ລາວ-ຫວຽດນາມ ຮ່ວມເຊັນສັນຍາທຸລະກິດການນຳໃຊ້ທ່າເຮືອ ແລະ ສາງນ້ຳມັນເຊື້ອໄຟ


ໃນວັນທີ 3 ມີນາ 2023 ຜ່ານມາ, ຢູ່ທີ່ຫ້ອງການຂອງບໍລິສັດ ທຽນມິງດຶກ, ນະຄອນວິ່ງ, ແຂວງເຫງະອານ, ສສ.ຫວຽດນາມ ໄດ້ມີການເຊັນສັນຍາຮ່ວມທຸລະກິດ ເຊົ່າສາງເກັບນ້ຳມັນເຊື້ອໄຟ ແລະ ທ່າເຮືອ ເພື່ອໃຫ້ໂຮງງານກັ່ນຕອງ ແລະ ປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມພາວເວີ ສາມາດນຳເຂົ້ານ້ຳມັນເຊື້ອໄຟ ແລະ ວັດຖຸດິບໃນການປຸງແຕ່ງນ້ຳມັນເຊື້ອໄຟ ຈາກຕ່າງປະເທດເຂົ້າມາບັນຈຸ, ຈັດເກັບຮັກສາໄວ້ຢູ່ສາງນ້ຳມັນເຊື້ອໄຟ ຂອງບໍລິສັດທຽນມິງດຶກ ແລະ ຂົນສົ່ງເຂົ້າສູ່ ສປປ ລາວ.

ໃຫ້ກຽດລົງນາມຝ່າຍບໍລິສັດລາວ ໂດຍ ທ່ານ ສົມຫວັງ ຄຸຣຸລັດ, ອຳນວຍການໃຫຍ່ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ສປປ ລາວ ພ້ອມດ້ວຍຄະນະ ແລະ ໃຫ້ກຽດລົງນາມຝ່າຍບໍລິສັດຫວຽດນາມ ໂດຍ ທ່ານ ເລແທັງອານ, ອຳນວຍການໃຫຍ່ ກຸ່ມບໍລິສັດ ທຽນມິງດຶກ ສສ.ຫວຽດນາມ ພ້ອມດ້ວຍຄະນະສາງນ້ຳມັນເຊື້ອໄຟດັ່ງກ່າວທີ່ສາມາດບັນຈຸນ້ຳມັນເຊື້ອໄຟໄດ້ເປັນຈຳນວນຫຼວງຫຼາຍ, ມີຄວາມປອດໄພ ແລະ ທັນສະໄໝ.

ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ຍັງໄດ້ເຊັນສັນຍາກັບ ບໍລິສັດ ການຄ້າ ແລະ ການບໍລິການເຊິນຝູຕ໋າຍ ສສ.ຫວຽດນາມ, ເຊິ່ງລົງນາມໂດຍທ່ານ ຫງວຽນວັນຮ່າ, ຜູ້ອຳນວຍການບໍລິສັດການຄ້າ ແລະ ການບໍລິການເຊິນຝູຕ໋າຍ ພ້ອມດ້ວຍຄະນະ, ເຊິ່ງເປັນບໍລິສັດຂົນສົ່ງນ້ຳມັນເຊື້ອໄຟ.

ຈຸດປະສົງ ກໍເພື່ອຂົນສົ່ງນ້ຳມັນເຊື້ອໄຟເຂົ້າສູ່ສາງ ສສ.ຫວຽດນາມ ແລະ ເຂົ້າສູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນແຂວງຊຽງຂວາງ ເພື່ອປຸງແຕ່ງນ້ຳມັນເຊື້ອໄຟ ແລະ ຈຳໜ່າຍອອກສູ່ຕະຫຼາດພາຍໃນແຂວງຊຽງຂວາງ ແລະ ບັນດາແຂວງໃກ້ຄຽງໃຫ້ພຽງພໍຕໍ່ການນຳໃຊ້, ທັງເພື່ອໃຫ້ສະດວກ ແລະ ປອດໄພ.

ໂດຍທັງ 3 ບໍລິສັດ, ໄດ້ຮ່ວມທຸລະກິດນຳກັນ ທັງເປັນການປົກປັກຮັກສາ ແລະ ເສີມຂະຫຍາຍວຽກງານການຮ່ວມມືແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ, ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ນີ້ເປັນອີກໜຶ່ງບາດກ້າວສໍາຄັນ ແລະ ພ້ອມກັນພັດທະນາໄປເລື້ອຍໆ.

ຂອບໃຈຂໍ້ມູນຈາກ:

https://bit.ly/3JjkGzR

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/