ນັກວິທະຍາສາດຢືນຢັນແລ້ວວ່າ ກ້ອງເຈມເວັບ ຄົ້ນພົບກາແລັກຊີທີ່ມີອັອກຊີເຈນ ແລະ ມີອາຍຸໃກ້ຄຽງກັບກາແລັກຊີຂອງເຮົາ!

ນັກວິທະຍາສາດ

ໃນເອກະພົບອັນບໍ່ມີຈຸດຈົບນີ້ ມີຫຼາຍສິ່ງນັບບໍ່ຖ້ວນທີ່ເຮົາຍັງບໍ່ຮູ້ບໍ່ໄດ້ຄົ້ນພົບ ໃນວົງການວິທະຍາສາດຈຶ່ງມີການສຳຫຼວດ ແລະ ຄົ້ນພົບສິ່ງໃໝ່ໆມາຕະຫຼອດ ເຊັ່ນດຽວກັບຄັ້ງນີ້ ທີ່ກ້ອງໂທລະທັດອະວະກາດເຈມເວັບ (JWST) ທີ່ຄົ້ນພົບກາແລັກຊີທີ່ຢູ່ຫ່າງໄກ ແລະ ນັກວິທະຍາສາດຢືນຢັນແລ້ວວ່າມີອັອກຊີເຈນຢູ່ໃນກາແລັກຊີນັ້ນຈາກການກວດຈັບອົງປະກອບທາດທາງເຄມີທີ່ຢູ່ໄກທີ່ສຸດເທົ່າທີ່ເຄີຍມີມາ.

ນັກວິທະຍາສາດ

ກາແລັກຊີດັ່ງກ່າວຖືກຕັ້ງຊື່ວ່າ “GHZ2/GLASS-z12” ຖືກຄົ້ນພົບຄັ້ງທຳອິດໂດຍກ້ອງເຈມເວັບ ຖືກລະບຸວ່າ ມີອາຍຸ 365 ລ້ານປີຫຼັງບິກແບງ. ດ້ວຍຄວາມຫ່າງໄກທີ່ບໍ່ເຄີຍມີມາກ່ອນ ອາດເຮັດໃຫ້ແຖບສີແດງທີ່ພົບແຍກອອກໄດ້ຍາກວ່າແດງເທົ່າໃດ ມັນອາດຈະເປັນກາແລັກຊີທີ່ຢູ່ຫ່າງແທ້ໆ ຫຼື ເປັນພຽງກຸ່ມຝຸ່ນຂະໜາດໃຫຍ່ກໍເປັນໄດ້. ດັ່ງນັ້ນ ນັກວິທະຍາສາດຈາກມະຫາວິທະຍາໄລນາໂກຍາ ແລະ ຫໍເບິ່ງດາວແຫ່ງຊາດຂອງຍີ່ປຸ່ນຈຶ່ງໄດ້ໃຊ້ກ້ອງໂທລະທັດວິທະຍຸກວດສອບອີກເທື່ອໜຶ່ງ ໂດຍການສັງເກດເສັ້ນສະເປັກຕຣໍາໂດຍກົງ ເຊິ່ງເປັນເສັ້ນທີ່ຢູ່ໃນສະເປັກຕຣໍາແສງຂອງກາແລັກຊີ, ກ້ອງທັງໝົດ 40 ໜ່ວຍ ມີຂະໜາດ 12 ແມັດ ຊື່ວ່າ ALMA (Atacama Large Millimeter/submillimeter Array) ໄດ້ພິສູດແລ້ວວ່າ ກ້ອງເຈມເວັບຄຳນວນຖືກຕ້ອງທຸກຢ່າງ ມັນທັງໄກ ແລະ ມີອັອກຊີເຈນແທ້. ນີ້ເປັນການຢັ້ງຢືນໃນປະສິດທິພາບຂອງກ້ອງເຈມເວັບຄັ້ງທຳອິດ ຈາກທີມນັກວິທະຍາສາດທີ່ບໍ່ໄດ້ກ່ຽວຂ້ອງກັບທີມງານເຈມເວັບ.

ນັກວິທະຍາສາດ

ການຄົ້ນພົບຄັ້ງນີ້ ເປັນການຄົ້ນພົບທີ່ສຳຄັນ ມັນອາດເປັນກະແຈໄຂປິດສະໜາການກຳເນີດຂອງຈັກກະວານ ແລະ ການມີຢູ່ຂອງສິ່ງມີຊີວິດນອກໂລກ ວ່າເປັນຄວາມຈິງຫຼືບໍ່. ແຖມຍັງເປັນສິ່ງທີ່ພິສູດປະສິດທິພາບຂອງກ້ອງໂທລະທັດອະວະກາດເຈມເວັບ ໄດ້ຢ່າງໜ້າເຫຼືອເຊື່ອ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/