ເມື່ອຍບໍ່ກັບ social media ທີ່ເຕັມໄປດ້ວຍພະລັງງານດ້ານລົບ? ລອງກົດ “Mute” ຄົນເຫຼົ່ານັ້ນເບິ່ງ ແລ້ວຊີວິດຂອງເຮົາຈະດີຂຶ້ນ!


ເຈົ້າເຄີຍຮູ້ສຶກເມື່ອຍ ແລະ ເບື່ອໜ່າຍກັບ social media ຫຼືບໍ່? ຫຼາຍໆຄົນອາດຈະລະເລີຍເຄັດລັບດີໆໃນການໃຊ້ຊີວິດ ເຖິງແມ່ນວ່າພວກເຂົາເຫຼົ່ານັ້ນຈະຮູ້ວ່າເຄັດລັບເຫຼົ່ານີ້ຈະຊ່ວຍໃຫ້ຕົນເອງໃຊ້ຊີວິດໄດ້ງ່າຍ. ໃນມື້ນີ້ພວກເຮົາມີ Life Hack ໜຶ່ງຢ່າງທີ່ຈະມາແນະນໍາ ເຊິ່ງຜູ້ຊ່ຽວຊານບອກວ່າ ພຽງເຮັດຕາມນີ້ ຊີວິດຂອງເຈົ້າຈະດີຂຶ້ນໃນທັນທີ! ໂດຍວິທີການນັ້ນກໍຄືການ “ປິດສຽງ” ຫຼື “Mute” ນັ້ນເອງ.

ສຳລັບວິທີການ Mute ນັ້ນອາດຈະແຕກຕ່າງກັນໄປຂຶ້ນຢູ່ກັບແຕ່ລະແພລັດຟອມ. ແຕ່ໂດຍທົ່ວໄປແລ້ວ ພວກເຮົາສາມາດເຂົ້າໄປໜ້າໂປຣຟາຍຂອງບຸກຄົນທີ່ເຮົາຕ້ອງການ Mute ແລະ ກົດປຸ່ມ “ປິດສຽງ” ຫຼື “ຍົກເລີກການຕິດຕາມ” ພຽງເທົ່ານີ້, ເຮົາກໍສາມາດຈັດລະບຽບ social media ຂອງເຮົາໄດ້ແລ້ວ.

ເມື່ອໂພສ ຫຼື ສະຕໍລີ່ຂອງພວກເຂົາເຫຼົ່ານັ້ນຫາຍໄປຈາກທາມລາຍຂອງເຮົາ, ຄວາມ​ລຳ​ຄານໃຈ​ຕ່າງໆ ທີ່ພວກເຂົາມັກສ້າງຂຶ້ນກໍຈະຫາຍໄປນຳເຊັ່ນກັນ. ແລະທີ່ສຳຄັນຄື ການ Mute ຈະບໍ່ສົ່ງຜົນກະທົບຕໍ່ພວກເຂົາເລີຍ, ພວກເຂົາເຈົ້າຈະບໍ່ຮູ້ເລີຍວ່າພວກເຂົາຖືກ Mute ແລະ ເຮົາກໍບໍ່ຕ້ອງກັງວົນກ່ຽວກັບເລື່ອງຄວາມບໍ່ສະບາຍ ຫຼື ດຣາມ່າທີ່ຈະເກີດຂຶ້ນ.

ໃຫ້ເຮົາລອງຈິນຕະນາການວ່າ ເຮົາຈະລືມພວກເຂົາເຫຼົ່ານັ້ນໄປເລີຍວ່າມີການເຄື່ອນໄຫວຢູ່ໃນໂລກຂອງ social media, ເວັ້ນເສຍແຕ່ວ່າຈະມີຜູ້ໃດຜູ້ໜຶ່ງຈັບເອົາບັນຫາຂອງເຂົາເຈົ້າມາສົນທະນາກັນ.

Bailey Parnell, ຊີອີໂອຂອງສູນ Digital Wellbeing ໄດ້ອະທິບາຍວ່າ ການປິດສຽງ ຫຼື Mute ບັນຊີທີ່ສ້າງຄວາມໜ້າລໍາຄານເປັນວິທີທີ່ດີທີ່ຈະປັບປຸງຄຸນະພາບຂອງຊີວິດຂອງເຮົາ, ຄ້າຍຄືກັບການສ້າງເຂດແດນໃນໂລກດິຈິຕອນເພື່ອສ້າງສະພາບແວດລ້ອມທີ່ດີກວ່າສໍາລັບຕົວເຮົາເອງ.

“ມັນຊ່ວຍໃຫ້ທ່ານຫຼີກເວັ້ນເນື້ອຫາທີ່ອາດຈະເຮັດໃຫ້ຮູ້ສຶກບໍ່ສະບາຍໃຈ ໂດຍບໍ່ມີການຕັດການເຊື່ອມຕໍ່, ເຊິ່ງເປັນການແກ້ໄຂທີ່ເໝາະສົມສໍາລັບສະຖານະການທີ່ໜ້າອຶດອັດໃນຄວາມສຳພັນເຊັ່ນ: ສະມາຊິກໃນຄອບຄົວ, ເພື່ອນຮ່ວມງານ ຫຼື ຄົນທີ່ພວກເຮົາບໍ່ຕ້ອງການຍົກເລີກຕິດຕາມ. ເຖິງແມ່ນວ່າພວກເຂົາຈະສ້າງຄວາມໜ້າລໍາຄານໃນໂລກອອນລາຍກໍຕາມ, ການ Mute ພວກເຂົາຈະຊ່ວຍໃຫ້ສຸຂະພາບຈິດຂອງເຮົາດີຂຶ້ນ ໃນຂະນະທີ່ຍັງຄົງຮັກສາການເຄືອຂ່າຍທາງສັງຄົມ ຫຼື ວິຊາຊີບເອົາໄວ້ໄດ້”

ເຖິງແມ່ນວ່າຄໍາແນະນໍານີ້ເຫຼົ່ານີ້ຈະເບິ່ງຄືວ່າງ່າຍດາຍ ແລະ ຊັດເຈນ, ແຕ່ມັນອາດຈະເປັນການຍາກສໍາລັບບາງຄົນທີ່ຈະເຮັດ.

Monica Amorosi, ນັກບໍາບັດໃນນິວຢອກ ໄດ້ອະທິບາຍວ່າ ເມື່ອພວກເລື່ອນໄປເຫັນເນື້ອຫາໃນ social media ທີ່ເຮັດໃຫ້ເຮົາຕົກໃຈ, ໃຈຮ້າຍ ຫຼື ໜ້າລັງກຽດ, ຮ່າງກາຍຂອງພວກເຮົາຈະປ່ອຍຮໍໂມນ adrenaline ອອກມາ ເພາະສື່​ເຫຼົ່າ​ນີ້ປຽບສະເໝືອນ ​ຄວາມ​ບັນເທີງ ​ຫຼື ​ສິ່ງ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ເຮົາ.

“ໜ້າຟີດ social media ຂອງເຮົາຄວນຈະເປັນພື້ນທີ່ສຳລັບການຮຽນຮູ້ສິ່ງດີໆ, ເຊື່ອມຕໍ່ກັບຄົນທີ່ມີຄວາມຄິດຄ້າຍຄືກັນ ຫຼື ຄວາມຫຼາກຫຼາຍຕ່າງໆໃນທົ່ວໂລກ. ດັ່ງນັ້ນການ Mute ສິ່ງທີ່ເຮັດໃຫ້ເຮົາຮູ້ສຶກບໍ່ດີ ຫຼື ສົ່ງຜົນໃນທາງລົບຈື່ງເປັນວິທີທີ່ດີທີ່ສຸດ”

ສຳລັບທ່ານໃດທີ່ກຳລັງປະເຊີນກັບບັນຫາ social media ທີ່ສົ່ງຜົນເເຕ່ດ້ານລົບ, ມີແຕ່ເລື່ອງທີ່ໜ້າລຳຄານໃຈ ຫຼື ດຣາມ່າໃນແຕ່ລະມື້ ຈົນກະທົບຕໍ່ສຸຂະພາບຈິດຂອງເຮົາ ທັ້ງໆທີ່ຈະເປັນພື້ນທີ່ແບ່ງປັນແຕ່ເລື່ອງດີໆ. ໃຫ້ທ່ານລອງ​ປະ​ຕິ​ບັດຄຳແນະນຳທີ່ແສນຈະງ່າຍດາຍເຫຼົ່ານີ້ ໂດຍການ Mute ບຸກຄົນເຫຼົ່ານັ້ນ, ເພື່ອຮັກສາສຸຂະພາບຈິດຂອງທ່ານ ໂດຍບໍ່ຕ້ອງເສຍມາລະຍາດ ແລະ ຍັງຄົງຮັກສາສາຍສຳພັນເອົາໄວ້ (ແຖມ​ອີກ​ຝ່າຍ​ຍັງ​ບໍ່​ຮູ້ຕົວອີກ)

ທີ່ມາ:

facebook

theguardian

chopra

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/