ບໍລິສັດ Tesla ວາງແຜນທີ່ຈະຂະຫຍາຍໂຮງງານ Gigafactory ໃນປະເທດຈີນ ເພື່ອຜະລິດລົດໄຟຟ້າຮຸ່ນໃໝ່ໃນລາຄາທີ່ຜູ້ຄົນເອື້ອມເຖິງ


ເຖິງແມ່ນວ່າ ບໍລິສັດ Tesla ນັ້ນໄດ້ພະຍາຍາມທີີ່ຈະຫຼຸດລາຄາລົດໄຟຟ້າຮຸ່ນ Model 3 ແລະ Model Y ຂອງຕົນໃນຫຼາຍຄັ້ງແລ້ວ. ແຕ່ເຖິງແບບນັ້ນລູກຄ້າບາງກຸ່ມກໍຍັງບໍ່ສາມາດເຂົ້າເຖິງໄດ້. ແລະເມື່ອບໍ່ດົນມານີ້, ສຳນັກຂ່າວຕ່າງປະເທດໄດ້ມີການເປີດເຜີຍວ່າ Tesla ໄດ້ກະກຽມແຜນການສໍາລັບການຜະລິດລົດໄຟຟ້າທີ່ມີລາຄາຖືກ. ໂດຍການຜະລິດຈະເລີ່ມຕົ້ນຢູ່ທີ່ໂຮງງານ Gigafactory Texas ກ່ອນ ແລະ ອາດຈະເພີ່ມການຜະລິດເປັນຈໍານວນຫຼາຍຢູ່ທີ່ Gigafactory Shanghai ໃນປະເທດຈີນ.

ເຊິ່ງກ່ອນໜ້ານີ້ໄດ້ມີຂ່າວລືວ່າ ບໍລິສັດ Tesla ກໍາລັງວາງແຜນທີ່ຈະເລີ່ມຕົ້ນການກໍ່ສ້າງໃນຂັ້ນຕອນທີ 3 ຂອງໂຮງງານ Giga Shanghai ອີກຄັ້ງ, ໂດຍໃນຄັ້ງນີ້ມີແມ່ນເປົ້າໝາຍທີ່ຈະຜະລິດລົດໄຟໄຟ້າຮຸ່ນໃໝ່ທີ່ມີ 25,000 ໂດລາ (150,000 ຢວນ) ເຊິ່ງເປັນລົດໄຟຟ້າລາຄາປະຢັດທີ່ຈະເຮັດໃຫ້ທຸກຄົນສາມາດເຂົ້າເຖິງໄດ້ຫຼາຍຂຶ້ນ.

ອີງຕາມການລາຍງານຂອງ Late Auto Post ໄດ້ເປີດເຜີຍວ່າ ກໍາລັງການຜະລິດໄລຍະ 3 ຂອງໂຮງງານ Gigafactory Shanghai ຈະຖືກນໍາໃຊ້ໃນການຜະລິດລົດໄຟຟ້າຮຸ່ນໃໝ່ຂອງ Tesla , ເຊິ່ງ Tesla ເຄີຍເປີດເຜີຍກ່ອນໜ້ານີ້ໃນປີ 2020 ແລະ ສິ່ງຈໍາເປັນເພື່ອໃຫ້ບັນລຸເປົ້າໝາຍຍອດຂາຍລົດໄຟຟ້າ 20 ລ້ານຄັນຕໍ່ປີຂອງບໍລິສັດໃນທ້າຍປີ 2030.

ປັດຈຸບັນ, ໂຮງງານ Gigafactory Shanghai ຂອງ Tesla ໄດ້ຜະລິດພຽງແຕ່ Model 3 ແລະ Model Y ເທົ່ານັ້ນ. ໂດຍໂຮງງານແຫ່ງນີ້ມີຄວາມສາມາດຜະລິດ 1.1 ລ້ານຄັນຕໍ່ປີ, ແລະໃນລະຫວ່າງເດືອນມັງກອນຫາເດືອນພະຈິກ ກໍໄດ້​ສົ່ງ​ມອບ​ລົດໄຟຟ້າ​ທັງ​ໝົດ 853.603 ຄັນ, ເຊິ່ງ​ເພີ່ມ​ຂຶ້ນ 30% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍນີ້.

ໂຮງງານ Gigafactory Shanghai ຖືເປັນໂຮງງານທີ່ມີປະສິດທິພາບທີ່ສຸດຂອງ Tesla, ໂດຍໃຊ້ເວລາ 37 ວິນາທີເພື່ອປະກອບລົດໄຟຟ້າ 1 ຄັນ. ໃນ​ຂະ​ນະ​ທີ່ ​ໂຮງ​ງານ​ອີກແຫ່ງ​ໃນ Texas, ​ໃຊ້​ເວ​ລາເຖິງ 76 ວິ​ນາ​ທີ.

ຈາກການລາຍງານໃນເດືອນມັງກອນທີ່ຜ່ານມາ Tesla ວາງແຜນທີ່ຈະເພີ່ມກໍາລັງການຜະລິດຢູ່ໂຮງງານ Shanghai ຂອງຕົນເປັນ 2 ລ້ານຍານພາຫະນະຕໍ່ປີ, ໂດຍຈະເລີ່ມໄລຍະທີ 3 ໃນກາງປີນີ້, ແຕ່ວ່າແຜນການດັ່ງກ່າວໄດ້ຖືກຢຸດໄວ້ຍ້ອນຄວາມກັງວົນຂອງລັດຖະບານຈີນກ່ຽວກັບ Starlink ຂອງ Elon Musk.

Elon Musk CEO ຂອງ Tesla ໄດ້ກ່າວໃນການສໍາພາດໃນວັນທີ 5 ເດືອນທັນວາວ່າ “ພວກເຮົານັ້ນໄດ້ມີຄວາມຄືບໜ້າຫຼາຍ ໃນການຜະລິດລົດໄຟຟ້າຮຸ່ນໃໝ່ໃນລາຄາລາຄາ 25,000 ໂດລາ ອອກມມາເປັນຈໍານວນຫຼາຍ, ລົດດັ່ງກ່າວຈະບໍ່ຖືກຈັດສົ່ງຈົນຮອດກາງປີ 2025”

ທີ່ມາ:

carnewschina

latepost

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/