ແຫ່ງໄດ້ແກ່ Sulak  ແລະ Shurinka. ທັງນີ້ຜູ້ຊ່ຽວຊານໄດ້ເກັບຕົວຢ່າງຂອງຊາກແມວນ້ຳໄປກວດສອບແລ້ວ ແຕ່ໜ້າຈະຮູ້ສາເຫດການຕາຍຫຼັງຈາກໄດ້ຮັບຜົນກວດຈາກຫ້ອງທົດລອງ.

ພົບແມວນ້ຳຕາຍສະສົມກວ່າ-2-500ໂຕ

ສຳລັບແມວນ້ຳໃນທະເລແຄສປຽນນັ້ນ ແມ່ນຖືກຈັດເປັນສັດສ່ຽງສູນພັນມາຕັ້ງແຕ່ປີ 2008 ໂດຍປັດຈຸບັນພວກມັນມີຈຳນວນປະຊາກອນປະມານ 70.000 ໂຕເທົ່ານັ້ນ ຈາກເມື່ອກ່ອນໃນໄລຍະສະຕະວັດກ່ອນພວກມັນມີຈຳນວນຫຼາຍກວ່າ 1 ລ້ານໂຕ ເນື່ອງຈາກພວກມັນຖືກລ່າຢ່າງໜັກ ແລະ ໄດ້ຮັບຜົນກະທົບຈາກມົນລະພິດອຸດສາຫະກຳຂອງຂອງມະນຸດ ຈຶ່ງເຮັດໃຫ້ນັບມື້ນັບມີຈຳນວນລົດໜ້ອຍລົງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/