Elon Musk ປະກາດ ສະເພາະສະມາຊິກ Twitter Blue ເທົ່ານັ້ນທີ່ສາມາດປາກົດໃນຟີດ For You

elon-musk-ປະກາດ-ສະເພາະສະມາຊິກ-twitter-blue

Elon Musk ໄດ້ປະກາດໃນ Twitter ວ່າ ຫຼັງວັນທີ 15 ເມສາເປັນຕົ້ນໄປ ຈະປັບໃຫ້ສະເພາະສະມາຊິກ Twitter Blue ເທົ່ານັ້ນ ທີ່ຈະປາກົດໃນຟີດ For you ເເລະ ໃຫ້ສິດທິສະເພາະສະມາຊິກໃນການລົງຄະເເນນເເບບສຳຫຼວດອີກດ້ວຍ.

elon-musk-ປະກາດ-ສະເພາະສະມາຊິກ-twitter-blue

ໂດຍສິ່ງທີ່ເກີດຂຶ້ນຫຼັງຈາກມີການປະກາດຂຶ້ນໃນ Twitter ບັນຊີທີ່ຜ່ານການຢືນຢັນເເບບເດີມຈະສູນເສຍເຄື່ອງໝາຍຖືກຕ້ອງສີຟ້ານັບຕັ້ງເເຕ່ວັນທີ 1 ເມສາເປັນຕົ້ນໄປ ຍົກເວັ້ນເເຕ່ວ່າພວກເຂົາຈະສະໝັກສະມາຊິກ Twitter Blue ເເບບຊໍາລະເງິນ.

Musk ອ້າງວ່າມັນເປັນການປົກປ້ອງ AI bots. ເນື່ອງຈາກໃນໄລຍະນີ້ Twitter ໄດ້ມີການປ່ຽນແປງຫຼາຍຢ່າງ ເເລະ ຍັງໄດ້ນຳເອົາເຄື່ອງໝາຍຖືກຕ້ອງສີຟ້າອອກອີກ, ການປ່ຽນແປງທັງສອງຄາດວ່າຈະຊຸກຍູ້ໃຫ້ຜູ້ໃຊ້ຫັນມາສະໝັກສະມາຊິກ Twitter Blue ຫຼາຍຂຶ້ນ. ສໍາລັບກໍລະນີຂອງຜູ້ໃຊ້ທີ່ບໍ່ໄດ້ສະໝັກສະມາຊິກ ຈະເຫັນສະເພາະໃນຟີດການຕິດຕາມ ຂອງຜູ້ໃຊ້ທີ່ທ່ານຕິດຕາມເທົ່ານັ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/