ການນຳໃຊ້ແອັບພິເຄຊັນ TikTok ເຮັດໃຫ້ຄົນເຮົາສະມາທິສັ້ນລົງແທ້ຫຼືບໍ່?


ແອັບພິເຄຊັນ TikTok ນັບເປັນແພລັດຟອມອອນລາຍທີ່ມີຕົວເລກການເຕີບໂຕສູງ ແລະ ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍຈາກຜູ້ຄົນ ໂດຍມີການສຳຫຼວດໃນປີ 2021 ພົບວ່າຜູ້ຄົນໄດ້ໃຊ້ເວລາຢູ່ໜ້າຈໍຢ່າງຕໍ່ເນື່ອງກັບແອັບດັ່ງກ່າວສະເລ່ຍຕໍ່ຄົນແລ້ວສູງເຖິງ 89 ນາທີ ຫຼື ເກືອບໆ 1 ຊົ່ວໂມງເຄິ່ງ ເຊິ່ງຖືວ່າເປັນຕົວເລກທີ່ສູງພໍສົມຄວນ. ຢ່າງທີ່ຮູ້ກັນດີວ່າວິດີໂອຈາກ TikTok ນັ້ນເປັນວິດີໂອທີ່ສັ້ນ, ເນັ້ນຄວາມເພີດເພີນ, ເປີດສາກມາໜ້າສົນໃຈ ແລະ ຈົບໄວ ປະກອບກັບ algorithms ທີ່ດຶງຄອນເທັ້ນທີ່ຜູ້ໃຊ້ສົນໃຈມາໃຫ້ຮັບຊົມຢ່າງຫຼວງຫຼາຍ ແລະ ບໍ່ມີທ່າທີວ່າຈະຢຸດງ່າຍໆ ເຮັດໃຫ້ຜູ້ຄົນທີ່ນຳໃຊ້ແອັບດັ່ງກ່າວເປັນປະຈຳເລີ່ມເກີດອາການເສບຕິດ ໂດຍສະເພາະເດັກນ້ອຍ ເຊິ່ງເປັນໄວຍັງບໍ່ທັນຮູ້ຫຍັງ ຜົນທີ່ຕາມມາອີງຈາກລາຍງານຈຳນວນຫຼາຍຄື ເດັກນ້ອຍເລີ່ມບໍ່ສາມາດນັ່ງເບິ່ງຮູບເງົາທີ່ຍາວໆໄດ້, ບໍ່ມີສະມາທິອ່ານປຶ້ມ ແລະ ເຮັດວຽກບ້ານ.

ຜູ້ຄົນຈຶ່ງເລີ່ມຕັ້ງຄຳຖາມວ່າການນຳໃຊ້ແອັບພິເຄຊັນ TikTok ເຮັດໃຫ້ຄົນເຮົາສະມາທິສັ້ນລົງແທ້ບໍ່? ເຊິ່ງເລື່ອງນີ້ທາງ The Wall Street Journal ໄດ້ຫາຂໍ້ມູນຈາກນັກວິໄຈກ່ຽວກັບຜົນກະທົບຂອງໂຊຊຽວມີເດຍທີ່ມີຕໍ່ເດັກນ້ອຍ ໂດຍສະເພາະຄວາມກັງວົນໃນເລື່ອງໂຣກສະມາທິສັ້ນ

Kal Marcy ຈິດຕະແພດຈາກໂຮງໝໍ Massachusetts ໃນ Boston ກ່າວເຖິງເລື່ອງຄວາມເຊື່ອມໂຍງກັນລະຫວ່າງໂຣກສະມາທິສັ້ນກັບໄລຍະເວລາທີ່ຈ້ອງໜ້າຈໍ ວ່າ: “ຍັງຫາຄຳຕອບໄດ້ຍາກກ່ຽວກັບເທຣນການບໍລິໂພກສື່ທີ່ເພີ່ມຂຶ້ນທຸກປະເພດ ການເຮັດວຽກທີ່ຫຼາກຫຼາຍຂອງສື່ກັບຈຳນວນອັດຕາເດັກທີ່ປ່ວຍເປັນ ADHD ແລະ ຍັງສະຫຼຸບບໍ່ໄດ້ວ່າມັນນຳໄປສູ່ເລື່ອງສະມາທິທີ່ລົດລົງຂອງພວກເຂົາ”

ແຕ່ຈະເຖິງຈະສະຫຼຸບບໍ່ໄດ້ຕອນນີ້ກໍມີປັດໄຈຫຼາຍຢ່າງທີ່ບົ່ງບອກວ່າກໍລະນີແບບນີ້ເລີ່ມມີຈຳນວນທີ່ເພີ່ມຂຶ້ນ ແລະ ແມ່ນແຕ່ພໍ່ແມ່ຂອງເດັກທີ່ບໍ່ໄດ້ຮັບການທົດລອງເອງກໍບອກວ່າຕອນນີ້ລູກເຂົາເບິ່ງຄືຂາດສະມາທິຫຼາຍຂຶ້ນ ເຊິ່ງຜົນການວິໄຈລະບຸວ່າການເບິ່ງກິລາ ຫຼື ວິດີໂອທີ່ມີຄວາມໄວສູງຈະເຮັດໃຫ້ເດັກມີບັນຫາໃນການທີ່ຈະເຮັດກິດຈະກຳທີ່ບໍ່ແລ້ວໃນທັນທີແຕ່ຕ້ອງໃຊ້ເວລາ.
ຂະນະດຽວກັນກໍມີການສຶກສາເລື່ອງຜົນກະທົບຂອງ TikTok ທີ່ມີຕໍ່ສະໝອງເຊິ່ງເປັນການສຶກສາທີ່ສ້າງຂຶ້ນໃນປະເທດຈີນ ໂດຍເນັ້ນໃສ່ແອັບ Douyin ເຊິ່ງເປັນຕົ້ນກຳເນີດຂອງ TikTok ພົບວ່າລະບົບການຄັດເລືອກວິດີໂອຕາມຄວາມມັກຂອງຜູ້ໃຊ້ເປັນການເປີດລະບົບການໃຫ້ຮາງວັນຂອງສະໝອງ ໂດຍຈາກການສະແກນສະໝອງຂອງເດັກນັກສຶກສາໃນປະເທດຈີນພົບວ່າ ສ່ວນທີ່ກ່ຽວກັບການເສບຕິດນັ້ນໄດ້ຖືກກະຕຸ້ນຢ່າງໜັກໃນຄົນທີ່ເບິ່ງວິດີໂອທີ່ມີການຄັດເລືອກຕາມຜູ້ໃຊ້ ແລະ ພົບວ່າຫຼາຍຄົນຍັງມີບັນຫາໃນການຄວບຄຸມຕົນເອງທີ່ຈະຢຸດເບິ່ງວິດີໂອອີກດ້ວຍ.

ສຳລັບວິທະຍາສາດຂອງສະໝອງເດັກນັ້ນ ໃນການທີ່ເດັກຈະເຮັດຫຍັງທີ່ຈຳເປັນຕ້ອງໃຊ້ສະມາທິເຊັ່ນ: ການອ່ານປຶ້ມ ຫຼື ການແກ້ເລກ ພວກເຂົາຈຳເປັນຕ້ອງໃຊ້ຄວາມສົນໃຈໂດຍກົງ ເຊິ່ງການເຮັດວຽກຈະເລີ່ມຈາກສະໝອງສ່ວນທີ່ເອີ້ນວ່າ Prefrontal Cortex ທີ່ຮັບຜິດຊອບເລື່ອງການຕັດສິນໃຈ ແລະ ການຄວບຄຸມແຮງກະຕຸ້ນ ເຊິ່ງ TikTok ບໍ່ຈຳເປັນຕ້ອງໃຊ້ສະມາທິຕໍ່ເນື່ອງ. ໃນທາງກົງກັນຂ້າມແອັບນີ້ເຮັດໜ້າທີ່ກະຕຸ້ນສະໝອງເດັກດ້ວຍການໃຫ້ເຂົ້າໜົມຫວານສີສັນສວຍງາມຕະຫຼອດເວລາ.

ໃນຄວາມໝາຍຈິງນັ້ນ ກ່ຽວກັບເລື່ອງໂດປາມີນ(dopamine) ຫຼື ສານແຫ່ງຄວາມສຸກທີ່ຫຼັ່ງໃນສະໝອງເວລາທີ່ຄາດຫວັງວ່າຈະໄດ້ຮັບຮາງວັນ ເຊິ່ງສານນີ້ຈະເຮັດໃຫ້ເຮົາສະແຫວງຫາສິ່ງທີ່ຈະເຮັດໃຫ້ມີຄວາມສຸກບໍ່ວ່າຈະເປັນອາຫານແຊບໆ ຫຼື ຄລິບຕະຫຼົກໃນ TikTok.

“TikTok ຄືເຄື່ອງປ້ຳໂດປາມີນ” John Hutton Kumar ແພດຈາກໂຮງໝໍເດັກ Cincinnati ກ່າວວ່າ “ຖ້າຢາກໃຫ້ເດັກມີສະມາທິພວກເຂົາຈຳເປັນຕ້ອງໄດ້ເຝິກສະມາທິ” ພຽງແຕ່ເລື່ອງນີ້ເປັນກໍເປັນເລື່ອງຍາກເພາະເມື່ອເດັກຕິດວິດີໂອສັ້ນທີ່ມາຖີ່ໆຕໍ່ເນື່ອງຄືບໍ່ມີມື້ຢຸດແລ້ວ ຊີວິດນອກຈໍສະມາດໂຟນກໍຈະເບິ່ງຄືຊ້າໄປໝົດ.
ອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/