ຕິນ່າ ຫຼື ຄຣິສຕິນ່າ ລາສະສິມາ ໄດ້ຮັບເລືອກຕັ້ງໃຫ້ເປັນ Miss Universe Laos 2020 ເຊິ່ງພິທີມອບມົງກຸດ ຈັດຂຶ້ນທີ່ໂຮງແຮມແລນມາກ ໃນຄ່ຳຄືນວັນທີ 18 ທີ່ຜ່ານມານີ້ຢ່າງເປັນທາງການ.
ທີ່ຜ່ານມາ ຄຣິສຕິນ່າແມ່ນມີຜົນງານຫຼາຍດ້ານພໍສົມຄວນ ໃນນັ້ນເຄີຍໄດ້ຜ່ານການປະກວດມາແລ້ວຫຼາຍລາຍການ ເປັນຕົ້ນແມ່ນໄດ້ຮັບມົງກຸດນາງສາວລາວ 2012, ພ້ອມດ້ວຍປະສົບການຂອງການເດີນແບບເປັນຕົ້ນແມ່ນ: ໂມເດວ; ການສະແດງໃນວົງການບັນເທີງ ທັງຢູ່ໃນປະເທດລາວ ແລະ ຕ່າງປະເທດມາເປັນເວລາຫຼາຍປີ. ນອກຈາກຈະໄດ້ຮັບຕຳແໜ່ງເປັນ Miss Universe ແລ້ວ, ນາງສາວຄຣິສຕິນ່າ ຍັງໄດ້ເປັນຕົວແທນຄົນທີ 4 ຂອງປະເທດເຂົ້າຮ່ວມການປະກວດນາງງາມທີ່ໃຫຍ່ທີ່ສຸດໃນໂລກ. ການປະກວດແມ່ນກຳນົດຈັດຂຶ້ນທີ່ສະຫະລັດອາເມຣິກາ ເດືອນພຶດສະພາ ປີ 2021 ທີ່ຈະມາເຖິງນີ້.

ຄຣິສຕິນ່າ ເປັນລູກຊອດລາວ-ເບລາຣຸດ ເຊິ່ງໃນຕອນນີ້ລາວໄດ້ສຶກສາຕໍ່ລະດັບປະລິນຍາໂທທີ່ປະເທດໄທ ແລະ ອີກບໍ່ດົນກໍຈະຈົບແລ້ວ, ການອາໄສຢູ່ໃນປະເທດໄທນັ້ນ ລາວໄດ້ເຂົ້າຮ່ວມໃນການເຮັດວຽກກັບໂມເດວລິງເອເຈນຊີຂອງໄທນຳອີກດ້ວຍ, ເຊິ່ງຈະມີຜົນງານຢູ່ຢ່າງສະໝ່ຳສະເໝີ.
ຕະຫຼອດໄລຍະທີ່ຜ່ານປະກວດ ແຟນໆກໍໄດ້ຕິດຕາມ ແລະ ໃຫ້ກຳລັງໃຈສະເໝີມາ, ບໍ່ວ່າຈະເປັນໃນປະເທດ ຫຼື ຕ່າງປະເທດເຊັ່ນ: ປະເທດໄທ ແລະ ປະເທດຟີລິບປິນກໍມີເຊັ່ນດຽວກັນ. ໃນການເຝິກຊ້ອມຕ່າງໆ ຕິນ່າກໍຍັງເປັນຄົນທີ່ເອົາໃຈໃສ່ດຸໝັ່ນຕໍ່ການຊ້ອມຢ່າງຈິງຈັງ ເຝິກຊ້ອມໃນທຸກໆດ້ານທີ່ກ່ຽວກັບການປະກວດ.
ຂອບໃຈຂໍ້ມູນຈາກ:
- https://www.facebook.com/vte9cha/videos/2912249869098645
- muan.la – โพสต์ | Facebook
- ASEAN Beauty Pageant – โพสต์ | Facebook