ກົມຄຸ້ມຄອງໜີ້ສິນສາທາລະນະ ຈັດເຝິກອົບຮົມຍົກລະດັບ ການນຳໃຊ້ Microsoft Word ຂັ້ນພື້ນຖານໃຫ້ແກ່ພະນັກງານພາຍໃນ

ກົມຄຸ້ມຄອງໜີ້ສິນ

ເມື່ອບໍ່ດົນມານີ້ ທີ່ກົມເທັກໂນໂລຢີຂໍ້ມູນຂ່າວສານການເງິນ, ກົມຄຸ້ມຄອງໜີ້ສິນສາທາລະນະ (ກຄສ) ເຝິກອົບຮົມຍົກລະດັບ ການນຳໃຊ້ ໂປຣແກຣມ Microsoft Word ໃຫ້ແກ່ພະນັກງານພາຍໃນ, ໂດຍການເປັນປະທານຂອງ ທ່ານ ເທີດທູນ ສຸກອາລຸນ ຮອງຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ.

ກົມຄຸ້ມຄອງໜີ້ສິນ

ໂດຍອີງຕາມແຜນເຝິກອົບຮົມຍົກລະດັບວິຊາສະເພາະໃຫ້ພະນັກງານພາຍໃນກົມຄຸ້ມຄອງໜີ້ສິນສາທາລະນະ ສະນັ້ນຈຶ່ງໄດ້ຈັດເຝິກອົບຮົມການຮ່າງເອກະສານ ແລະ ນໍາໃຊ້ ໂປຣແກຣມ Microsoft Word ເພື່ອຍົກລະດັບໃຫ້ພະນັກງານພາຍໃນ ຮັບປະກັນໃນການຮ່າງເອກະສານທາງການໃຫ້ຖືກແບບທາງການວາງອອກ.

ກົມຄຸ້ມຄອງໜີ້ສິນ

ເປັນຕົ້ນແມ່ນ, ການນຳໃຊ້ Microsoft Word ເບື້ອງຕົ້ນສະເພາະກ່ຽວກັບການຈັດໜ້າເອກະສານ ເຊັ່ນ: ຂະໜາດເອກະສານ ຂອບເອກະສານ ແລະ ອື່ນໆ, ຈັດລຽງຫົວຂໍ້ແຕ່ລະຂັ້ນ, ການລົງແຖວ, ຍະຫວ່າງ ແລະ ຫຍໍ້ໜ້າ, ໃນນັ້ນຍັງມີບັນຫາທີ່ຍັງພົບເຫັນໃນເອກະສານ ເປັນຕົ້ນແມ່ນ ໂລໂກ້, ຄຳຂວັນ, ການກຳນົດຫົວຂໍ້ເອກະສານ, ຮຽນ ແລະ ເລື່ອງ, ຈັດວາງເອກະສານ ຕາມລະບົບກະຊວງພາຍໃນ ຕາມເຂັມໂມງ 222-3, ພ້ອມນັ້ນ, ຍັງເຫັນໄດ້ໃນການເຄາະປະໂຫຍກດ້ວຍ Space Bar, ການກຳນົດຫົວຂໍ້ເອກະສານ ແລະ ຫົວຂໍ້ຍ່ອຍ, ການກຳນົດ Bullet Points ແລະ ອື່ນໆອີກ.

ກົມຄຸ້ມຄອງໜີ້ສິນ

ເພື່ອຮັບປະກັນໃຫ້ພະນັກງານທຸກຄົນພາຍໃນກົມ ກຄສ ໄດ້ຮຽນຮູ້ວຽກຕ່າງໆພາຍໃນກົມ ແລະ ເພື່ອສ້າງຄວາມສາມາດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກົມ, ຈຶ່ງໄດ້ກຳນົດແຜນການຈັດເຝິກອົບຮົມ ແລກປ່ຽນ ແບ່ງປັນຄວາມຮູ້ ແລະ ປະສົບການ ກ່ຽວກັບໜ້າທີ່ວຽກງານຕ່າງໆ ແຕ່ລະພະແນກ, ບັນດານິຕິກຳຕິດພັນກັບຂະແໜງການຄຸ້ມຄອງໜີ້ສິນອີກດ້ວຍ.

ຂອບໃຈຂໍ້ມູນຈາກ: https://bit.ly/40dF63X

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/