ຍີ່ປຸ່ນ ມອບລົດເມຂຽວນ້ອຍໃຫ້ແກ່ລາວ ເພື່ອແກ້ໄຂບັນຫາລົດຕິດ

ຍີ່ປຸ່ນ-ມອບລົດເມຂຽວນ້ອຍ

ຍີ່ປຸ່ນ ເປັນອີກປະເທດໜຶ່ງທີ່ຊ່ວຍເຫຼືອລາວມາໂດຍຕະຫຼອດໃນຫຼາຍໆດ້ານ ໂດຍສະເພາະທາງດ້ານສາທາລະນະ ລັດຖະບານຍີ່ປຸ່ນໄດ້ປັບປຸງລະບົບການຂົນສົ່ງຢູ່ຕະຫຼອດ ເປັນຕົ້ນແມ່ນຢູ່ນະຄອນຫຼວງວຽງຈັນ. ຕາມການລາຍງານຫຼ້າສຸດໃຫ້ຮູ້ວ່າ ລັດຖະບານຍີ່ປຸ່ນໄດ້ຊ່ວຍເຫຼືອລ້າ ເພື່ອສົ່ງເສີມວຽກງານດ້ານການຂົນສົ່ງສາທາລະນະ ມູນຄ່າປະມານ 500 ລ້ານເຢນ ຫຼື ປະມານ 3,7 ລ້ານໂດລາສະຫະລັດ.

ການຊ່ວຍເຫຼືອໃນຄັ້ງນີ້ ປະກອບມີລົດເມ 52 ​ຄັນ ອຸປະກອນສ້ອມແປງອາໄຫຼ່ ເຄື່ອງຈຳລອງການຂັບຂີ່ ແລະ ອື່ນໆ. ເຊິ່ງພິທີມອບຮັບການຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ກຸມພາ 2023 ທີ່ຜ່ານມາ, ຕາງໜ້າມອບໂດຍເອກອັກຄະລັດຖະທູດປະຈຳລາວ ແລະ ຕາງໜ້າຮັບໂດຍ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.

ຍີ່ປຸ່ນ-ມອບລົດເມຂຽວນ້ອຍ

ລົດເມທີ່ໄດ້ຮັບຄັ້ງນີ້ ມີຂະໜາດນ້ອຍກວ່າລົດເມທີ່ລັດຖະບານຍີ່ປຸ່ນສະໜອງໃຫ້ທີ່ຜ່ານມາ ເຮັດໃຫ້ສາມາດລ້ຽວໃນວົງແຄບ ສາມາດຜ່ານຫົນທາງທີ່ແຄບ ແລະ ສາມາດໂຄ້ງແບບກະທັນຫັນໄດ້ ເຊິ່ງຈະສົ່ງຜົນໃຫ້ການຂັບຂີ່ສະດວກສະບາຍຍິ່ງຂຶ້ນ. ​ນອກຈາກນີ້ ລັດຖະບານຍີ່ປຸ່ນຈະສືບຕໍ່ປະກອບສ່ວນເຂົ້າໃນວຽກງານການປັບປຸງ ແລະ ຍົກລະດັບຄຸນະພາບ ລະບົບຂົນສົ່ງສາທາລະນະໃນຕົວເມືອງນະຄອນຫຼວງວຽງຈັນ.

ການຊ່ວຍເຫຼືອທາງລັດຖະບານຍີ່ປຸ່ນໃນແຕ່ຄັ້ງ ກໍເພື່ອພັດທະນາພື້ນຖານໂຄງລ່າງ ແລະ ຍົກຄຸນະພາບສູງ ຂະຫຍາຍການຮ່ວມມື-ເສດຖະກິດ ທີ່ມີຄຸນະພາບ ແລະ ນຳໃຊ້ໄດ້ຈິງ. ທັງນີ້ ກໍເພື່ອແກ້ໄຂບັນຫາລົດຕິດໃນນະຄອນຫຼວງວຽງຈັນ ທີ່ກຳລັງຂະຫຍາຍໃນຕົວເມືອງ ແລະ ມີການເພີ່ມຂຶ້ນຢ່າງໄວວາຂອງປະຊາກອນ ເຊິ່ງເຮັດໃຫ້ລົດຕິດເປັນຈຳນວນຫຼາຍໃນແຕ່ລະວັນ ເຮັດໃຫ້ມີຄວາມສ່ຽງການເກີດອຸບັດຕິເຫດຫຼາຍ.

ຍີ່ປຸ່ນ-ມອບລົດເມຂຽວນ້ອຍ

ຂອບໃຈຂໍ້ມູນຈາກ:

https://bit.ly/41Pinff

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/