ຈາກການສຳຫຼວດຂອງ Independent Reserve Cryptocurrency Index (IRCI) ປະຈຳປີທີ່ດຳເນີນການໃນເດືອນກຸມພາ ໄດ້ເຮັດການສຳຫຼວດຄວາມຄິດເຫັນຂອງຊາວສິງກະໂປຈຳນວນ 1.500 ຄົນຕໍ່ວັນ ກ່ຽວກັບມຸມມອງຂອງພວກເຂົາທີ່ມີຕໍ່ Cryptocurrency. ທັງນີ້ຜົນສຳຫຼວດຂໍ້ມູນພົບວ່າ 76% ຂອງຜູ້ຍິງຊາວສິງກະໂປ ສາມາດເຮັດກຳໄລ ຫຼື ຢ່າງໜ້ອຍກໍເທົ່າທຶນ ໃນຂະນະທີ່ຜູ້ຊາຍພຽງ 72% ເທົ່ານັ້ນທີ່ສາມາດເຮັດເເບບນີ້ໄດ້.
“ນັບຕັ້ງແຕ່ການເປີດຕົວຂອງ IRCI ໃນສິງກະໂປໃນປີ 2021, ນີ້ແມ່ນຄັ້ງທໍາອິດທີ່ມີລາຍງານວ່າແມ່ຍິງມີປະສິດຕິພາບດ້ານການລົງທຶນ Crypto ດີກວ່າຜູ້ຊາຍ” ຜົນການສໍາຫຼວດລະບຸ.

ການສໍາຫຼວດຍັງໄດ້ພົບເຫັນການເພີ່ມຂຶ້ນຂອງແມ່ຍິງທີ່ເຂົ້າຮ່ວມໃນການລົງທຶນ crypto ໃນປີນີ້, ໂດຍ 37% ຂອງແມ່ຍິງທີ່ເຂົ້າຮ່ວມການເຮັດເເບບສໍາຫຼວດກ່າວວ່າພວກເຂົາກຳລັງລົງທຶນ crypto, ເຊິ່ງໃນຈຳນວນນີ້ຖືເປັນຈຳນວນທີ່ເພິ່ມຂຶ້ນປະມານ 7% ເມື່ອທຽບກັບປີກ່ອນ.
ໃນທາງກົງກັນຂ້າມ, ມີຜູ້ຊາຍຈຳນວນ 48% ເທົ່ານັ້ນທີ່ເປັນນັກລົງທຶນໃນ Crypto, ເຊິ່ງລົດລົງ 1 % ເມື່ອທຽບກັບ IRCI ປີ 2022.
ນອກຈາກນີ້ ແມ່ຍິງທີ່ເຂົ້າຮ່ວມການສຳຫຼວດ ຍັງໄດ້ສະເເດງເຖິງຈຸດຢືນດ້ານບວກທີ່ມີຕໍ່ Crypto, ໂດຍ 24% ລະບຸວ່າພວກເຂົາໄດ້ “ຈັດສັນພອດການລົງທຶນຫຼາຍກວ່າ 20% ຂອງພວກເຂົາໃຫ້ກັບປະເພດຊັບສິນນີ້”
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/