ອິນໂດເນເຊຍ ຫ້າມນຳເຂົ້າເສື້ອຜ້າມືສອງ ເພື່ອສະໜັບສະໜູນທຸລະກິດປະເທດຕົນເອງ

ອິນໂດເນເຊຍ-ຫ້າມນຳເຂົ້າເສື້ອຜ້າມືສອງ

ລັດຖະມົນຕີວ່າການກະຊວງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ (SMEs) ຂອງປະເທດອິນໂດເນເຊຍ ບໍ່ຍອມໃຫ້ມີການນໍາເສື້ອຜ້າທີ່ໃຊ້ແລ້ວເຂົ້າມາຊື້-ຂາຍ ໃນປະເທດ ເພື່ອເປັນການຄຸ້ມຄອງກິດຈະການຂອງບັນດາວິສາຫະກິດຂະໜາດກາງ-ຂະໜາດນ້ອຍ ແລະ ລາຍຍ່ອຍ ໃນອຸດສາຫະກຳຜ້າ ແລະ ເກີບ.

ພ້ອມກັນນີ້ ລັດຖະບານມີຂໍ້ໂຕ້ແຍ້ງທີ່ໜັກແໜ້ນຊັດເຈນໃນການປະຕິເສດດັ່ງກ່າວ ໂດຍຊີ້ໃຫ້ເຫັນວ່າການນຳເຂົ້າຜະລິດຕະພັນສິ່ງຂອງທີ່ໃຊ້ແລ້ວ ແລະ ຜິດກົດໝາຍນັ້ນ ຈະບໍ່ສອດຄ່ອງກັບຄວາມພະຍາຍາມຂອງລັດຖະບານໃນການສົ່ງເສີມການບໍລິໂພກຜະລິດຕະພັນໃນທ້ອງຖິ່ນ ຕາມແຜນການລົນນະລົງຄວາມພາກພູມໃຈໃນຜະລິດຕະພັນແຫ່ງຊາດຂອງປະເທດອິນໂດເນເຊຍ.

ອິນໂດເນເຊຍ-ຫ້າມນຳເຂົ້າເສື້ອຜ້າມືສອງ

ຕາມແຜນການນີ້ ລັດຖະບານມີນະໂຍບາຍທີ່ກຳນົດໃຫ້ມີການໃຊ້ຈ່າຍ 40% ສຳລັບຜະລິດຕະພັນຈາກ MSME ໃນການຈັດຊື້ສິນຄ້າ. ນອກຈາກນີ້ ເທຣນການນຳເຂົ້າເສື້ອຜ້າໃຊ້ແລ້ວ ເພື່ອນຳມາຂາຍ ຍັງຈະເຮັດໃຫ້ການຈ້າງງານລົດລົງອີກດ້ວຍ ເນື່ອງຈາກອຸດສາຫະກຳແຜ່ນແພເປັນອຸດສາຫະກຳທີີ່ໃຊ້ແຮງງານຈຳນວນຫຼາຍ.

ອິນໂດເນເຊຍ-ຫ້າມນຳເຂົ້າເສື້ອຜ້າມືສອງ

ນອກຈາກນີ້ ຍັງມີການຮຽກຮ້ອງໃຫ້ດ່ານພາສີເຂັ້ມງວດຫຼາຍຂຶ້ນ ແລະ ປັບປຸງການກວດສອບ ການນຳເຂົ້າເສື້ອຜ້າໃຊ້ແລ້ວແບບຜິດກົດໝາຍ ເຊິ່ງຖືກຫ້າມໂດຍກົດກະຊວງການຄ້າສະບັບທີ 40 ປີ 2023 ແລະ ເບິ່ງວ່າບໍ່ແມ່ນເລື່ອງຍາກທີ່ຈະສືບຫາວ່າເສື້ອຜ້າດັ່ງກ່າວຖືກນຳໄປຂາຍບ່ອນໃດ ເນື່ອງຈາກໄດ້ເຮັດການກວດສອບແລ້ວ ໂດຍນອກຈາກຊ່ອງທາງສື່ສັງຄົມອອນລາຍແລ້ວ ຍັງມີຂາຍຢູ່ໃນ Pasar Senen, Gedebage ແລະ Pasar Baru.

ອິນໂດເນເຊຍ-ຫ້າມນຳເຂົ້າເສື້ອຜ້າມືສອງ

ຂໍ້ມູນຈາກ:

https://bit.ly/3nwStNu

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/