ທ່ອງທ່ຽວທົ່ວໂລກໄປກັບ Nelwin Aldriansyah ຊາຍທີ່ເດີນທາງຕາມປຶ້ມກາຕູນ Tintin and the Picaros


ເຄີຍຄິດຫຼິ້ນໆ ຫຼື ມີຄວາມຝັນບໍວ່າ ຖ້າເຮົາສາມາດເດີນທາງໄປທີ່ສະຖານທີ່ທ່ອງທ່ຽວແທ້ໆ ຕາມປຶ້ມຫຼືນິຍາຍທີ່ເຮົາມັກ ແລ້ວມັນຈະດີປານໃດ? ແລະ ເຊື່ອຫຼືບໍ່ວ່າເລື່ອງລາວນີ້ມັນກໍເກີດຂຶ້ນເປັນຈິງແລ້ວ ເມື່ອ Nelwin Aldriansyah ຊາຍຊາວ ອິນໂດເນເຊຍ ຜູ້ທີ່ຮັກໃນການເດີນທາງ ແລະ ໄດ້ທ່ອງທ່ຽວໄປຍັງສະຖານທີ່ຕ່າງໆ ທົ່ວໂລກ ຕາມປຶ້ມກາຕູນສຸດດັງຂອງທາງເບລຢຽມຄື The adventure of Tintin : Tintin and The Picaros ຮັບຮອງວ່າໃຜທີ່ໄດ້ເຫັນການທ່ອງທ່ຽວຂອງ Nelwin ແມ່ນຕ້ອງຢາກໄປສຳຜັດບັນຍາກາດຂອງສະຖານທີ່ຕ່າງໆທີ່ປຽບເໝືອນຫຼຸດອອກມາຈາກປຶ້ມກາຕູນຢ່າງແນ່ນອນ.

Nelwin Aldriansyah ຊາຍອາຍຸ 52 ປີຜູ້ນີ້ ລາວອາໄສຢູ່ທີ່ ຈາກາຕ້າ ເມືອງຫຼວງຂອງປະເທດອິນໂດເນເຊຍ ໂດຍລາວໄດ້ເລົ່າວ່າ ຢ້ອນກັບໄປໃນຍຸກປີ 70 ຕອນທີ່ຍັງເປັນນັກຮຽນປະຖົມ, ລາວໄດ້ອ່ານປຶ້ມກາຕູນທີ່ມີຊື່ວ່າ The adventure of Tintin  ຫຼື ການຜະຈົນໄພຂອງຕິນຕິນ ແລະ ໄດ້ພົບວ່າສະຖານທີ່ຕ່າງໆ ໃນປຶ້ມກາຕູນດັ່ງກ່າວແມ່ນແຕ້ມມາຈາກສະຖານທີ່ຕົວຈິງ.

ຕໍ່ມາໃນປີ 2005 Nelwin ໄປທ່ອງທ່ຽວຕ່າງປະເທດ ແລະໄດ້ຄົ້ນພົບສະຖານທີ່ແທ້ ຈາກ Tintin ເປັນຄັ້ງທຳອິດ ໂດຍສະຖານທີ່ນັ້ນແມ່ນ Qutb Minar ໃນ New Delhi ປະເທດອິນເດຍ ເຊິ່ງມັນແມ່ນການຄົ້ນພົບໂດຍບັງເອີນ. ຕັ້ງແຕ່ນັ້ນມາ, ທຸກຄັ້ງທີ່ Nelwin ເດີນທາງ ລາວກໍຈະກວດເບິ່ງຢູ່ສະເໝີວ່າມີສະຖານທີ່ຂອງ Tintin ຢູ່ນຳຫຼືບໍ່ ເຊິ່ງນັ້ນເຮັດໃຫ້ລາວໃຊ້ເວລາ 15  ປີໃນການທ່ອງທ່ຽວ ແລະ ເກັບຮວບຮວມສະຖານທີ່ຕ່າງໆ ຈາກ Tintin ໄວ້.

ເຖິງຢ່າງນັ້ນ, ການເດີນທາງຂອງ Nelwin ກໍຍັງບໍ່ທັນສິ້ນສຸດລົງເທື່ອ ເພາະວ່າລາວຍັງມີແຜນຈະເດີນທາງທ່ອງທ່ຽວອີກໃນອະນາຄົດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/