Wilson Airless Prototype ໝາກບານບ້ວງໄຮ້ລົມ ຈາກເຄື່ອງພິມ 3 ມິຕິ ຄັ້ງທຳອິດຂອງໂລກ ສາມາດຫຼິ້ນໄດ້ ໂດຍບໍ່ຕ້ອງສູບລົມ

wilson-airless-prototype-ໝາກບານບ້ວງໄຮ້ລົມ

ນັບເປັນອີກໜຶ່ງກ້າວກັບເທັກໂນໂລຢີກ່ຽວກັບອຸປະກອນກິລາ ເມື່ອບໍລິສັດ ວິວສັນ (Wilson) ບໍລິສັດ ຜະລິດອຸປະກອນກິລາ ຊັ້ນນໍາຂອງໂລກ ໄດ້ເປີດຕົວ Wilson Airless Prototype ໝາກບານບ້ວງ ໄຮ້ລົມ ທີ່ສ້າງຂຶ້ນຈາກເທັກໂນໂລຢີເຄື່ອງພິມ 3 ມິຕິ ຄັ້ງທຳອິດຂອງໂລກ ສາມາດຫຼິ້ນໄດ້ ໂດຍບໍ່ຕ້ອງສູບລົມ.

ຄວາມໜ້າສົນໃຈຂອງ Wilson Airless Prototype ກໍຄືມັນບໍ່ຈໍາເປັນຕ້ອງເຕີມລົມຢູ່ຕະຫຼອດຄືກັບໝາກບານທົ່ວໄປເລື້ອຍໆເພື່ອຮັກສາຮູບຮ່າງຂອງໝາກບານ. ເນື່ອງຈາກວ່າໝາກບານບ້ວງດັ່ງກ່າວ ອາໄສໂຄງສ້າງ ແລະ ວັດສະດຸພິເສດທີ່ຊ່ວຍສ້າງຄຸນສົມບັດໃນການເດັ້ງກັບພື້ນ ເມື່ອໝາກບານກະທົບກັບພື້ນດິນ ຫຼື ວັດຖຸຕ່າງໆ.

ສິ່ງທີ່ສໍາຄັນກວ່ານັ້ນ ແມ່ນມັນໄດ້ຖືກສ້າງຂຶ້ນໃນຮູບແບບຂອງຕາໜ່າງ 3 ມິຕິ ບ່ອນທີ່ພື້ນຜິວຂອງໜ່ວຍບານບ້ວງແມ່ນເຕັມໄປດ້ວຍຮູ ຮູບຊົງ 6 ຫຼ່ຽມຂະໜາດນ້ອຍ ເຊິ່ງເຮັດໃຫ້ອາກາດພາຍນອກ ສາມາດໄຫຼຜ່ານເຂົ້າ ແລະ ອອກໄດ້ຢ່າງອິດສະຫຼະ.

wilson-airless-prototype-ໝາກບານບ້ວງໄຮ້ລົມ

ໂດຍທາງບໍລິສັດ Wilson ຜູ້ຜະລິດ ເຜີຍວ່າ “ນີ້​ແມ່ນໝາກບານບ້ວງ​​ທີ່​ບໍ່​ມີ​ອັນ​ໃດ​ທີ່​ພວກ​ເຮົາ​ເຄີຍ​ເຫັນມາກ່ອນ. ແຕ່ຖືກອອກແບບມາເພື່ອຫຼິ້ນຄືກັບໝາກບານບ້ວງທົ່ວໄປທີ່ພວກເຮົາຮູ້ຈັກກັນດີ”.

ໂດຍໝາກບານບ້ວງໜ່ວຍນີ້ ມັນໄດ້ຖືກທົດສອບຄັ້ງທໍາອິດໃນມືຂອງ ເຄນນອນ ມາຕິນ ຈູເນຍ (Kenyon Martin Jr) ກອງໜ້າຂອງທີມ Houston Rockets ໃນການ Dunk ຄັ້ງທີ 2 ຂອງລາວໃນການແຂ່ງຂັນ AT&T Slam Dunk Contest ທີ່ຈັດຂຶ້ນໃນລະຫວ່າງອາທິດຂອງ NBA Basketball League ໃນປີນີ້.

wilson-airless-prototype-ໝາກບານບ້ວງໄຮ້ລົມ

ຢ່າງໃດກໍຕາມ ເຖິງວ່າຈະພົບຂໍ້ດີຂອງ Wilson Airless Prototype ແຕ່ໃນປັດຈຸບັນມັນຍັງເປັນພຽງແຕ່ ຮຸ່ນທົດລອງເທົ່ານັ້ນ. ເຊິ່ງຍັງຕ້ອງມີການພັດທະນາເພີ່ມຕື່ມອີກຫຼາຍຢ່າງ ກ່ອນຈະມີການຈັດຈຳໜ່າຍ ແລະ ນຳໃຊ້ມັນເຂົ້າໃນການ ນຳມາໃຊ້ງານຕົວຈິງໃນສະໜາມການແຂ່ງຂັນໃນອະນາຄົດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/