ຈິມມີ້ ໂດນັລຊັນ (Jimmy Donaldson) ຢູທູບເບີ ຊື່ດັງ ທີ່ມັກເຮັດຄອນເທັນແຈກນັ້ນແຈກນີ້ ກັບມູນຄ່າທີ່ສູງລະດັບ 5 ແສນໂດລາ ຫຼື ປະມານ 8 ຕື້ກວ່າກີບ ທີ່ເຮົາຮູ້ຈັກກັນໃນນາມ MrBeast ຫຼ້າສຸດໄດ້ລົງທຶນເຮັດຄອນເທັນພາ ຄົນຕາບອດ ຫຼື ສາຍຕາຜິດປົກກະຕິ ກວ່າ 1.000 ຄົນ ໄປຜ່າຕັດໃຫ້ພວກເຂົາກັບມາເບິ່ງເຫັນແບບປົກກະຕິອີກຄັ້ງ.
ໂດຍທົ່ວໄປແລ້ວ ຄົນຕາບອດທີ່ບໍ່ສາມາດເບິ່ງເຫັນໄດ້ແມ່ນແຕ່ແສງສະຫວ່າງສູງສຸດໄດ້ແລ້ວນັ້ນ ສ່ວນຫຼາຍມັກຈະບໍ່ສາມາດປິ່ນປົວໃຫ້ກັບມາເບິ່ງເຫັນແບບປົກກະຕິໄດ້. ແຕ່ການຕາບອດແບບທີ່ຕາດຳນ້ອຍ ຫຼື ຕາດຳຂຸ່ນຂາວ ແຕ່ກຳເນີດນັ້ນ ແມ່ນສາມາດປິ່ນປົວໄດ້ໂດຍການຜ່າຕັດ ປ່ຽນເລນຕາທຽມ.
![MrBeast](https://laox.la/wp-content/uploads/2023/01/image-396.png)
ເຊັ່ນດຽວກັນກັບ ກໍລະນີນີ້ ທີ່ທາງ MrBeast ໄດ້ອອກເງິນຄ່າຜ່າຕັດ ໃຫ້ແກ່ຄົນຕາບອດ ຫຼື ສາຍຕາຜິດປົກກະຕິ ກວ່າ 1.000 ຄົນ ໄປຜ່າຕັດໃຫ້ພວກເຂົາກັບມາເບິ່ງເຫັນອີກຄັ້ງ ໂດຍການລອກ ເລນຕາທີ່ເສຍຫາຍ ຫຼື ມົວຂອງຄົນເຈັບອອກໄປ ແລະ ໃສ່ເລນຕາທຽມແທນໃຫ້ພວກເຂົານັ້ນເອງ.
![MrBeast](https://laox.la/wp-content/uploads/2023/01/image-397.png)
ໂດຍ ທາງ MrBeast ຕັດສິນໃຈເຮັດຄອນເທັນຄັ້ງນີ້ຍ້ອນວ່າ ເຂົາຮູ້ມາວ່າ ຄົນຕາບອດກວ່າ 50% ສາມາດປິ່ນປົວໃຫ້ກັບມາເບິ່ງແຈ້ງເຫັນດີໄດ້ ໂດຍການຜ່າຕັດພຽງ 10 ນາທີເທົ່ານັ້ນ.
![MrBeast](https://laox.la/wp-content/uploads/2023/01/image-398.png)
ໃນວິດີໂອດັ່ງກ່າວ ນອກຈາກຈະຊ່ວຍອອກຄ່າໃຊ້ຈ່າຍໃນການຜ່າຕັດແລ້ວ MrBeast ຍັງຊ່ວຍສານຝັນຫຼາຍໆຄົນທີ່ໄດ້ເຂົ້າຮ່ວມກິດຈະກຳຄັ້ງນີ້ ເຊັ່ນການອອກທຶນການສຶກສາໃຫ້, ການມອບເງິນສົດກວ່າ 10.000 ໂດລາ ຫຼື ແມ່ນແຕ່ການຊື້ລົດໄຟຟ້າ Tesla ໃຫ້ເປັນຄັນ ມູນຄ່າຫຼາຍໝື່ນໂດລາ ກໍຍັງມີ.
![MrBeast](https://laox.la/wp-content/uploads/2023/01/image-399.png)
ພາຍຫຼັງ ວິດີໂອນີ້ ຖືກເຜີຍແຜ່ອອກໄປ ກໍໄດ້ຮັບຄວາມສົນໃຈເປັນວົງກວ້າງ ໂດຍຜ່ານໄປພຽງ 1 ມື້ ວິດີໂອດັ່ງກ່າວ ມີຜູ້ເຂົ້າຊົມໄປແລ້ວຫຼາຍກວ່າ 42ລ້ານຄົນ ແລະ ໄດ້ມີການສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ ສ່ວນໃຫຍ່ຈະເປັນການ ຍິນດີກັບຜູ້ທີ່ໄດ້ມີໂອກາດກັບມາເບິ່ງເຫັນອີກເທື່ອໜຶ່ງ ແລະ ເປັນການສະແດງຄວາມຂອບໃຈ MrBeast ທີ່ເຮັດຄອນເທັນສ້າງປະໂຫຍດທີ່ແທ້ຈິງໃຫ້ກັບຜູ້ຄົນ.
![MrBeast](https://laox.la/wp-content/uploads/2023/01/image-400.png)
MrBeast ເປັນຊ່ອງ YouTube ທີ່ມັກເຮັດຄອນເທັນຫຼາຍໆຢ່າງທີ່ຫຼາຍຄົນບໍ່ກ້າເຮັດ ເຊັ່ນການແຈກເງິນ ແຈກລົດ ເປັນຈຳນວນມະຫາສານ ຫຼື ແມ່ນແຕ່ການນຳເອົາລົດຫຼູ Lambogini ມູນຄ່າຫຼາຍແສນໂດລາ ມາເຂົ້າເຄື່ອງບີບອັດ Hydraulic ເພື່ອທໍາລາຍຖິ້ມ ເປັນຕົ້ນ.
ປັດຈຸບັນ ຊ່ອງ YouTube ຂອງ MrBeast ມີຍອດຜູ້ຕິດຕາມ ປະມານ 130 ລ້ານຄົນ ຖືເປັນ ຊ່ອງ YouTube ທີ່ມີຜູ້ຕິດຕາມຫຼາຍທີ່ສຸດ ເປັນອັນດັບ 4 ຂອງໂລກ ຮອງຈາກອັນດັບ 1 ຊ່ອງ T-Series ມີຜູ້ຕິດຕາມ 235 ລ້ານຄົນ, ອັນດັບ 2 Cocomelon ມີ 152 ລ້ານຄົນ ແລະ ອັນດັບ 3 Sony Entertainment Television India ມີ 150ລ້ານຄົນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/