ຊົມເຊີຍ! ຫຼາຍພາກສ່ວນດ້ານການທ່ອງທ່ຽວຂອງ ສປປ ລາວ ໄດ້ຮັບຮາງວັນ ໃນງານມະຫະກໍາການທ່ອງທ່ຽວ ອາຊຽນ ປະຈຳປີ 2023

ຊົມເຊີຍ!

ຖືເປັນການເລີ່ມຕົ້ນປີແຫ່ງການທ່ອງທ່ຽວໄດ້ຢ່າງສວຍງາມ ພາຍຫຼັງຫຼາຍພາກສ່ວນທີ່ກ່ຽວຂ້ອງກັບການທ່ອງທ່ຽວ ຂອງ ສປປ ລາວ ໄດ້ຂຶ້ນຮັບຮາງວັນ ທີ່ງານມະຫະກໍາການທ່ອງທ່ຽວ ອາຊຽນ ປະຈຳປີ 2023 ຢູ່ປະເທດອິນໂດເນເຊຍ ທີ່ຈັດຂຶ້ນວັນທີ 2-5 ກຸມພາ ທີ່ຜ່ານມານີ້.

ໂດຍໃນການປະກາດຮາງວັນຄັ້ງນີ້ ສປປ ລາວ ເຮົາກວາດໄດ້ເຖິງ 3 ສາຂາ ປະກອບມີ: ມາດຕະຖານເຮືອນພັກແຮມອາຊຽນ, ກິດຈະກໍາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ແລະ ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ.

ສາຂາມາດຕະຖານເຮືອນພັກແຮມອາຊຽນ ເລີ່ມປະຕິບັດ ແລະ ມອບຮາງວັນ ປີ 2016, ປີນີ້ເປັນຄັ້ງທີ 4 ຈຸດປະສົງເພື່ອຊຸກຍູ້ ແລະ ຍ້ອງຍໍຜູ້ປະກອບກິດຈະການເຮືອນພັກແຮມ ໂດຍສະເພາະປະຊາຊົນບ້ານເປົ້າໝາຍທີ່ໃຫ້ການບໍລິການ ພາກສ່ວນກ່ຽວຂ້ອງຂອງລັດ ແລະ ເອກະຊົນຂອງປະເທດສະມາຊິກອາຊຽນ ເຊິ່ງປີ 2023 ຢູ່ອາຊຽນມີ 43 ເຮືອນພັກແຮມໄດ້ຮັບຮາງວັນ. ໃນນີ້ ສປປ ລາວ ມີເຮືອນພັກແຮມບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫຼວງພະບາງ, ເຮືອນພັກແຮມບ້ານວຽງເໜືອ ເມືອງ ແລະ ແຂວງຫຼວງນໍ້າທາ, ເຮືອນພັກແຮມບ້ານນາດ້ວງ ເມືອງວັງວຽງ ແຂວງວຽງຈັນ, ເຮືອນພັກແຮມບ້ານຫົວດອນແດງ ເມືອງປະທຸມພອນ ແຂວງຈໍາປາສັກ ແລະ ເຮືອນພັກແຮມບ້ານດອນໂຄ ເມືອງຊະນະສົມບູນ ແຂວງຈໍາປາສັກ.

ຊົມເຊີຍ!

ສ່ວນກິດຈະກໍາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມໃນປີ 2023 ຢູ່ອາຊຽນ ມີ 29 ກິດຈະກໍາທີ່ໄດ້ຮັບຮາງວັນ. ໃນນີ້ ສປປ ລາວ ມີບ້ານນາທອງ ເມືອງວັງວຽງ ແຂວງວຽງຈັນ, ບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫຼວງພະບາງ, ນໍ້າປຽນຢໍລະປາ ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ນວ), ຕາດເຍືອງ ເມືອງປາກຊ່ອງ ແຂວງຈໍາປາສັກ ບ້ານໜອງຫຼວງ ເມືອງປາກຊ່ອງ ແຂວງຈໍາປາສັກ.

ໃນດ້ານຫົວໜ່ວຍທຸລະກິດບໍລິການສະປາຂອງປະເທດສະມາຊິກອາຊຽນ ,ເຊິ່ງປີ 2023 ຢູ່ອາຊຽນມີ 38 ຮ້ານບໍລິການນວດ (ສະປາ) ໄດ້ຮັບຮາງວັນ. ໃນນີ້ ສປປ ລາວ ມີຮ້ານຈໍາປາສະປາ ນວ, ຮ້ານລິ່ນລີ່ສະປາ ນວ, ຮ້ານສະປາຢູ່ໂຮງແຮມພູແມນ ແຂວງຫຼວງພະບາງ, ຮ້ານສະປານະວຽງຈັນ ນວ ແລະ ຮ້ານເລີບສະປາຢູ່ໂຮງແຮມໂຊຟີເທວ ແຂວງຫຼວງພະບາງ.

ຊົມເຊີຍ!

ສ່ວນມາດຕະຖານຫ້ອງນໍ້າສາທາລະນະອາຊຽນ ເລີ່ມປະຕິບັດ ແລະ ມອບຮາງວັນ ປີ 2019, ປີນີ້ເປັນຄັ້ງທີ 2  ເຊິ່ງປີ 2023 ຢູ່ອາຊຽນມີ 48 ຫ້ອງນໍ້າສາທາລະນະໄດ້ຮັບຮາງວັນ. ໃນນີ້ ສປປ ລາວ ມີຫ້ອງນໍ້າ ສາທາລະນະຢູ່ສະຖານທີ່ທ່ອງທ່ຽວມໍລະດົກໂລກ ແຫ່ງທີ 2 ວັດພູຈໍາປາສັກ, ຫ້ອງນໍ້າສາທາລະນະ ຢູ່ສະຖານທີ່ທ່ອງທ່ຽວນໍ້າຕົກຕາດກວາງຊີ ແຂວງຫຼວງພະບາງ, ຫ້ອງນໍ້າສາທາລະນະຢູ່ສະຖານທີ່ທ່ອງທ່ຽວ ຖໍ້ານາງຟ້າ ເມືອງວັງວຽງ ແຂວງວຽງຈັນ, ຫ້ອງນໍ້າສາທາລະນະຢູ່ສະຖານທີ່ທ່ອງທ່ຽວນໍ້າຕົກຕາດພູເພັດ-ພູຄໍາ ແຂວງຫຼວງນໍ້າທາ ແລະ ຫ້ອງນໍ້າສາທາລະນະຢູ່ສວນສາທາລະນະໜອງສະພັງເລນ ນະຄອນຫຼວງວຽງຈັນ.

ສຳລັບ ປີ 2023 ນີ້ ຖືເປັນປີແຫ່ງການທ່ອງທ່ຽວຂອງ ສປປ ລາວ ຢ່າງແທ້ຈິງ ໂດຍທາງລັດຖະບານໄດ້ຕັ້ງເປົ້າໝາຍດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວຢ່າງໜ້ອຍ 1.4 ລ້ານຄົນ ແລະ ວາງແຜນປັບປຸງສິ່ງອໍານວຍຄວາມສະດວກ ແລະ ການບໍລິການ ເພື່ອຮອງຮັບນັກທ່ອງທ່ຽວຕ່າງປະເທດທີ່ເພີ່ມຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/