ຂະແໜງພາສີ ກຳລັງຫັນເປັນຄວາມທັນສະໄໝກ້າວໄປສູ່ດິຈິຕອລ ເພື່ອຄວາມສະດວກວ່ອງໄວໃນການເກັບພາສີ

ຂະແໜງພາສີ

ໃນວັນທີ 1 ມີນາ 2023 ນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຂອງຂະແໜງພາສີ ແລະ ການຫັນເປັນທັນສະໄໝກ້າວໄປສູ່ດິຈິຕອລ, ພ້ອມທັງໃຫ້ທິດຊີ້ນໍາພະນັກງານຫຼັກແຫຼ່ງຂະແໜງພາສີ ຕ້ອງໄດ້ເອົາໃຈໃສ່ຕື່ມຕໍ່ວຽກງານວິຊາສະເພາະ ໃຫ້ຖືກຕ້ອງຕາມພາລະບົດບາດ, ຮັບປະກັນວຽກງານເກັບລາຍຮັບໃຫ້ໄດ້ຕາມເປົ້າໝາຍ; ຕ້ອງສ້າງກົນໄກໃນການເຮັດວຽກ, ການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ, ຫັນເປັນທັນສະໄໝໃຫ້ສະດວກຂຶ້ນກວ່າເກົ່າ; ສືບຕໍ່ປັບປຸງ ໜ້າວຽກຕ່າງໆ, ແກ້ໄຂບັນດາບັນຫາ, ຂໍ້ຄົງຄ້າງ ແລະ ບັນຫາອື່ນໆ.

ໂອກາດນີ້, ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີກະຊວງການເງິນ ກໍໄດ້ລາຍງານໂດຍສັງເຂບ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຂອງຂະແໜງພາສີ ໂດຍສະເພາະການ ຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບເຂົ້າງົບປະມານ ປີ 2022 ພົບຄວາມຫຍຸ້ງຍາກ ເປັນຕົ້ນ ບັນຫາໄພເງິນເຟີ້, ບັນຫາລາຄາສິນຄ້າສູງ, ໄພທໍາມະຊາດ ແລະ ບັນຫາອື່ນໆໄດ້ສົ່ງຜົນກະທົບໂດຍກົງໃສ່ຜູ້ປະກອບການ ເປັນຕົ້ນ ການລົງທຶນ, ການນໍາເຂົ້າ, ການສົ່ງອອກ ແລະ ການຜ່ານແດນ. ນອກນັ້ນ, ບັນຫາການລັກລອບສິນຄ້າໜີພາສີ ທັງພາຍໃນດ່ານ ແລະ ນອກດ່ານ ຍັງມີແຜ່ຫຼາຍ.

ຂະແໜງພາສີ

ສຳລັບໂຄງປະກອບການຈັດຕັ້ງລັດຖະການພາສີ ໃນຂອບເຂດທົ່ວປະເທດ ປະກອບມີ: ສອງຂັ້ນຄຸ້ມຄອງ. ໃນນັ້ນ, ຂັ້ນສູນກາງປະກອບມີ 9 ພະແນກ ແລະ 14 ຈຸດປະສານງານພະແນກ ສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ທີ່ປະຈໍາການຢູ່ທ້ອງຖິ່ນ. ສ່ວນຂັ້ນທ້ອງຖິ່ນ ປະກອບມີ 17 ຫ້ອງການພາສີປະຈຳແຂວງ, ນະຄອນຫຼວງວຽງຈັນ ມີ 28 ດ່ານພາສີສາກົນ, 5 ຫ້ອງການພາສີປະຈໍາລະບົບສາງ, 30 ດ່ານພາສີທ້ອງຖິ່ນ ແລະ 27 ດ່ານພາສີປະເພນີ; ພະນັກງານ-ລັດຖະກອນ ພາສີ ໃນຂອບເຂດທົ່ວປະເທດ ມີທັງໝົດ 829 ຄົນ, ຍິງ 174 ຄົນ. ໃນນັ້ນ, ຂັ້ນສູນກາງມີ 102 ຄົນ, ຍິງ 27 ຄົນ ແລະ ຂັ້ນທ້ອງຖິ່ນ 727 ຄົນ, ຍິງ 147 ຄົນ.

ໂອກາດດຽວກັນນີ້, ທ່ານລັດຖະມົນຕີກະຊວງການເງິນ, ພ້ອມຄະນະ ຍັງໄດ້ໄປຢ້ຽມຊົມ, ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງ ສູນບັນຊາການຄຸ້ມຄອງວຽກງານພາສີທັນສະໄໝເຊິ່ງແມ່ນໜຶ່ງໃນວຽກງານຫັນເປັນທັນສະໄໝ ກ້າວໄປສູ່ດິຈິຕອລ ຂອງຂະແໜງພາສີ ທີ່ສາມາດເຂົ້າເຖິງໄດ້ທຸກລະບົບທີ່ຕິດຕັ້ງໃນກົມພາສີ, ສາມາດກວດສອບ, ກວດກາແບບ Real time ແລະ ສາມາດຊ່ວຍເຈົ້າໜ້າທີ່ພາສີ ໃນການປະຕິບັດວຽກງານຕົວຈິງ. ນອກຈາກນີ້, ສູນບັນຊາການດັ່ງກ່າວ ຍັງສາມາດນໍາໃຊ້ເຂົ້າໃນວຽກງານກວດກາ, ເປັນສູນທີ່ເຝົ້າລະວັງຊ່ວຍເຈົ້າໜ້າທີ່ພາສີ ແລະ ເປັນເຄື່ອງມືສຳຄັນໃນການກວດກາ ທີ່ຈະມາປ່ຽນແທນການລົດລົງ ຂອງຈຳນວນເຈົ້າໜ້າທີ່ພາສີປະຈຳການ ອີກດ້ວຍ.

ຂະແໜງພາສີ

ສຳລັບການຈັດຕັ້ງປະຕິບັດວຽກງານ ຫັນເປັນທັນສະໄໝກ້າວໄປສູ່ດິຈິຕອລ ຂອງຂະແໜງ ພາສີ ເປັນວຽກບຸລິມະສິດໃນການສ້າງຄວາມເຂັ້ມແຂງ ໃຫ້ວຽກງານກ້າວທັນກັບສາກົນ ແລະ ຮັບປະກັນການບໍລິການໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ, ສາມາດຕິດຕາມກວດກາໄດ້ທັນສະພາບການແບບລວມສູນໃນຂອບເຂດທົ່ວປະເທດ.

ຂອບໃຈຂໍ້ມູນຈາກ:

https://bit.ly/3ZifsKe

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/