ທຸລະກິດ “ໃຫ້ເຊົ່າແບ້” ແທນເຄື່ອງຕັດຫຍ້າ ລາຍໄດ້ດີ ແຖມເປັນມິດກັບສິ່ງແວດລ້ອມ!!!


ເຄີຍບໍ່ ກຳລັງພັກຜ່ອນຢູ່ໃນເຮືອນ ແຕ່ຢູ່ໆກໍມີສຽງດັງຂຶ້ນມາ ມັນແມ່ນສຽງເຄື່ອງຕັດຫຍ້າຂອງຄົນຂ້າງເຮືອນນັ້ນເອງ!!! ເພື່ອເປັນການລົດບັນຫາດັ່ງກ່າວ ໄດ້ມີທຸລະກິດໜຶ່ງເກີດຂຶ້ນມາ ຊື່ວ່າ “ໃຫ້ເຊົ່າແບ້” ແທນເຄື່ອງຕັດຫຍ້າ ກຳລັງເປັນທີ່ນິຍົມໃນຕ່າງປະເທດ ຖືວ່າເປັນທຸລະກິດໃໝ່ມາແຮງ ແລະ ລາຍໄດ້ດີອີກອັນໜຶ່ງເລີຍ.

ຂໍ້ດີທີ່ເຮັດໃຫ້ທຸລະກິດນີ້ໄດ້ຮັບຄວາມນິຍົມ ຍ້ອນວ່າ ມັນເປັນມິດກັບສິ່ງແວດລ້ອມ, ບໍ່ມີສຽງລົບກວນ ແລະ ແບ້ເອງກໍໜ້າຮັກສຸດໆ ແຖມລາຄາຍັງເທົ່າໆກັນກັບເຄື່ອງຕັດຫຍ້າອີກພ້ອມ.

ແບ້ ເປັນສັດທີ່ກິນພືດໄດ້ເກືອບທຸກຊະນິດ ໂດຍແບ້ 1 ໂຕສາມາດກິນພືດໄດ້ຫຼາຍເຖິງ 4 ກິໂລຕໍ່ມື້ໜຶ່ງເລີຍ, ດັ່ງນັ້ນແບ້ຝູງໜຶ່ງກໍສາມາດກິນຫຍ້າໃນພື້ນທີ່ກວ້າງໆໄດ້ພາຍໃນເວລາບໍ່ດົນ.

Rent a Goat ບໍລິສັດທີ່ເຮັດທຸລະກິດເຊົ່າແບ້ ໄດ້ເຜີຍວ່າ ທຸລະກິດພວກເຂົາມີພຽງຄອມພິວເຕີໜ່ວຍດຽວເທົ່ານັ້ນ, ເລີ່ມຕົ້ນຈາກການຕິດຕໍ່ຫາເຈົ້າຂອງຟາມແບ້ ເພື່ອເປັນຄູ່ຮ່ວມມືທາງດ້ານທຸລະກິດກັນ ຈາກນັ້ນກໍຫາລູກຄ້າ ແລ້ວພາແບ້ລົງສະໜາມ. ແນ່ນອນວ່າທຸລະກິດຂອງພວກເຂົາສາມາດສ້າງລາຍໄດ້ເຖິງ 600,000 ໂດລາຕໍ່ປີເລີຍ!

ຄ່າບໍລິການນັ້ນ ຂຶ້ນຢູ່ກັບຈຳນວນຂອງແບ້ ແລະ ຂະໜາດຂອງພື້ນທີ່, ເຊິ່ງ ແບ້ 450 ໂຕ ສາມາດຈັດການຫຍ້າໄດ້ຫຼາຍເຖິງ 4,800 ຕາແມັດ ໂດຍໃຊ້ເວລາພຽງເຄິ່ງມື້ເທົ່ານັ້ນ! ໃນປັດຈຸບັນ ທຸລະກິດນີ້ບໍ່ພຽງແຕ່ຂະຫຍາຍຕົວໃນອາເມຣິກາ ແລະ ຢູໂຣບເທົ່ານັ້ນ ແຕ່ຢູ່ໃນຍີ່ປຸ່ນເອງ ກໍເລີ່ມມີໃຫ້ເຊົ່າແບ້ແລ້ວ ເຊິ່ງມີລາຄາຢູ່ທີ່ໂຕລະ 15,000 ເຢນ ຕໍ່ເດືອນ. ບາງພື້ນທີ່ຂອງອາເມຣິກາ ບໍ່ໄດ້ເຊົ່າແບ້ໄປພຽງເພື່ອກິນຫຍ້າ ຫຼື ເບິ່ງຄວາມໜ້າຮັກເທົ່ານັ້ນ ແຕ່ຍັງສາມາດສ້າງແນວກັນໄຟໃນລະດູແລ້ງໄດ້ອີກພ້ອມ.

ໂດຍລວມແລ້ວ ຖືວ່າເປັນທຸລະກິດທີ່ໜ້າສົນໃຈ ແລະ ເປັນມິດກັບສິ່ງແວດລ້ອມສຸດໆ ແຕ່ມັນອາດຈະເໝາະກັບບ່ອນທີ່ເປັນພື້ນທີ່ກວ້າງໆ ທີ່ຕ້ອງໃຊ້ແບ້ຫຼາຍໂຕຫຼາຍກວ່າພື້ນທີ່ຂະໜາດນ້ອຍທີ່ຈຳກັດ. ສ່ວນປະເທດເຮົາເອງຍັງບໍ່ມີທຸລະກິດປະເພດດັ່ງກ່າວ ແລະ ຍັງບໍ່ເປັນທີ່ຮູ້ຈັກປານໃດ ຖ້າເອົາມາປັບໃຊ້ຄົງຈະດີບໍ່ໜ້ອຍ ເພາະປະເທດລາວເຮົາມີການເຮັດກະສິກຳ-ລ້ຽງສັດເປັນຈຳນວນຫຼາຍ ແລະ ແບ້ກໍເປັນໜຶ່ງໃນນັ້ນ.

ຂອບໃຈຂໍ້ມູນຈາກ:

https://bit.ly/3ClhvkU

https://cutt.ly/zEt0L37

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/