ປັດຈຸບັນ ຫຼາຍພາກສ່ວນ, ຫຼາຍອົງການກໍໄດ້ຄຳນຶງເຖິງສິ່ງແວດລ້ອມ ບໍ່ເວັ້ນແຕ່ເຈົ້າຊາຍ Mohammed bin Salman ທີ່ເປັນຮອງນາຍົກລັດຖະມົນຕີຄົນທີ 1 ແຫ່ງຊາອຸດິອາຣາເບຍ ແລະ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ທີ່ອາຍຸໜ້ອຍທີ່ສຸດໃນໂລກ ໄດ້ສ້າງໂຄງການເພື່ອສິ່ງແວດລ້ອມ ປຶກສາຫາລືຮ່ວມມືກັບ 5 ປະເທດ ອາຫຼັບ ປູກຕົ້ນໄມ້ 5 ໝື່ນລ້ານຕົ້ນ ເພື່ອຕໍ່ສູ້ກັບບັນຫາໂລກຮ້ອນ.

5 ປະເທດທີ່ຮ່ວມມືກັບເຈົ້າຊາຍຊາອຸໃນຄັ້ງນີ້ມີ: ຄູເວດ, ກາຕ້າ, ບາເລນ, ອິຣັກ ແລະ ຊູດານ ຮ່ວມມືກັນເພື່ອຊຸກດັນພະລັງງານໝຸນວຽນ, ລົດຄາບອນ ແລະ ລົດມົນລະພິດ ໂດຍຕ້ອງການປູກຕົ້ນໄມ້ໃນພື້ນທີ່ມະຫາສານ ໃຫ້ໄດ້ປະມານ 5 ໝື່ນລ້ານຕົ້ນ ແລະ ເພື່ອເປັນການສົ່ງເສີມດ້ານສິ່ງແວດລ້ອມຕ່າງໆ.
ເຊິ່ງເຈົ້າຊາຍຊາອຸເອງ ເຜີຍໂຄງການທີ່ຫວັງຢາກປູກຕົ້ນໄມ້ໃຫ້ໄດ້ປະມານ 1 ໝື່ນລ້ານຕົ້ນໃນຫຼາຍສິບປີຂ້າງໜ້າພາຍໃນປະເທດ ແລະ ຈະເຮັດວຽກຮ່ວມກັບປະເທດອາຫຼັບໃນການປູກຕົ້ນໄມ້ 4 ໝື່ນລ້ານຕົ້ນ ເພື່ອລົດແກ໊ສເຮືອນແກ້ວ ຕໍ່ສູ້ກັບມົນລະພິດ ແລະ ການເສື່ອມໂຊມຂອງພື້ນດິນ.

ນອກຈາກຈະປູກຕົ້ນໄມ້ແລ້ວ ໂຄງການນີ້ຍັງຈະເພີ່ມການໃຊ້ພະລັງງານໝຸນວຽນພາຍໃນປະເທດ ໂດຍຕັ້ງເປົ້າໝາຍຜະລິດພະລັງງານພາຍໃນປະເທດໃຫ້ໄດ້ຫຼາຍກວ່າ 50% ຈາກພະລັງງານໝຸນວຽນພາຍໃນປີ 2030 ຊຸກດັນການອະນຸລັກສິ່ງແວດລ້ອມ, ຊັບພະຍາກອນທາງທະເລ-ຊາຍຝັ່ງ ແລະ ເພີ່ມພື້ນທີ່ການອະນຸລັກ.
“ລາຊະອານາຈັກ ພູມີພາກ ແລະ ທົ່ວໂລກ ຈຳເປັນຈະຕ້ອງເຮັດຫຼາຍ ແລະ ໄວວາກວ່ານີ້ ເພື່ອແກ້ໄຂບັນຫາສະພາບພູມອາກາດປ່ຽນແປງ” ເຈົ້າຊາຍ Mohammed bin Salman ແຫ່ງຊາອຸດິອາຣາເບຍ ໄດ້ກ່າວໄວ້.
ຂອບໃຈຂໍ້ມູນຈາກ: