ພາຍຫຼັງ Cryptocurrency ໄດ້ຮັບຄວາມນິຍົມ ແລະ ໄດ້ຂະຫຍາຍຕົວຢ່າງກວ້າງຂວາງ ບວກກັບບັນດາບໍລິສັດໃຫຍ່ໆຈາກທົ່ວໂລກ ເລີ່ມຫັນມາໃຫ້ຄວາມສົນໃຈ ແລະ ຫາວິທີໃຊ້ປະໂຫຍດຈາກອຸດສາຫະກຳນີ້
ຫຼ້າສຸດ ມີລາຍງານອອກມາວ່າ ທະນາຄານກາງຂອງອັງກິດມີກໍານົດທີ່ຈະປຶກສາຫາລືຮ່ວມກັນໃນປີນີ້ວ່າຄວນຈະສ້າງສະກຸນເງິນດິຈິຕອນຂອງຕົນເອງ ຫຼືບໍ່. ເຊິ່ງຈະກາຍເປັນຄູ່ແຂ່ງກັບ Cryptocurrency ຊື່ດັງຢ່າງ Bitcoin, ໂດຍສະກຸນເງິນດິຈິຕອນຂອງທະນາຄານກາງ Central Bank Digital Currency ຫຼືວ່າ CBDC ນັ້ນໄດ້ຮັບການສະຫນັບສະໜູນຈາກ ຣິຊີ້ ຊູນັກ (Rishi Sunak) ລັດຖະມົນຕີກະຊວງການເງິນຂອງອັງກິດ ໃຫ້ພິຈາລະນາຄວາມເປັນໄປໄດ້ຂອງການອອກ ‘Britcoin’ ເພື່ອມາເປັນເປັນ CBDC ຂອງອັງກິດ.
![](https://laox.la/wp-content/uploads/2022/06/image-67.png)
ເມື່ອວັນພຸດທີ 1ມິຖຸນາ 2022 ທີ່ຜ່ານມາ ແອນດິວ ຮາວເຊີ້ Andrew Hauser ຜູ້ອຳນວຍການບໍລິຫານຝ່າຍການຕະຫຼາດຂອງທະນາຄານກາງ ອັງກິດ Bank of England ຫຼືວ່າ BoE ອອກມາກ່າວວ່າ CBDC ນັ້ນຈະບໍ່ສ້າງຄວາມທ້າທາຍທີ່ໃຫຍ່ເກີນໄປສຳລັບການດຳເນີນງານຂອງ BoE.
![](https://laox.la/wp-content/uploads/2022/06/image-66.png)
ໂດຍທະນາຄານກາງຂອງປະເທດອັງກິດເບິ່ງວ່າເງິນສຳຮອງ ທີ່ບັນດາທະນາຄານການຄ້າຄອບຄອງຢູ່ນັ້ນ ຖືເປັນສະກຸນເງິນດິຈິຕອນປະເພດໜຶ່ງ. ແລະ CBDC ທີ່ຄົບຖ້ວນສົມບູນ ຈະເປັນຮູບແບບການເຂົ້າເຖິງລະບົບນີ້ໃນວົງກວ້າງ ເຊິ່ງອາດລົດຜ່ອນບົດບາດຂອງທະນາຄານໃນການຊຳລະເງິນລາຍວັນ.
![](https://laox.la/wp-content/uploads/2022/06/image-68.png)
ສຳລັບຄວາມສົນໃຈໃນ CBDC ຂອງບັນດາທະນາຄານກາງຄັ້ງນີ້ ຖືກກະຕຸ້ນໂດຍຄວາມເປັນໄປໄດ້ທີ່ບໍລິສັດເທັກໂນໂລຢີລາຍໃຫຍ່ອາດຈະສ້າງຮູບແບບການຊຳລະເງິນຂອງຕົນເອງ ເຊິ່ງນີ້ອາດຈະເຮັດໃຫ້ບໍ່ຈຳເປັນຈະຕ້ອງເພິ່ງພາລະບົບທະນາຄານແບບເກົ່າ ເຮັດໃຫ້ເກີດຄວາມກັງວົນກ່ຽວກັບຄວາມເປັນສ່ວນຕົວ ແລະ ຄວາມໝັ້ນຄົງທາງການເງິນ.
![](https://laox.la/wp-content/uploads/2022/06/image-69.png)
ໂດຍປະທານທະນາຄານກາງ ອັງກິດ ກ່າວວ່າ ຫາກວ່າບໍລິສັດເລືອກທີ່ຈະເດີນຕາມເສັ້ນທາງດັ່ງກ່າວ ກໍຄວນຄາດຫວັງວ່າຈະໄດ້ຮັບການຄວບຄຸມຕາມມາດຕະຖານດຽວກັນກັບທະນາຄານ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/