ຈາກພິພິທະພັນທີ່ເຕັມໄປດ້ວຍນັກທ່ອງທ່ຽວຫຼາຍກວ່າ 10 ລ້ານຄົນໃນແຕ່ລະປີ – ພິພິທະພັນ Louvre ກັບວັນທີ່ຮ້າງ ແລະ ໄຮ້ຜູ້ຄົນ


ກ່ອນໜ້າທີ່ໄວຣັສໂຄວິດ-19 ຈະມາ ຫຼາຍຄົນກໍອາດຈະນຶກພາບບໍ່ອອກວ່າ ພິພິທະພັນທີ່ໂດ່ງດັງທີ່ສຸດແຫ່ງໜຶ່ງຂອງປະເທດຝຣັ່ງ ມີຜູ້ເຂົ້າມາຢ້ຽມຢາມປີລະກວ່າ 10 ລ້ານຄົນ ຢ່າງພິພິຕະພັນ Louvre ໃນມື້ທີ່ໄຮ້ຜູ້ຄົນນັ້ນຈະເປັນແນວໃດ.

ມື້ທີ່ຄວາມງຽບເຫງົາໄດ້ເຂົ້າມາຄອງພື້ນທີ່ ພື້ນທີ່ທີ່ເຄີຍເຕັມໄປດ້ວຍຜູ້ຄົນຢ່າງບໍ່ຂາດສາຍ ໂດຍສະເພາະໃນເວລາທີ່ປະເທດຝຣັ່ງກຳລັງເຂົ້າສູ່ການປິດປະເທດຄັ້ງທີ 2 ແບບນີ້ Mona Lisa ກໍຕ້ອງພົບກັບຄວາມງຽບເຫງົາ ແລະ ເປົ່າວ່າງຂອງຜູ້ຄົນທີ່ເຄີຍມາຢ້ຽມຢາມ.

ຫຼ້າສຸດ ເວັບໄຊ artnet.com ໄດ້ເຂົ້າໄປເກັບພາບບັນຍາກາດຂອງພິພິທະພັນ Lovre ໃນວັນທີ່ໄຮ້ຜູ້ຄົນ ເຊິ່ງອາດຈະເປັນພາບທີ່ໃຜຫຼາຍຄົນທີ່ຝັນຢາກຈະເຂົ້າໄປທ່ອງທ່ຽວ Lovre ແບບບໍ່ຕ້ອງບຽດກັບຄົນອື່ນ ໃຊ້ເວລາກັບບັນຍາກາດທີ່ບໍ່ຕ້ອງວຸ້ນວາຍ ພາບບັນບາກາດແບບນີ້ກໍໜ້າຈະຊ່ວຍໃຫ້ເຫັນພາບໄດ້ວ່າ ຖ້າເຮົາໄດ້ມີໂອກາດໄປຢ້ຽມຢາມພິພິທະພັນແຫ່ງນີ້, ຊົນຜົນງານສີລະປະອັນຍິ່ງໃຫຍ່ໃນ Louvre ແບບ VIP ທີ່ເປີດໃຫ້ເຮົາແຕ່ຄົນດຽວ ບັນຍາກາດຈະເປັນແນວໃດ.

ພາບ: news.artnet.com

ຂອບໃຈຂໍ້ມູນຈາກ: https://news.artnet.com/…/louvre-under-lockdown-1941706…