ເປັນຫຍັງຄົນເຮົາຈຶ່ງມັກຈະຮັກຄົນນິດໄສບໍ່ດີ, ຄົນທີ່ເຂົາບໍ່ຮັກເຮົາ ແລະ ເມື່ອເສຍໃຈຈາກເຂົາກໍຍັງຕັດໃຈບໍ່ໄດ້ອີກ? ທັ້ງໆທີ່ບາງຄົນຖືກທຳຮ້າຍຄວາມຮູ້ສຶກ ແລະ ຖືກປະຕິບັດບໍ່ດີແຕ່ກໍຍັງຄົງໃຫ້ອະໄພເຂົາຊ້ຳໆ? ອາລົມແບບວ່າຮູ້ໝົດແຕ່ມັນອົດບໍ່ໄດ້
ປາກົດການນີ້ມີຄຳອະທິບາຍໃນທາງຈິດຕະວິທະຍາໄວ້ຫຼາຍແງ່ມຸມເລີຍ ເຊິ່ງທຸກຄົນສາມາດສຳຫຼວດຕົນເອງ ແລະ ຄົນໃກ້ຕົວທີ່ອາດກຳລັງຕົກຢູ່ໃນສະຖານະການນີ້ໄປພ້ອມໆກັນວ່າເລິກໆແລ້ວທ່ານອາດຈະມີໜຶ່ງໃນບັນຫາເຫຼົ່ານີ້ຢູ່ພາຍໃນໃຈກໍເປັນໄດ້!
- ຄວາມທ້າທາຍ
ສຳລັບບາງຄົນ ການທົນຢູ່ກັບຄົນນິດໄສບໍ່ດີ ແລະ ຕັດໃຈບໍ່ໄດ້ອາດເປັນເພາະຄວາມທ້າທາຍທີ່ຢາກເອົາຊະນະ ຍິ່ງອີກຝ່າຍເສີຍຊາເທົ່າໃດຍິ່ງຮູ້ສຶກຢາກເອົາຊະນະໃຈເຂົາໃຫ້ໄດ້ເທົ່ານັ້ນ ແລະ ເມື່ອເລີ່ມຖອຍຫ່າງກໍມັກຈະຖືກເຂົາຖ່ວງດຶງໄວ້ ພໍກັບໄປເຂົາກໍບໍ່ສົນໃຈໃຍດີກໍ່ໃຫ້ເກີດອາລົມລຸ້ນລະທຶກເຮັດໃຫ້ໄປໃສບໍ່ໄດ້ຈັກເທື່ອ
- ຄວາມຜູກພັນທາງອາລົມ
ບາງຄົນກໍອາດຈະອອກຈາກຄວາມສຳພັນເປັນພິດ (toxic relationships) ນີ້ບໍ່ໄດ້ ຍ້ອນມີຄວາມຜູກພັນທາງອາລົມ (Emotional Attachment) ເມື່ອຜ່ານເວລາທີ່ທັງຍາກລຳບາກ ແລະ ມີຄວາມສຸກມານຳກັນດົນນານກໍເກີດຄວາມຜູກພັນເລິກເຊິ່ງເຮັດໃຫ້ຍາກທີ່ຈະຕັດໃຈ ເຖິງວ່າອີກຝ່າຍຈະນິດໄສບໍ່ດີກໍຕາມ
- ຄວາມເຄີຍຊິນ
ຫາກຄົບກັບຄົນນິດໄສບໍ່ດີມາເປັນເວລາດົນນານ ສຸດທ້າຍກໍຈະຮູ້ສຶກລຶ້ງເຄີຍກັບນິດໄສຂອງເຂົາເຮັດໃຫ້ບໍ່ກ້າອອກຈາກ Comfort Zone ໄປເຈິຫຍັງໃໝ່ໆ ທັງຍັງຢ້ານການປ່ຽນແປງ, ຢ້ານການຢູ່ຄົນດຽວເຊິ່ງນີ້ກໍເປັນສາເຫດທີ່ຫຼາຍຄົນກຳລັງພົບເຈິເຊັ່ນກັນ
- ຄວາມຄາດຫວັງ
ບາງຄົນມັກຈະຫວັງວ່າຄົນນິດໄສບໍ່ດີຄົນນີ້ (ທີ່ນິດໄສບໍ່ດີກັບເຮົາມາໂດຍຈະຫຼອດ) ຈະສາມາດກັບຕົວກັບໃຈ ແລະ ປ່ຽນແປງໄປໃນທາງທີ່ດີຂຶ້ນໄດ້ ຈຶ່ງອົດທົນຖ້າໃຫ້ມື້ນັ້ນມາເຖິງ ແຕ່ຫຼາຍຄັ້ງກໍເປັນພຽງຄວາມຫວັງທີ່ບໍ່ເຄີຍເກີດຂຶ້ນຈິງ ເພາະຢ່າລືມວ່າຖ້າເຂົາຍອມປ່ຽນເຂົາຄືຈະປ່ຽນແຕ່ດົນແລ້ວ
- ການໃຫ້ຄຸນຄ່າໃນຕົນເອງຕ່ຳ (Low Self-Esteem)
ບາງຄົນອາດຈະຮັກຄົນນິດໄສບໍ່ດີຍ້ອນຮູ້ສຶກວ່າຕົນເອງໄຮ້ຄ່າ ບໍ່ຄູ່ຄວນກັບສິ່ງທີ່ດີກວ່ານີ້ ເຮັດໃຫ້ຍອມຮັບພຶດຕິກຳບໍ່ດີຂອງອີກຝ່າຍທີ່ກະທຳຕໍ່ຕົນ ໂດຍຄິດວ່າຕົນເອງບໍ່ດີພໍເລີຍສົມຄວນໄດ້ຮັບສິ່ງບໍ່ດີ ທັ້ງໆທີ່ໃນຄວາມເປັນຈິງແລ້ວທຸກຄົນລ້ວນຄູ່ຄວນກັບສິ່ງດີໆທັງນັ້ນ ‘ຢ່າຢຽດຢາມຕົນເອງເລີຍເດີ້’
- ຈື່ຄວາມເຊື່ອ ແລະ ຄ່ານິຍົມແບບຜິດໆ
ບາງຄົນຈົດຈຳເອົາຄວາມເຊື່ອ ແລະ ຄ່ານິຍົມທາງສັງຄົມ-ວັດທະນະທຳແບບຜິດໆມາດຳເນີນຊີວິດຮັກເຊັ່ນ: ມີຄວາມຮັກກໍຕ້ອງເຈັບປວດເປັນເລື່ອງທຳມະດາ, ຮັກແທ້ຕ້ອງທຸ່ມເທທຸກຢ່າງ ຫຼື ຄິດວ່າການໃຊ້ຄວາມຮຸນແຮງ, ຫຶງຫວງ ເປັນການສະແດງຄວາມຮັກ ເຊິ່ງມັນບໍ່ແມ່ນເລີຍ ຄວາມຮັກທີ່ດີຕ້ອງຮັກແລ້ວສະບາຍໃຈບໍ່ແມ່ນເຈັບປວດ
- ເຄີຍຊິນກັບຄວາມສຳພັນເປັນພິດ (toxic) ມາແຕ່ຍັງນ້ອຍ
ບາງຄົນອາດຈະເຄີຍເຫັນພໍ່ແມ່ຜິດຖຽງກັນ, ຮ້າຍດ່າ ຫຼື ເຖິງຂັ້ນທຳຮ້າຍຮ່າງກາຍກັນຈົນອາດຄິດວ່າມັນເປັນເລື່ອງປົກກະຕິໃນຊີວິດຄູ່ ທັງທີ່ຄວາມເປັນຈິງແລ້ວມັນບໍ່ແມ່ນເລື່ອງປົກກະຕິເລີຍ
- ກົນໄກປ້ອງກັນທາງຈິດ (Defense Mechanism)
ອີກໜຶ່ງສາເຫດທາງຈິດຕະວິທະຍາທີ່ເອີ້ນກັນວ່າ ‘ກົນໄກການປ້ອງກັນທາງຈິດ’ ຄືການປະຕິເສດຄວາມຈິງ, ຕົວະຕົນເອງວ່າຄວາມສຳພັນມັນບໍ່ໄດ້ບໍ່ດີປານນັ້ນ, ຫາຂໍ້ອ້າງໃຫ້ຄົນຮັກ, ບິດເບືອນຄວາມຄິດເຂົ້າຂ້າງເຂົາເພື່ອໃຫ້ຕົນເອງຮູ້ສຶກດີຂຶ້ນຕົວຢ່າງເຊັ່ນ: ຄິດວ່າເຂົາທຳຮ້າຍເຮົາເພາະຮັກເຮົາຫຼາຍເກີນໄປ, ຄິດວ່າເຂົາຫຶງຫວງເພາະຫ່ວງໃຍ ເຊິ່ງລ້ວນເປັນຄວາມເຂົ້າໃຈຜິດທັງນັ້ນ
- ຢ້ານສັງຄົມແນມວ່າລົ້ມເຫຼວໃນຄວາມສຳພັນ
ບາງຄົນຢ້ານຄຳຕິສິນນິນທາ, ຢ້ານຖືກຄົນອື່ນແນມວ່າບໍ່ປະສົບຜົນສຳເລັດໃນຊີວິດຮັກຫາກຈະຖອນຕົວອອກຈາກຄວາມສຳພັນອັນເປັນພິດນີ້ ໂດຍສະເພາະຜູ້ຍິງທີ່ມັກຖືກສອນໃຫ້ເປັນແມ່ບ້ານແມ່ເຮືອນ ແລະ ຍອມຜູ້ຊາຍຢູ່ສະເໝີ
ສຸດທ້າຍນີ້ຫາກທ່ານ ຫຼື ຄົນໃກ້ຊິດກຳລັງຕິດຢູ່ໃນກັບດັກຄວາມຮັກທີ່ມີໃຫ້ຄົນນິດໄສບໍ່ດີຢູ່ ພວກເຮົາຢາກແນະນຳວ່າການຮັກໃຜຈັກຄົນມັນເປັນເລື່ອງຂອງຫົວໃຈເຮົາບໍ່ອາດບັງຄັບໃຈຕົນເອງໄດ້ສະເໝີໄປ ແຕ່ຂະນະດຽວກັນກໍຢ່າລືມວ່າເຮົາສາມາດເລືອກສິ່ງທີ່ຈະເຮັດໄດ້ເດີ້ນັ້ນກໍຄືການຮຽນຮູ້ທີ່ຈະຮັກຕົນເອງໃຫ້ຫຼາຍຂຶ້ນ ເຕີມຄວາມຮັກໃຫ້ຕົນເອງໃນທຸກໆມື້, ແນມເຫັນຄຸນຄ່າໃນຕົນເອງ, ເຊື່ອໝັ້ນວ່າເຮົາຄູ່ຄວນກັບສິ່ງທີ່ດີກວ່ານີ້ ແລະ ທີ່ສຳຄັນຄືກ້າທີ່ຈະປ່ອຍມືເມື່ອຮູ້ວ່າຄວາມຮັກນັ້ນບໍ່ເປັນຜົນດີກັບເຮົາແລ້ວ
ເພາະຊີວິດມີພຽງແຕ່ເທື່ອດຽວ ຢ່າເສຍເວລາໄປກັບຄົນທີ່ບໍ່ຄູ່ຄວນເລີຍເດີ້ ຂໍຈົ່ງເລືອກຮັກຄົນທີ່ພ້ອມຈະຮັກ ແລະ ເບິ່ງແຍງເຮົາຢ່າງດີທີ່ສຸດເພາະນັ້ນຄືສິ່ງທີ່ທຸກຄົນສົມຄວນໄດ້ຮັບ
ຂອບໃຈຂໍ້ມູນຈາກ: https://thestandard.co/life/love-cruel-people/
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/