ຊົມເຊີຍ! ອານຸກິດ ຄິດສະຫວັດ ໜຸ່ມລາວ ຊະນະການປະກວດຖ່າຍຮູບ ລາຍການ Life Framer ທີ່ປະເທດອັງກິດ

ຊົມເຊີຍ

ທ້າວ ອານຸກິດ ຄິດສະຫວັດ ໜຸ່ມລາວ ເປັນໜຶ່ງໃນ 20 ຊ່າງພາບ ຈາກຫຼາກຫຼາຍປະເທດທົ່ວໂລກທີ່ຊະນະການປະກວດຖ່າຍຮູບ ລາຍການ Life Framer ປະຈຳເດືອນມັງກອນ ປີ 2023 ທີ່ປະເທດອັງກິດ.

ຊົມເຊີຍ

ໂດຍລາຍການປະກວດຖ່າຍຮູບດັ່ງກ່າວ ແມ່ນໄດ້ຈັດຂຶ້ນໃນທຸກໆເດືອນ ແລະ ໃນເດືອນມັງກອນທີ່ຜ່ານມານີ້ ແມ່ນການປະກວດຮູບຖ່າຍພາຍໃຕ້ຫົວຂໍ້ “Night Life” ຫຼື ຊີວິດກາງຄືນ ໂດຍທາງລາຍການໄດ້ລະບຸເຖິງຮູບຖ່າຍຂອງ ອານຸກິດ ໄວ້ວ່າ: “ສາກ​ດັ່ງກ່າວ​ຄ້າຍ​ຄື​ກັບ​ບາງເຂດ​ທີ່ສະແດງໃຫ້ເຫັນເຖິງ​ຄວາມຂັດ​ແຍ້​ງ ຫຼື ​ສະຖານທີ່​ອັນຕະລາຍ ທີ່ຕັ້ງ​ຢູ່​ບໍ່​ໄກ​ເກີນ​ໄປ, ​ແຕ່​ພາບ​ດັ່ງກ່າວ​ໄດ້​ເປີດ​ເຜີຍໃຫ້ເຮົາເຫັນພຽງ​ໜ້ອຍດຽວເທົ່ານັ້ນ. ​ທີ່ເຫຼືອແມ່ນປ່ອຍໃຫ້​ຈິນຕະນາການ​ຂອງ​ຜູ້​ຊົມ​ເຂົ້າ​ໄປ​ຄອບ​ຄອງ.”

ໂດຍ ຊ່າງພາບໜຸ່ມ ອານຸກິດ ເປີດເຜີຍວ່າ: “ຜົນສໍາເລັດນີ້ແມ່ນເປັນຂອງຂວັນອັນລ້ຳຄ່າໃນອາຊີບການຖ່າຍຮູບຂອງຂ້ອຍ ເພາະວ່າມັນຊຸກຍູ້ໃຫ້ຂ້ອຍກ້າວໄປສູ່ຂອບເຂດຂອງທັກສະການຖ່າຍຮູບຂອງຂ້ອຍ ແລະ ນີ້ແມ່ນຜົນມາຈາກການເຮັດວຽກໜັກຫຼາຍປີ ແລະ ການແຂ່ງຂັນທີ່ຂ້ອຍເຂົ້າຮ່ວມ.”

ຊົມເຊີຍ

“ຄວາມມັກໃນການຖ່າຍຮູບຂອງຂ້ອຍແມ່ນພື້ນຖານສໍາລັບຂ້ອຍທີ່ຈະເຂົ້າຮ່ວມໃນການແຂ່ງຂັນ ເຊິ່ງມັນຊຸກຍູ້ໃຫ້ຂ້ອຍປັບປຸງ ແລະ ທົດລອງໃນປະເພດຕ່າງໆຂອງການຖ່າຍຮູບ. ຂ້ອຍຂໍຊຸກຍູ້ໃຫ້ນັກຖ່າຍຮູບລາວໃຫ້ກ້າສະແດງຜົນງານຂອງຕົນເອງອອກມາ ແລະ ກ້າວໄປທາງໜ້າ”

ສຳລັບລາຍການປະກວດການຖ່າຍພາບ Life Framer, ແມ່ນສ້າງຕັ້ງຂຶ້ນໃນລອນດອນ ປະເທດອັງກິດ ດໍາເນີນການແຂ່ງຂັນປະຈໍາເດືອນເພື່ອຄົ້ນພົບນັກຖ່າຍຮູບທົ່ວໂລກ ແລະ ສໍາລັບການແບ່ງປັນ ແລະ ສະແດງການຖ່າຍຮູບທີ່ທັນສະໄໝ.  ການ​ປະ​ກວດ​ຂອງ​ແຕ່​ລະ​ເດືອນ​ມີ​ຫົວ​ຂໍ້​ທີ່​ແຕກ​ຕ່າງ​ກັນ​ ແລະ ​ຜູ້​ຕັດ​ສິນ​ກໍແຕກຕ່າງກັນໄປໃນແຕ່ລະຫົວຂໍ້.

ລາຍການທີ່ຊະນະນີ້ແມ່ນຈະໄດ້ຈັດວາງສະແດງໂດຍ Life Framer ອອກສູ່ສາຍຕາຂອງຄົນທົ່ວໂລກໃນທ້າຍປີນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/