ກະຊວງໂຍທາທິການ ແລະ ຂົນສົ່ງ ຢືນຢັນ ເສັ້ນທາງບາງຈຸດແປງແລ້ວແຕ່ບໍ່ໄດ້ຄຸນະພາບ ສາເຫດທີ່ນ້ຳຖ້ວມຂັງແມ່ນຍ້ອນຜັງເມືອງບໍ່ເປັນລະບຽບ

ກະຊວງໂຍທາທິການ-ແລະ-ຂົນສົ່ງ

ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ອອກຄໍາຄິດເຫັນໃນການແກ້ໄຂບັນຫາເສັ້ນທາງ ເຊິ່ງຜ່ານມາການສ້ອມແປງເສັ້ງທາງຫຼວງ, ເສັ້ນທາງທ້ອງຖິ່ນ ແລະ ເສັ້ນທາງແຫ່ງຊາດ ຍັງບໍ່ແລ້ວ ພ້ອມຍັງມີການຊັກຊ້າ ໂດຍສະເພາະເສັ້ນທາງທີ່ເປ່ເພຈາກ ການກໍ່ສ້າງທາງລົດໄຟລາວ-ຈີນ ທາງດ່ວນ ແລະ ການຂຸດຄົ້ນແຮ່ທາດຕ່າງໆໃນໄລຍະຜ່ານມາ ເຫັນວ່າຍັງມີຄວາມຊັກຊ້າ ແລະ ມີບາງຈຸດ ສ້ອມແປງແລ້ວແຕ່ຄຸນະພາບຕ່ຳເປ່ເພໄວ, ລວມເຖິງວິທີແກ້ໄຂບັນຫານ້ຳຖ້ວມຂັງໃນຕົວເມືອງ.

ກ່ຽວກັບການບູລະນະຮັກສາເສັ້ນທາງໃນໄລຍະຜ່ານມາ ແມ່ນໄດ້ໃຊ້ກອງທຶນທາງຕາມຮູບແບບສັນຍາ 12 ເດືອນ ເລີ່ມແຕ່ປີ 2020 ລັດຖະບານໄດ້ຫັນເອົາການຈັດຕັ້ງປະຕິບັດແຜນລາຍຈ່າຍງົບປະມານກອງທຶນທາງ ວ່າດ້ວຍກົດໝາຍຂອງລັດ ໂດຍໄດ້ລະບຸໄວ້ຕາມນິຕິກຳກົດໝາຍວ່າດ້ວຍການລົງທຶນຂອງລັດ, ບັນດາງົບປະມານກອງທຶນທາງ ຕ້ອງໄດ້ຜ່ານການປະເມີນ ຈາກອົງການຮັບຜິດຊອບຜົນການປະເມີນຜົນການລົງທຶນຂອງລັດ ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າມີຄວາມຫຍຸ້ງຍາກຫຼາຍດ້ານ ເຊັ່ນ: ຂະບວນການພິຈາລະນາຮັບຮອງເອົາໂຄງການລົງທຶນຕ້ອງໃຊ້ເວລາເຖິງ 6 ເດືອນ, ແມ່ນໃຊ້ເວລາການປະມູນເອົາຜູ້ຮັບເໝົາປະມານ 3-4 ເດືອນ ໜີ້ສາງຊຳລະບໍ່ສາມາດຕອບສະໜອງຕາມເງື່ອນໄຂ ຫຼື ຕາມສັນຍາ ສໍາລັບພຽງ 6-8% ຕໍ່ປີ ເຮັດໃຫ້ການຊຳລະແກ່ຍາວຫຼາຍກວ່າ 10 ປີ ເພື່ອແກ້ໄຂບັນຫາດັ່ງກ່າວ ກະຊວງໄດ້ປ່ຽນຮູບແບບດ້ວຍການຫັນເປັນສັນຍາ 3 ປີ ເພື່ອລົດຜ່ອນການສ້າງແຜນ ແລະ ສະໜອງງົບປະມານແມ່ນຂຶ້ນກັບງົບປະມານຕົວຈິງ ຕາມແຜນແມ່ນຈະຊຳລະກຳນົດ 3 ປີ ເທື່ອໜຶ່ງແມ່ນ 20%.

ກະຊວງໂຍທາທິການ-ແລະ-ຂົນສົ່ງ

ບັນຫານ້ຳຖ້ວມຂັງໃນເມືອງເກີດຈາກທາງກະຊວງບໍ່ທັນຈັດຕັ້ງປະຕິບັດແຜນຜັງເມືອງໂດຍລວມທີ່ດີເຊັ່ນ: ການປຸກສ້າງຊະຊາຍບໍ່ເປັນໄປຕາມລະບຽບຜັງເມືອງ ການຖົມຮ່ອງລະບາຍນ້ຳ ຖົມໜອງທຳມະຊາດໃນລະບົບລະບາຍນ້ຳໃນຕົວເມືອງ ວິທີການແກ້ໄຂບັນຫາດັ່ງກ່າວກະຊວງ ຍທຂ ໄດ້ເອົາໃຈໃສ່ປັບປຸງນິຕິກຳ ແລະ ໃນການຕິດຕັ້ງກວດກາແຜນຜັງເມືອງໃຫ້ເຄັ່ງຄັດຂຶ້ນຕື່ມ, ພ້ອມດຽວກັນນັ້ນ ກະຊວງກໍໄດ້ຮ່ວມກັບບັນດາແຂວງລົງສຳຫຼວດ ຈຸດທີ່ນ້ຳຖ້ວມເປັນປະຈຳ ຊອກຫາສາເຫດທີ່ເຮັດໃຫ້ນ້ຳຖ້ວມຂັງ ແລະ ວາງແຜນປັບປຸງ.

ກະຊວງໂຍທາທິການ-ແລະ-ຂົນສົ່ງ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/