ລັດຖະມົນຕີວ່າການກະຊວງບໍ່ແຮ່ຂອງກຳປູເຈຍ ໄດ້ລົ້ມເລີກແຜນການສ້າງໂຮງງານໄຟຟ້າຖ່ານຫີນຂະໜາດ 700 ເມກະວັດ ມູນຄ່າ 1,500 ລ້ານ ໂດລາສະຫະລັດ. ເຊິ່ງມີກຳນົດເລີ່ມຜະລິດໄຟຟ້າໄດ້ພາຍໃນທ້າຍປີ 2025 ແລະ ຈະສ້າງໂຮງໄຟຟ້າພະລັງຄວາມຮ້ອນຈາກກ໊າສທຳມະຊາດ ແຫ່ງທຳອິດຂະ ໜາດ 800 ເມກາວັດ ໃນອະນາຄົດ.
ເພື່ອຮັບຮອງການປ່ຽນແປງມາໃຫ້ກ໊າສທຳມະຊາດ ສຳລັບໂຄງຂ່າຍໄຟຟ້າຂອງປະເທດ ກຳປູເຈຍ ກຳລັງສຳຫຼວດການກໍ່ສ້າງຄັງກ໊າສ LNG ເພື່ອນຳເຂົ້າເຊື້ອໄຟ ແລະ ປ່ຽນສະພາບໃຫ້ເປັນກ໊າສເພື່ອໃຊ້ໃນໂຮງໄຟຟ້າ. ປັດຈຸບັນກຳປູເຈຍ ບໍ່ເຄີຍນຳເຂົ້າກ໊າສດັ່ງກ່າວໃນລະດັບນີ້ມາກ່ອນ ແຕ່ໂຮງໄຟຟ້າແຫ່ງໃໝ່ຈະເຮັດໃຫ້ປະເທດກາຍເປັນຕະຫຼາດນຳເຂົ້າລາຍໃໝ່ໃນພູມີພາກ.
ນອກຈາກນີ້ ການປະກາດຍົກເລີກໂຄງການໄຟຟ້າຖ່ານຫີນ ແລະ ປ່ຽນມາກໍ່ສ້າງໂຮງໄຟຟ້າຈາກກ໊າສທຳມະຊາດແທນນັ້ນ ເຮັດໃຫ້ໂຄງການໂຮງໄຟຟ້າຖ່ານຫີນໃນກຳປູເຈຍ ທີ່ຢູ່ໃນລະຫວ່າງການພັດທະນາເຫຼືອຢູ່ພຽງແຫ່ງດຽວໃນອຸດອນທານີ ປະເທດໄທ ຂະໜາດ 265 ເມກາວັດ.
ຂໍ້ມູນຈາກ: AEC Connect
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/